ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເຈລະຈາ ສັນຕິພາບ ຊີເຣຍ ໄດ້ເລີ່ມຂຶ້ນແລ້ວ ໃນປະເທດ ກາສັກສຖານ


ບັນດາເຈົ້າໜ້າທີ່ ຂອງ Kazakhstan ກຽມພ້ອມສະຖານ
ທີ່ທຳງານ ເພື່ອຕ້ອນຮັບ ຄະນະຜູ້ແທນທັງຫຼາຍ ຢູ່ທີ່ໂຮງ
ແຮມ ໃນນະຄອນຫຼວງ Astana ຂອງ Kazakhstan,
ວັນທີ 23 ມັງກອນ 2017.
ບັນດາເຈົ້າໜ້າທີ່ ຂອງ Kazakhstan ກຽມພ້ອມສະຖານ ທີ່ທຳງານ ເພື່ອຕ້ອນຮັບ ຄະນະຜູ້ແທນທັງຫຼາຍ ຢູ່ທີ່ໂຮງ ແຮມ ໃນນະຄອນຫຼວງ Astana ຂອງ Kazakhstan, ວັນທີ 23 ມັງກອນ 2017.

ຄະນະຜູ້ແທນຣັດຖະບານ ຊີເຣຍ ກັບພວກຝ່າຍຄ້ານ ໄດ້ໄປເຕົ້າໂຮມກັນໃນວັນຈັນ
ມື້ນີ້ ຢູ່ນະຄອນຫຼວງຂອງປະເທດ ກາສັກສຖານ ເພື່ອກອງປະຊຸມສັນຕິພາບ ທີ່ສະໜັບ ສະໜູນໂດຍ ຣັດເຊຍແລະ ເທີກີ ທີ່ແຫຼ່ງຂ່າວຂອງພວກກະບົດເວົ້າວ່າ ຈະບໍ່ເຂົ້າຮ່ວມ ກັບການເຈຣະຈານີ້ໂດຍກົງ.

ພາບນີ້ ບໍ່ໄດ້ລະບຸວັນເວລາ ໄດ້ຖືກເປີດເຜີຍ, ເມື່ອວັນທີ 2 ມັງກອນ 2017, ໂດຍ ກະຊວງປ້ອງກັນປະເທດ ຂອງຣັດເຊຍ ທີອ້າງວ່າ ສະແດງໃຫ້ເຫັນ ທະຫານວິສະວະກອນ ຂອງຣັດເຊຍ ກຳລັງປະຕິບັດການ ຢູ່ໃນເມືອງ Aleppo ຂອງຊີເຣຍ.
ພາບນີ້ ບໍ່ໄດ້ລະບຸວັນເວລາ ໄດ້ຖືກເປີດເຜີຍ, ເມື່ອວັນທີ 2 ມັງກອນ 2017, ໂດຍ ກະຊວງປ້ອງກັນປະເທດ ຂອງຣັດເຊຍ ທີອ້າງວ່າ ສະແດງໃຫ້ເຫັນ ທະຫານວິສະວະກອນ ຂອງຣັດເຊຍ ກຳລັງປະຕິບັດການ ຢູ່ໃນເມືອງ Aleppo ຂອງຊີເຣຍ.

ຄວາມພະຍາຍາມເຮັດສັນຍາຢຸດຍິງໃນເມື່ອກ່ອນ ທີ່ພົວພັນກັບ ສຫຣ ແລະ ສຫຊ ໄດ້ແຕກສະຫຼາຍທັນທີ ເວລາພັກຝ່າຍຕ່າງໆ ທີ່ສູ້ລົບກັນໄດ້ຍິງປືນຕອບໂຕ້ກັນໄປມາ ແລະຕ້ອງຕິຊຶ່ງກັນແລະກັນ. ການເຈຣະຈາສັນຕິພາບໃນເມື່ອກ່ອນ ລວມທັງອັນຫຼ້າສຸດ ທີ່ເຮັດຂຶ້ນເມື່ອນຶ່ງປີກ່ອນ ກໍ່ບໍ່ໄດ້ມີຄວາມກ້າວໜ້າຫຽັງຫຼາຍ ມາສູ່ການສິ້ນສຸດຂອງ ສົງຄາມ ທີ່ໄດ້ເລີ່ມຂຶ້ນໃນເດືອນມີນາ ປີ 2011. ທ່ານ ໄກຣກາດ ອັບດຣາກມານັອຟ
ຣມຕ ການຕ່າງປະເທດ ກາສັກສຖານ ໄດ້ກ່າວ ເວລາເປີດກອງປະຊຸມວ່າ “ມັນເປັນ ຄວາມປະສົງຢ່າງຈິງໃຈຂອງພວກເຮົາ ວ່າການເຈຣະຈາກັນຄັ້ງນີ້ ຈະນຳເອົາແສງ ສະວ່າງມາ ລຸນຫຼັງຄວາມມືດມົນຂອງວິກິດຕະການໃນ ຊີເຣຍ. ບັດນີ້ ມັນຂຶ້ນກັບ ພວກເຮົາເອງແຕ່ລະຄົນ ທີ່ຈະແກ້ໄຂບັນຫາຢ່າງແທ້ຈິງ ເພື່ອນຳໄປສູ່ປະຊາຊົນ
ຊີເຣຍ ທີ່ພວກເຂົາເຈົ້າສົມຄວນຈະໄດ້ຮັບ.”

ທ່ານ Mohammad Alloush (ກາງ), ຫົວໜ້າຄະນະຜູ້ແທນ ກຸ່ມຝ່າຍຄ້ານ ຂອງຊີເຣຍ, ເຂົ້າຮ່ວມການເຈລະຈາສັນຕິພາບ ຊີເຣຍ ໃນນະຄອນຫຼວງ Astana ຂອງ Kazakhstan, ວັນທີ 23 ມັງກອນ 2017.
ທ່ານ Mohammad Alloush (ກາງ), ຫົວໜ້າຄະນະຜູ້ແທນ ກຸ່ມຝ່າຍຄ້ານ ຂອງຊີເຣຍ, ເຂົ້າຮ່ວມການເຈລະຈາສັນຕິພາບ ຊີເຣຍ ໃນນະຄອນຫຼວງ Astana ຂອງ Kazakhstan, ວັນທີ 23 ມັງກອນ 2017.


ທ່ານ ສຕາຟຟານ ເດີ ມິສຕູຣາ ທູດພິເສດຂອງອົງການ ສປຊ ພວມເຂົ້າຮ່ວມໃນ ກອງປະຊຸມດັ່ງກ່າວ ຊຶ່ງຈະດຳເນີນໄປ ຢ່າງໜ້ອຍ ເຖິງວັນອັງຄານມື້ອື່ນ.

ຣັດເຊຍແລະເທີກີ ໄດ້ເຊື້ອເຊີນ ປະທານາທິບໍດີ ສຫຣ ທ່ານ ດາເນິລ ທຣຳ ໃຫ້ສົ່ງ
ຄະນະຜູ້ແທນໄປຮ່ວມກອງປະຊຸມດັ່ງກ່າວ ກ່ອນມື້ສາບານໂຕເຂົ້າຮັບຕໍາແໜ່ງ. ແຕ່ເມື່ອຄຳນຶງເຖິງວຽກງານການປ່ຽນແປງຣັດບານແລ້ວ ກຊ ການຕ່າງປະເທດ
ສຫຣ ກໍເວົ້າວ່າ ທ່ານ George Krol ເອກອັກຄະຣັດຖະທູດ ສຫຣ ປະຈຳ
ກາສັກສຖານ ຈະເປັນຜູ້ເຂົ້າຮ່ວມ.

ເຖິງຈະມີຄວາມບໍ່ເຫັນພ້ອມນຳກັນ ກ່ຽວກັບການແຊກແຊງທາງທະຫານຂອງຣັດເຊຍ
ໃນ ຊີເຣຍ ກໍຕາມ ແຕ່ກໍປາກົດວ່າ ວັງແກຣມແລງ ຢາກໃຫ້ ສຫຣ ປະກອບສ່ວນ ໃນການດຳເນີນເພື່ອສັນຕິພາບດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG