ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ການເຈລະຈາ ສັນຕິພາບຊີເຣຍ ຈະດຳເນີນ ໄປຕາມແຜນ ທີ່ໄດ້ກຳນົດໄວ້


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໃຫ້ການຕໍ່ອະນຸກຳມະການງົບປະມານຂອງສະພາຕ່ຳ ທີ່ວໍຊິງຕັນ ເມື່ອວັນທີ 24 ກຸມພາ 2016.

ຫົວໜ້າ​ນັກ​ການ​ທູດ​ຂອງ​ສະຫະລັດ ກ່າວ​ວ່າ ການ​ເຈລະຈາ​ສັນ
ຕິພາບ​ຊີ​ເຣຍທີ່ ​ໄດ້​ຮັບ​ຄວາມ​ອຸບປະຖຳ​ໂດຍ​ອົງການ​ສະຫະ​ປະ
ຊາ​ຊາດ​ນັ້ນ ຄວນ​ຈະ​ດຳ​ເນີນ​ຕໍ່​ໄປ ​ຕາມ​ແຜນການ​ທີ່​ໄດ້​ວາງ​ໄວ້​
ໃນ​ມື້ວັນ​ຈັນ​ຈະ​ມານີ້ທັງໆ​ທີ່​ໄດ້​ເກີດ​ໃນ​ອັນ​ທີ່​ມີການ​ສັງ​ເກດ​ເຫັນ​
ວ່າ ​ເປັນ​ການລະ​ເມີດ​ຢຸດ​ຍິງ ​ໂດຍ​ລັດຖະບານ​ຊີ​ເຣຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ກ່າວ​ວ່າຄະນະກຳມະການ​ຂອງຣັດ​ເຊຍ​ແລະອາ​ເມຣິກັນກຳລັງ
​ປະຊຸມ​ກັນ ​ທັງ​ຢູ່ທີ່​ນະຄອນ​ເຈ​ນີວາ ​ແລະ ​ນະຄອນ​ອຳ​ມານ ປະ
​ເທດ​ຈໍ​ແດັນ ​ໃນ​ວັນເສົາ​ມື້ນີ້ ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ ທີ່ຈະ​ຫລຸດ
ຜ່ອນ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ຊີ​ເຣຍລົງ.

ທ່ານ Kerry ກ່າວ​ທີ່​ຊາ​ອຸ​ດີ ອາຣາ​ເບຍ ​ໃນ​ວັນ​ເສົາ​ມື້ນີ້ວ່າ ລະດັບ​ຂອງ​ຄວາມ​ຮຸນ​ແຮງ​ໂດຍ
​ທົ່ວ​ໄປ​ແລ້ວ ​ໄດ້​ຫລຸດ​ລົງ 80 ຫາ 90 ​ເປີ​ເຊັນ ຊຶ່ງ​ມີ​ຄວາມ​ສຳຄັນ​ຢ່າງ​ຫລວງຫລາຍ.

ບັນດາກຸ່ມ​ຕໍ່​ຕ້ານ​ລັດຖະບານ​ທີ່​ສຳຄັນໆ​ໃນ​ຊີ​ເຣຍ ກ່າວ​ວ່າ ຕົນ​ຈະ​ເຂົ້າຮ່ວມ​ການເຈລະຈາ
​ສັນຕິພາບ​ທີ່​ນະຄອນ​ເຈ​ນີວາ.

ພວກຄົນງານ ຂອງໜ່ວຍປ້ອງກັນພົນລະເຮືອນ ພວມຍ້າຍສົບຄົນຕາຍ ອອກຈາກ ຊາກຫັກພັງ ລຸນຫລັງການໂຈມຕີທາງອາກາດ ໃສ່ບ້ານ Kafr Hamra ໃນເຂດຊົນນະບົດ ຂອງແຂວງ Aleppo.
ພວກຄົນງານ ຂອງໜ່ວຍປ້ອງກັນພົນລະເຮືອນ ພວມຍ້າຍສົບຄົນຕາຍ ອອກຈາກ ຊາກຫັກພັງ ລຸນຫລັງການໂຈມຕີທາງອາກາດ ໃສ່ບ້ານ Kafr Hamra ໃນເຂດຊົນນະບົດ ຂອງແຂວງ Aleppo.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ການ​ຢຸດ​ຍິງເຮັດ​ໃຫ້​ຄວາມ​ຮຸນ​ແຮງຫລຸດ​ລົງ​
ຢ່າງ​ຫຼວງຫຼາຍແຕ່​ກໍ​ເຕືອນ​ວ່າ ອຳນາດ​ການ​ປົກຄອງຂອງ​ຊີ​ເຣຍຍັງ​ຈະສືບ​ຕໍ່​ທຳ​ການ​ໂຈມ
​ຕີ​ຢູ່​ອີກ​ຕໍ່​ໄປ.

​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ເວົ້າວ່າ ຂໍ້​ຕົກລົງ​ຍຸດຕິ​ຄວາ​ເປັນ​ປໍ​ລະ​ປັກ​ກັນເຮັດ​ໃຫ້​
ມີ​ທາງ​ເປັນ​ໄປ​ໄດ້ ​ສຳລັບ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ບັນດາ​ອົງການຈັດຕັ້ງທີ່​ເປັນ​ພາ
ຄີ​ຕ່າງໆ ສາມາດ​ຈັດ​ສົ່ງ​ອາຫານ​ການ​ກິນ ຢາ​ປົວ​ພະຍາດ ​ແລະການ​ຊ່ອຍ​ເຫລືອ​ອື່ນໆ ​ໄປ
​ໃຫ້​ພົນລະ​ເຮືອນ​ຊີ​ເຣຍ 115,000 ຄົນ ​ທີ່​ຕົກ​ຢູ່​ໃນ​ເຂດປິດ​ລ້ອມ​ຂອງ​ລັດຖະບານ​ຫຼືບໍ່​ກໍກຳ
ລັງ​ຕໍ່ຕ້ານ.​ ພວກ​ເຈົ້າໜ້າ​ທີ່​ກ່າວໃນ​ປີ​ກາຍ​ນີ້ວ່າ ອົງການ​ຊ່ອຍ​ເຫລືອ​ຕ່າງໆ​ບໍ່​ສາມາດ​ເຂົ້າ​
ໄປ​ເຖິງ​ເຂດ​ເຫຼົ່ານັ້ນໄດ້.

Syria Talks
please wait
Embed

No media source currently available

0:00 0:00:40 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG