ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ບໍ່ເອົາຫົວຊາ ຕໍ່ຄຳຮຽກຮ້ອງຂອງ ສະຫະປະຊາຊາດ


ແມ່ຍິງຄົນນຶ່ງຮ້ອງຄຳຂວັນຕໍ່ຕ້ານອຳນາດການປົກຄອງຊີເຣຍ ໃນລະຫວ່າງການເດີນຂະບວນສະໜັບສະໜຸນພວກ ປະທ້ວງຊີເຣຍ ທີ່ກຸງໄຄໂຣ (7 ກັນຍາ 2011)
ແມ່ຍິງຄົນນຶ່ງຮ້ອງຄຳຂວັນຕໍ່ຕ້ານອຳນາດການປົກຄອງຊີເຣຍ ໃນລະຫວ່າງການເດີນຂະບວນສະໜັບສະໜຸນພວກ ປະທ້ວງຊີເຣຍ ທີ່ກຸງໄຄໂຣ (7 ກັນຍາ 2011)

ໃນ​ດ້ານ​ທີ່​ກ່ຽວ​ກັບ​ຊີ​ເຣຍນັ້ນ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດກ່າວວ່າ ການ
ກໍ່ຄວາມຮຸນແຮງຕໍ່ປະຊາຊົນຊາວຊີເຣຍຍັງດຳເນີນຢູ່ຕໍ່ມາທັງໆທີ່ທ່ານໄດ້ຮຽກຮ້ອງຊໍ້າແລ້ວຊໍ້າ
ອີກໃຫ້ປະທານາທິບໍດີ Bashar al-Assad ຢຸດເຊົາການໃຊ້ກຳລັງເກີນຂອບເຂດແລະເປັນ
ອັນຕະລາຍຮ້າຍແຮງຂອງກຳລັງຮັກສາຄວາມສະຫງົບຂອງລັດຖະບານຊີເຣຍນັ້ນ.

ໃນການຖະແຫຼງ ທີ່ມະຫາວິທະຍາໄລນະຄອນຊິດນີ ໃນປະເທດອອສເຕຣເລຍວັນພະຫັດມື້ນີ້
ທ່ານ Ban Ki-moon ເວົ້າວ່າ ທ່ານໄດ້ຮຽກຮ້ອງໃຫ້ທ່ານ Assad ດຳເນີນການປະຕິຮູບ
ທາງດ້ານການເມືອງ ກ່ອນທີ່ມັນຈະຊ້າເກີນໄປ.

ພວກນັກເຄື່ອນໄຫວເພື່ອສິດທິມະນຸດກ່າວວ່າ ການປາບປາມຂອງລັດຖະບານ ຍັງດຳເນີນຢູ່
ຕໍ່ມາໃນວັນພະຫັດມື້ນີ້ ໂດຍມີການລະດົມຍິງຢ່າງໜັກ ເຂົ້າໃສ່ຂະນະທີ່ລົດທະຫານແລ່ນເຂົ້າ
ໄປໃນບ້ານແຫ່ງນຶ່ງ ໃນພາກຕາເວັນຕົກສຽງເໜືອຂອງຊີເຣຍ. ການປາບປາມທີ່ວ່ານີ້ມີຂຶ້ນນຶ່ງ
ມື້ຫຼັງຈາກພວກນັກເຄື່ອນໄຫວເວົ້າວ່າ ກຳລັງຮັກສາຄວາມສະຫງົບໄດ້ສັງຫານຢ່າງນ້ອຍ 20
ຄົນໃນລະຫວ່າງ ການບຸກໂຈມຕີພວກປະທ້ວງຕໍ່ຕ້ານລັດຖະບານ ຊຶ່ງສ່ວນໃຫຍ່ແລ້ວແມ່ນມີ
ຂຶ້ນຢູ່ໃນເຂດແຂວງ Homs ທາງພາກກາງຂອງປະເທດ.

ໃນມື້ວັນພຸດວານນີ້ ຝຣັ່ງໄດ້ກ່າວຫາຊີເຣຍວ່າ ກໍ່ໂທດກຳຕ້ານມະນຸດຊາດໃນການປາບປາມ
ພວກຕໍ່ຕ້ານລັດຖະບານນັ້ນ.

XS
SM
MD
LG