ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໕ ທັນວາ ໒໐໒໕

ຣັດເຊຍເວົ້າວ່າ ພວກປະທ້ວງບາງຄົນ ໃນຊີເຣຍ ເປັນຜູ້ກໍ່ການຮ້າຍ


ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ຖະແຫຼງໃນລະຫວ່າງການໃຫ້ສຳພາດ ແກ່ໂທລະພາບ Euronews (8 ກັນຍາ 2011)
ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ຖະແຫຼງໃນລະຫວ່າງການໃຫ້ສຳພາດ ແກ່ໂທລະພາບ Euronews (8 ກັນຍາ 2011)

ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ໃຫ້ຮ່ອງຮອຍວ່າມົສກູອາດຈະເຫັນ
ພ້ອມກັບຍັດຕິຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ແນໃສ່ເພື່ອສົ່ງຄຳ ເຕືອນຢ່າງແຮງໄປຍັງປະທານາທິບໍດີຊີເຣຍທ່ານ Bashar al-Assad ແຕ່ກໍຕໍ່ເມື່ອຍັດຕິ
ດັ່ງກ່າວເຕືອນພວກປະທ້ວງຕໍ່ຕ້ານລັດຖະບານຄືກັນ.

ໃນການຖະແຫຼງຕໍ່ໂທລະພາບ Euronews ໃນວັນພະຫັດວານນີ້ ທ່ານ Med vedev
ກ່າວວ່າ ການໃຊ້ກຳລັງແບບບໍ່ສົມສ່ວນຂອງລັດຖະບານຊີເຣຍ ແລະຈຳນວນພວກທີ່ບາດ
ເຈັບລົ້ມຕາຍສູງນັ້ນ ເປັນສິ່ງທີ່ຮັບເອົາບໍ່ໄດ້.

ແຕ່ຂະນະດຽວກັນທ່ານກໍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການກະທຳຂອງພວກປະ
ທ້ວງຕໍ່ຕ້ານທ່ານ Assad ໂດຍເວົ້າວ່າ ບາງສ່ວນຂອງພວກເຂົາເຈົ້າຄວນຈະຖືວ່າເປັນ
ພວກກໍ່ການຮ້າຍ ແລະກ່າວອ້າງວ່າ ພວກເຂົາເຈົ້າບໍ່ໄດ້ສະເໜີໃຫ້ມີປະຊາທິປະໄຕ ຕາມ
ແບບສະບັບທີ່ມີການກັ່ນກອງຂອງຢູໂຣບນັ້ນ.

ຣັດເຊຍໄດ້ຄັດຄ້ານ ຕໍ່ການດຳເນີນຄວາມພະຍາຍາມຂອງບັນດາລັດຖະບານປະເທດຕາ
ເວັນຕົກທີ່ຈະຮັບຮອງເອົາຍັດຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແຕ່
ຢາກໃຫ້ມີການຮັບຜ່ານ ຮ່າງຂໍ້ສະເໜີຮຽກຮ້ອງໃຫ້ຊີເຣຍຈັດຕັ້ງປະຕິບັດ ການປະຕິຮູບ
ປະຊາທິປະໄຕແທນ.

ໃນຂະນະທີ່ທ່ານ Medvedev ໃຫ້ຮ່ອງຮອຍວ່າຣັດເຊຍອາດຈະໃຫ້ການສະໜັບສະໜຸນ
ຕໍ່ຄຳເຕືອນທີ່ໄດ້ຮັບການໜຸນຫຼັງ ຈາກອົງການສະຫະປະຊາຊາດກໍຈິງ ແຕ່ທ່ານກໍເວົ້າວ່າ
ທ່ານຈະບໍ່ກະທຳຖ້າຫາກວ່າມັນເປັນການປະນາມແຕ່ພຽງຝ່າຍດຽວຕໍ່ລັດຖະບານຂອງປະ
ທານາທິບໍດີ Assad.

ໃນວັນສຸກມື້ນີ້ຜູ້ນຳຂອງພວກຝ່າຍຄ້ານຊີເຣຍທ່ານ Ammar Qurabi ໄດ້ສະແດງຄວາມ
ເສຍໃຈຕໍ່ການບໍ່ໃຫ້ຄວາມສະໜັບສະໜຸນຂອງຣັດເຊຍ. ທ່ານ Qurabi ກ່າວວ່າທ່ານຄາດ
ວ່າຣັດເຊຍຈະເອົາບົດບາດທີ່ສ້າງສັນ ແລະໃນທາງບວກຫຼາຍຂຶ້ນ ໃນການຄວບຄຸມສະຖາ
ນະການທາງດ້ານການເມືອງຢູ່ໃນຊີເຣຍ.

XS
SM
MD
LG