ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກລັດອິສລາມ ສັງຫານຕົວປະກັນ ຈາກເມືອງ ສເວດາ ປະເທດ ຊີເຣຍ


ຜູ້ໄວ້ອາໄລ ເຂົ້າຮ່ວມໃນງານສົ່ງສະການຄັ້ງໃຫຍ່ ສຳລັບ
ຜູ້ທີ່ຖືກຂ້າຕາຍໃນເຫດລະເບີດສະຫຼະຊີບຂອງພວກລັດ
ອິສລາມ ໃນແຂວງ ອາລ-ສເວດາ ທາງພາກໃຕ້ຂອງປະເທດ ຊີເຣຍ. ວັນທີ 25 ກໍລະກົດ, 2018.
ຜູ້ໄວ້ອາໄລ ເຂົ້າຮ່ວມໃນງານສົ່ງສະການຄັ້ງໃຫຍ່ ສຳລັບ ຜູ້ທີ່ຖືກຂ້າຕາຍໃນເຫດລະເບີດສະຫຼະຊີບຂອງພວກລັດ ອິສລາມ ໃນແຂວງ ອາລ-ສເວດາ ທາງພາກໃຕ້ຂອງປະເທດ ຊີເຣຍ. ວັນທີ 25 ກໍລະກົດ, 2018.

ກຸ່ມລັດອິສລາມ ໄດ້ປະຫານນຶ່ງໃນຕົວປະກັນທີ່ພວກເຂົາຈັບໄດ້ຈຳນວນຫຼາຍໃນເດືອນ
ທີ່ຜ່ານມາ ໃນການໂຈມຕີຫຼາຍຄັ້ງຢູ່ແຂວງ ສເວດາ ທາງພາກໃຕ້ຂອງປະເທດ ຊີເຣຍ,
ອີງຕາມການກ່າວຂອງກຸ່ມສິ້ງຊອມ ຊີເຣຍ ແລະ ສື່ມວນຊົນທ້ອງຖິ່ນ.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ແລະ ສື່ມວນຊົນໄດ້ລາຍງານວ່າ ພວກ IS ໄດ້
ເຜີຍແຜ່ພາບຕ່າງໆທີ່ສະແດງໃຫ້ເຫັນກຸ່ມດັ່ງກ່າວ ສັງຫານຜູ້ຊາຍຄົນນຶ່ງ.

ອົງການຂ່າວ ຝຣັ່ງ (AFP) ລາຍງານວ່າ ພີ່ນ້ອງຂອງຜູ້ຖືກເຄາະຮ້າຍເວົ້າວ່າ ລາວໄດ້
ຖືກລັກພາຕົວໄປຈາກໝູ່ບ້ານຂອງລາວ, ພ້ອມກັບແມ່ຂອງລາວ.

ໃນວັນທີ 25 ກໍລະກົດທີ່ຜ່ານມາ, ພວກຫົວຮຸນແຮງ IS ຫຼາຍຄົນໄດ້ກໍ່ຄວາມວຸ້ນວາຍ,
ບຸກເຂົ້າໄປບ້ານເຮືອນໃນເມືອງຫຼວງຂອງແຂວງ ສເວດາ ແລະ ໝູ່ບ້ານຫຼາຍແຫ່ງ, ໄດ້
ຍິງປືນ ແລະ ສັງຫານພົນລະເຮືອນຫຼາຍຄົນ ພ້ອມກັບລັກພາຕົວແມ່ຍິງ ແລະ ເດັກ
ນ້ອຍຈາກເຮືອນຂອງເຂົາເຈົ້າໄປ.

ປະຊາຊົນຫຼາຍກວ່າ 200 ຄົນ ໄດ້ຖືກຂ້າຕາຍ ແລະ ຢ່າງໜ້ອຍ 30 ຄົນຖືກລັກພາຕົວ.

ໃນແຂວງ ສເວດາ ປະຊາຊົນສ່ວນໃຫຍ່ແມ່ນສະມາຊິກສາສະໜານິກາຍ ດຣູສ
(Druze) ຂອງ ຊີເຣຍ, ເຊິ່ງແມ່ນນິກາຍສາສະໜາບູຮານ. ເຂົາເຈົ້າແມ່ນຊາວມຸສລິມ,
ແຕ່ພວກ IS ຖືວ່າເຂົາເຈົ້າເປັນຄົນນອກສາສະໜາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG