ຫົວໜ້ານັກການທູດສະຫະລັດແລະຄູ່ຕຳແໜ່ງຝ່າຍຣັດເຊຍ ກຳລັງພົບປະກັນທີ່ປະເທດສະວິດເຊີແລນໃນວັນເສົາມື້ນີ້ໃນຄວາມພະຍາຍາມເພື່ອຫາທາງຕົກລົງກັນກ່ຽວກັບການຟື້ນຟູຂັ້ນຕອນສັນຕິພາບໃນຊີເຣຍ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ແລະລັດຖະມົນຕີການຕ່າງ ປະເທດຣັດເຊຍ ທ່ານ Sergei Lavrov ກຳລັງປະຊຸມກັນຢູ່ທີ່ເມືອງ Lausanne ບ່ອນທີ່ພວກທ່ານຈະຊອກຫາຊ່ອງທາງເພື່ອຍຸຕິການໂຈມຕີ ທີ່ດຳເນີນມາເປັນເວລາຫຼາຍອາທິດແລ້ວຕໍ່ເມືອງ Aleppo ໃນພາກເໜືອຂອງປະເທດທີ່ຖືກຖະຫຼົ່ມດ້ວຍການໂຈມຕີຂອງຝ່າຍລັດຖະບານ ແລະຖິ້ມລະເບີດໃສ່ ໂດຍຣັດເຊຍ. ທ່ານ Lavrov ກ່າວໃນວັນສຸກວານນີ້ວ່າ ແນວໃດກໍຕາມ ທ່ານບໍ່ໄດ້ມີຄວາມຄາດຫວັງທີ່ພິເສດໃດໆໃນການເຈລະຈາທາງການທູດຮອບຫລ້າສຸດນີ້.
ບັນດາອົງການໆກຸສົນທີ່ມີຊື່ສຽງລະຫວ່າງປະເທດຮຽກຮ້ອງໃນວັນເສົາມື້ນີ້ໃຫ້ຢຸດຍິງເປັນເວລາ 72 ຊົ່ວໂມງ ຢູ່ໃນຄຸ້ມຕ່າງໆ ທາງພາກຕາເວັນອອກ ຂອງເມືອງ Aleppo ຊຶ່ງເປັນເປົ້າໝາຍ ໃນການໂຈມຕີທາງອາກາດ ເພື່ອອະນຸຍາດ ໃຫ້ຍົກຍ້າຍພວກຄົນປ່ວຍ ແລະພວກທີ່ໄດ້ຮັບບາດເຈັບອອກໄປ ແລະຈັດສົ່ງອາຫານການກິນ ແລະຢາປົວພະຍາດເຂົ້າໄປໃນເຂດທີ່ຖືກປິດລ້ອມດັ່ງກ່າວ.
ພົນລະເຮືອນຫລາຍຮ້ອຍພັນຄົນຍັງຕົກຄ້າງຢູ່ໃນເມືອງ Aleppo ຊຶ່ງໄດ້ກາຍເປັນຈຸດໃຈ ກາງຂອງສົງຄາມກາງເມືອງທີ່ດຳເນີນມາເປັນເວລາຫ້າປີຢູ່ໃນຊີເຣຍ. ພວກຕໍ່ຕ້ານລັດຖະ ບານເປັນຜູ້ຄວບຄຸມກ້ຳຕາເວັນອອກຂອງເມືອງດັ່ງກ່າວໃນຂະນະທີ່ທະຫານລັດຖະບານຊີເຣຍເປັນຜູ້ຄວບຄຸມສ່ວນທີ່ເຫລືອ.
ສະຫະລັດແລະບັນດາປະເທດພັນທະມິດຕາເວັນຕົກ ໄດ້ກ່າວຫາຣັດເຊຍ ແລະຊີເຣຍທີ່ເປັນພັນທະມິດວ່າໄດ້ກໍ່ອາຊະຍາກຳສົງຄາມໂດຍຖິ້ມລະເບີດລົງໃສ່ໂຮງໝໍແລະຂະບວນ ລົດລຳລຽງເຄື່ອງບັນເທົາທຸກສະຫະປະຊາຊາດ ທັງຢູ່ໃນແລະອ້ອມແອ້ມເມືອງ Aleppo ໃນຂະນະທີ່ພວກເຂົາໄດ້ໂຈມຕີເປົ້າໝາຍຕ່າງໆຂອງພວກຕໍ່ຕ້ານທີ່ພວມຫາທາງໂຄ່ນລົ້ມປະທານາທິບໍດີຊີເຣຍ ທ່ານ Bashar al-Assad.
ຊີເຣຍແລະຣັດເຊຍກ່າວວ່າ ຕົນໂຈມຕີແຕ່ພວກຫົວຮຸນແຮງ. ໃນຂະນະທີ່ຖິ້ມລະເບີດລົງໃສ່ພວກຕໍ່ຕ້ານນັ້ນ ກຳລັງຊີເຣຍແລະຣັດເຊຍ ກໍໄດ້ໂຈມຕີພົນລະເຮືອນ ຮວມທັງພວກເດັກນ້ອຍນຳດ້ວຍ.
ຣັດເຊຍໄດ້ປະຕິເສດວ່າ ຕົນບໍ່ໄດ້ໂຈມຕີພົນລະເຮືອນໂດຍກ່າວວ່າ ຕົນມີແຕ່ໂຈມຕີພວກກໍ່ການຮ້າຍເທົ່ານັ້ນ ຊຶ່ງເປັນຄຳເວົ້າທີ່ຣັດເຊຍແລະຊີເຣຍໃຊ້ ເວລາເວົ້າເຖິງພວກຕໍ່ຕ້ານ.
ປະທານາທິບໍດີບາຣັກ ໂອບາມາ ໄດ້ພົບປະກັບຄະນະທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດໃນວັນສຸກວານນີ້ ເພື່ອຫາລືກ່ຽວກັບເລື້ອງຊີເຣຍ.