ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ເລີ້ມຍົກຍ້າຍ ຊາວບ້ານ ອອກຈາກສີ່ຕົວເມືອງ ທີ່ຖືກປິດລອ້ມ


ປະຊາຊົນທີ່ຖືກຍົກຍ້າຍອອກຈາກສອງໝູ່ບ້ານ Kefraya ແລະ al-Foua ຫລັງຈາກມີການຕົກລົງກັນ ລະຫວ່າງພວກຕໍ່ຕ້ານລັດ ຖະບານ ແລະພວກສະໜັບສະໜູນລັດຖະບານ.
ປະຊາຊົນທີ່ຖືກຍົກຍ້າຍອອກຈາກສອງໝູ່ບ້ານ Kefraya ແລະ al-Foua ຫລັງຈາກມີການຕົກລົງກັນ ລະຫວ່າງພວກຕໍ່ຕ້ານລັດ ຖະບານ ແລະພວກສະໜັບສະໜູນລັດຖະບານ.

ບັນດາ​ພົນລະ​ເຮືອນ ​ແລະ​ພວກ​ຕໍ່ຕ້ານ​ລັດຖະບານ ຢູ່​ໃນ​ສີ່​ຕົວ​ເມືອງຂອງ​ຊີ​ເຣຍ​ທີ່​ຖືກ
​ປິດ​ລ້ອມນັ້ນ ​ໄດ້​ເລີ້ມມີ​ການຍົກຍ້າຍແບບ​ມີ​ການ​ປະສານ​ງານກັນ​ຕາມ​ຂໍ້​ຕົກລົງ​ ລະ
ຫວ່າງ​ພວກ​ຕໍ່ຕ້ານ​ລັດຖະບານ ​ແລະ​ລັດຖະບານ​ຊີ​ເຣຍ.

ມີລົດເມ​ຫລາຍກວ່າ​ສິບ​ຄັນ ທີ່​ເຕັມ​ໄປ​ດ້ວຍ​ໂດ​ຍສານ​ທີ່​ພາກັນ​ຫລົບໜີ ​ຢູ່​ໃນ​ບັນດາ
ເມືອງ​ທີ່​ຖືກຍຶດ​ຄອງ​ໂດຍພວກ​ຕໍ່ຕ້ານ​ລັດຖະບານ ຄື​ເມືອງ Manday ​ແລະ
Zabadani ທີ່ຢູ່​ໃກ້​ກັບ​ນະຄອນຫລວງ Damascus ​ນັ້ນ ​ໃນ​ວັນ​ສຸກ​ມື້​ນີ້.

ຜູ້ຊາຍຄົນນຶ່ງ ຍ່າງຢູ່ໃກ້ລົດເມ ທີ່ຈະຂົນເອົາຄົນຍົກຍ້າຍ ອອກຈາກສອງໝູ່ບ້ານ ທີ່ຖືກປິດລ້ອມ.
ຜູ້ຊາຍຄົນນຶ່ງ ຍ່າງຢູ່ໃກ້ລົດເມ ທີ່ຈະຂົນເອົາຄົນຍົກຍ້າຍ ອອກຈາກສອງໝູ່ບ້ານ ທີ່ຖືກປິດລ້ອມ.

ໃນ​ຂະນະ​ດຽວ​ກັນ ຊາວບ້ານ​ຫລາຍ​ພັນ​ຄົນ ​ຢູ່​ໃນ​ບັນດາ​ເມືອງ Fuaa ​ແລະ Kafraya
ທີ່​ສະໜັບສະໜູນ​ລັດຖະບານນັ້ນ ຄາດ​ວ່າ​ຈະ​ຂຶ້ນ​ລົດ​ເມມຸ້​ງໜ້າ​ໄປ​ສູ່​ເມືອງ Aleppo ຊຶ່ງ​ເປັນຖານທີ່​ໝັ້ນຂອງລັດຖະບານ​.

ຄາດ​ວ່າຈະ​ມີຫລາຍ​ກວ່າ 30,000 ຄົນ​ ຖືກ​ຍົກຍ້າຍ​ພາຍ​ໃຕ້​ຂໍ້​ຕົກລົງດັ່ງກ່າວ.

ຫ້ອງການ​ສັງ​ເກດ​ການດ້ານ​ສິດທິ​ມະນຸດຂອງ​ຊີ​ເຣຍທີ່​ຕັ້ງ​ຢູ່ອັງກິດ​ ​ໄດ້​ຢືນຢັນ​ວ່າ ການ
​ເລີ້ມ​ຕົ້ນ​ຍົກຍ້າຍ​ໄດ້​ເລີ້ມຕົ້ນຂຶ້ນ​ແລ້ວ.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG