ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍ ຮັບເອົາການຢຸດຍິງ ຄັ້ງຫຼ້າສຸດ ກັບ ຝ່າຍຕໍ່ຕ້ານລັດຖະບານ


ຄວັນ ແລະ ລະເບີດແຕກ ຈາກການສູ້ລົບກັນ ລະຫວ່າງ ກຳລັງທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ ຊີເຣຍ ທ່ານ Bashar Assad ແລະ ພວກຕໍ່ຕ້ານ ລັດຖະບານຊີເຣຍ ໄດ້ພຸ່ງຂຶ້ນ ສູ່ທ້ອງຟ້າ ໃນຄຸ້ມບ້ານ ຂອງເມືອງ Jubata al-Khashab ໃນຂະນະທີ່ ສາມາດແນມເຫັນໄດ້ ຈາກເຂດຄຸ້ມຄອງ Golan Heights ໂດຍອິສຣາແອລ ເມື່ອວັນອາທິດ ທີ 11 ກັນຍາ 2016.
ຄວັນ ແລະ ລະເບີດແຕກ ຈາກການສູ້ລົບກັນ ລະຫວ່າງ ກຳລັງທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ ຊີເຣຍ ທ່ານ Bashar Assad ແລະ ພວກຕໍ່ຕ້ານ ລັດຖະບານຊີເຣຍ ໄດ້ພຸ່ງຂຶ້ນ ສູ່ທ້ອງຟ້າ ໃນຄຸ້ມບ້ານ ຂອງເມືອງ Jubata al-Khashab ໃນຂະນະທີ່ ສາມາດແນມເຫັນໄດ້ ຈາກເຂດຄຸ້ມຄອງ Golan Heights ໂດຍອິສຣາແອລ ເມື່ອວັນອາທິດ ທີ 11 ກັນຍາ 2016.

ສັນຍາຄັ້ງຫຼ້າສຸດ ທີ່ໄດ້ແນໃສ່ຍຸຕິການຕໍ່ສູ້ກັນ ໃນຊີເຣຍ ຈະມີຜົນປະຕິບັດໃຊ້ ໃນວັນຈັນ ມື້ນີ້ ໃນເວລາຕາເວັນຕົກດິນ.

ໃນເວລານັ້ນ ອິງຕາມຂໍ້ຕົກລົງ ທີ່ໄດ້ປະກາດໂດຍ ສະຫະລັດ ແລະ ຣັດເຊຍ ໄປແລ້ວ ທັງ ລັດຖະບານຂອງຊີເຣຍ ແລະ ພວກຕໍ່ຕ້ານລັດຖະບານ ຕ່າງກໍຈະຕ້ອງຢຸດການສູ້ ລົບກັນ.

ກອງກຳລັງຂອງຊີເຣຍ ຍັງຈະຕ້ອງໄດ້ຢຸດການໂຈມຕີທາງອາກາດ ໃສ່ກຸ່ມ ຫົວຮຸນແຮງ Nusra Front ນຳດ້ວຍ. ສະຫະລັດ ກ່າວວ່າ ການໂຈມຕີເຫຼົ່ານັ້ນ ສ່ວນຫຼາຍແມ່ນແນເປົາ ໝາຍໃສ່ ພວກນັກລົບຝ່າຍຕໍ່ຕ້ານລັດຖະບານ ແລະ ແມ່ນເປັນສາເຫດຫຼັກ ຂອງການເສຍ ຊີວິດຂອງພວກພົນລະເຮືອນ.

ສ່ວນຫຼາຍ ຄືກັນກັບ ຄວາມພະຍາຍາມ ຕົກລົງຢຸດຍິງ ໃນເມື່ອກ່ອນ ແຕ່ອັນນີ້ ເລີ້ມຕົ້ນ ຂຶ້ນດ້ວຍເວລາອັນສັ້ນ ໃນໄລຍະເວລາ 48 ຊົ່ວໂມງ. ມັນສາມາດເລີ້ມໃໝ່ໄດ້ ແລະ ຖ້າ ມັນ ໄດ້ຮັບການເຄົາລົບນັບຖື ຫຼັງຈາກໜຶ່ງສັບປະດາ ຕໍ່ຈາກນັ້ນ ສະຫະລັດ ແລະຣັດເຊຍ ກໍມີກຳນົດ ວ່າຈະລິເລີ້ມຄວາມພະຍາຍາມຮ່ວມກັນ ເພື່ອແນເປົ້າໝາຍໃສ່ ພວກນັກລົບ Nusra ພ້ອມກັນກັບ ພວກຈາກກຸ່ມລັດອິສລາມ. ສັນຍາດັ່ງກ່າວຍັງຮຽກຮ້ອງໃຫ້ນຳເອົາ ອາຫານການກິນ ແລະ ເຄື່ອງຊ່ອຍເຫຼືອທາງການແພດ ທີ່ຕ້ອງການໄປຍັງສະຖານທີ່ ຕ່າງໆ ເຊັ່ນ ເມືອງ Aleppo ບ່ອນທີ່ ສົງຄາມໄລຍະ 5 ປີ ຂອງຊີເຣຍ ໄດ້ເຮັດໃຫ້ເກີດ ວິກິດການດ້ານມະນຸດສະທຳຂຶ້ນ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວ ເມື່ອວັນເສົາ ຜ່ານມາ ໃນການປະກາດ ການຈັດການດັ່ງກ່າວ ທີ່ວ່າ ຖ້າປະສົບຜົນສຳເລັດ ມັນກໍຈະ ນຳໄປສູ່ “ການຫລຸດຜ່ອນຢ່າງຫຼວງຫຼາຍ ໃນຄວາມຮຸນແຮງ ທົ່ວຊີເຣຍ.”

ລັດຖະມົນຕີການຕ່າງປະເທດ ຂອງຣັດເຊຍ ທ່ານ Sergei Lavrov ກ່າວວ່າ ສະຫະລັດ ແລະ ຣັດເຊຍ ເຊິ່ງ ໄດ້ສະໜັບສະໜູນ ຝ່າຍກົງກັນຂ້າມ ໃນສົງຄາມກາງເມືອງ ມີພັນທະ ທີ່ຈະເຮັດໃຫ້ດີທີ່ສຸດ ເພື່ອໃຫ້ແນ່ໃຈວ່າ ພັກຝ່າຍຕ່າງໆ ຈະປະຕິບັດຕາມສັນຍາ.

ຂໍ້ຕົກລົງຢຸດຍິງຕ່າງໆ ກ່ອນໜ້ານີ້ ໄດ້ນຳມາຊຶ່ງການຫລຸດຜ່ອນ ໃນຄວາມຮຸນແຮງ ແຕ່ ໃນແຕ່ລະກໍລະນີ ຂອງຂໍ້ຕົກລົງເຫຼົ່ານັ້ນ ໄດ້ຄ່ອຍໆຖືກລະເມີດ ຈົນຕົກໄປໃນທີ່ສຸດ ໃນຂະນະທີ່ ກຳລັງລັດຖະບານ ແລະ ພວກຕໍ່ຕ້ານລັດຖະບານ ແລກປ່ຽນການກ່າວຫາ ຊຶ່ງກັນແລະກັນ ສຳລັບການລະເມີດດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Syria Agreement
please wait
Embed

No media source currently available

0:00 0:01:54 0:00

XS
SM
MD
LG