ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ຕ່າງປະເທດ ສຫລ ໄປເຖິງ Doha ເພື່ອປະຊຸມ ເລື່ອງ ຊີເຣຍ (ວີດີໂອ)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ເດີນທາງໄປເຖິງ ນະຄອນ Doha ແລ້ວ ເພື່ອພົບປະກັບບັນ
ດາລັດຖະມົນຕີກະຊວງການຕ່າງປະເທດ ທີ່ໃຫ້ການສະໜັບ
ສະໜຸນແກ່ພວກຕໍ່ຕ້ານໃນຊີເຣຍ.

ການປະຊຸມທີ່ປະເທດ Qatar ໃນວັນເສົາມື້ນີ້ແມ່ນການພົບ
ພໍ້ເທື່ອທຳອິດ ຂອງອັນທີ່ເອີ້ນວ່າ ກຸ່ມປະເທດ “ເພື່ອນມິດຊີ
ເຣຍ” ນັບຕັ້ງແຕ່ສະຫະລັດ ໄດ້ປະກາດ ແຜນການຕິດອາ
ວຸດ ໃຫ້ແກ່ກຳລັງ ຂອງພວກຕໍ່ຕ້ານ ທີ່ພະຍາຍາມ ຫາທາງ
ໂຄ່ນລົ້ມປະທານາທິບໍດີຊີເຣຍ ທ່ານ Bashar al-Assad.

ກ່ອນອອກເດີນທາງຈາກກຸງວໍຊິງຕັນ ທ່ານ Kerry ກ່າວວ່າ ພວກນັກການທູດຍັງສືບຕໍ່
ຊຸກຍູ້ໃຫ້ມີການເຈລະຈາ ເພື່ອແກ້ໄຂບັນຫາຂັດແຍ້ງ ຢູ່ໃນຊີເຣຍ ຊຶ່ງໃນເວລານີ້ມີການ ຖິ້ມໂທດໃສ່ວ່າ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫຼາຍສິບພັນຄົນນັ້ນ.

ສະຫະລັດແລະອັງກິດພວມຫາທາງຊຸກຍູ້ໃຫ້ເປີດການເຈລະຈາໂດຍກົງຂຶ້ນທີ່ນະຄອນ
ເຈນີວາ ລະຫວ່າງລັດຖະບານຊີເຣຍແລະພວກຕໍ່ຕ້ານ. ແຜນການດັ່ງກ່າວ ນີ້ແມ່ນໄດ້ ຮັບການສະໜັບສະໜຸນຈາກສະຫະພາບຢູໂຣບແລະຫຼາຍໆປະເທດອາຣັບ ຮວມທັງອີ ຈິບນຳດ້ວຍ.

ແຕ່ໃນການໃຫ້ສຳພາດແກ່ອົງການຂ່າວເອພີໃນວັນສຸກວານນີ້ ລັດຖະມົນຕີການຕ່າງ ປະເທດຣັດເຊຍທ່ານ Sergei Lavrov ເຕືອນວ່າ ແຜນການດັ່ງກ່າວ ອາດຈະຢຸດຊະ
ງັກລົງ ຖ້າສະຫະລັດຫາກຊຸກຍູ້ໃຫ້ມີການຈັດຕັ້ງເຂດຫ້າມບິນຂຶ້ນຢູ່ໃນຊີເຣຍ.

ນອກນັ້ນແລ້ວ ໃນວັນສຸກວານນີ້ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຍັງ ສວຍໃຊ້ ການປະກົດໂຕຮ່ວມກັບນາຍົກລັດຖະມົນຕີ Angela Merkel ແຫ່ງເຢຍຣະ
ມັນ ຕຳໜິຕິຕຽນແຜນການຂອງສະຫະລັດ ທີ່ຈະຕິດອາວຸດໃຫ້ແກ່ພວກຕໍ່ຕ້ານຊີເຣຍ.

ພ້ອມນີ້ ທ່ານ Putin ຍັງໄດ້ກ່າວປ້ອງກັນການຕົກລົງຂາຍອາວຸດຂອງຣັດເຊຍໃຫ້ແກ່ ລັດຖະບານຊີເຣຍ.
XS
SM
MD
LG