ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະນາມການໂຈມຕີ ທູດອະເມຣິກັນ ໃນຊີເຣຍ


ພວກນິຍົມລັດຖະບານຊີເຣຍ ໂຈມຕີລົດສະຖານທູດສະຫະລັດ ທີ່ນະຄອນຫຼວງ Damascus (29 ກັນຍາ 2011)
ພວກນິຍົມລັດຖະບານຊີເຣຍ ໂຈມຕີລົດສະຖານທູດສະຫະລັດ ທີ່ນະຄອນຫຼວງ Damascus (29 ກັນຍາ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ປະນາມ ການທີ່
ພວກສະໜັບສະໜຸນລັດຖະບານຊີເຣຍ ພະຍາຍາມທຳການໂຈມຕີເອກອັກຄະລັດຖະທູດສະ
ຫະລັດ ທ່ານ Robert Ford ແລະພວກນັກການທູດອະເມຣິກັນຄົນອື່ນໆ ຂະນະທີ່ພວກ
ທ່ານເດີນທາງໄປເຖິງ ເພື່ອພົບປະກັບຜູ້ນຳຝ່າຍຄ້ານທີ່ສຳຄັນຄົນນຶ່ງຂອງຊີເຣຍ ທີ່ນະຄອນ
ຫຼວງ Damascus.

ທ່ານນາງ Clinton ເອີ້ນເຫດການ ໃນມື້ວານນີ້ວ່າ ເປັນການກະທຳທີ່ບໍ່ມີເຫດຜົນໂດຍສິ້ນ
ເຊີງ ແລະທວງໃຫ້ເຈົ້າໜ້າທີ່ຊີເຣຍ ປະຕິບັດຕາມພັນທະນາໆຊາດຂອງຕົນ ຄືໃຫ້ການປົກ ປ້ອງຄຸ້ມຄອງແກ່ພວກນັກການທູດທັງໝົດແລະຊັບສິນຂອງພວກນັກການທູດນຳດ້ວຍ.

ທ່ານ Ford ໄດ້ປະເຊີນໜ້າກັບຝູງຊົນທີ່ສະແດງຄວາມໂກດແຄ້ນໃນຂະນະທີ່ທ່ານກະກຽມ
ຈະພົບປະກັບທ່ານ Hassan Abdel-Azim ຜູ້ນິຍົມແນວທາງປານກາງ ທີ່ທວງໃຫ້ປະທາ
ນາທິບໍດີຊີເຣຍທ່ານ Bashar al-Assad ຢຸດເຊົາການປາບປາມພວກຄັດຄ້ານລັດຖະບານ ເພື່ອເປັນເງື່ອນໄຂສຳລັບການເປີດເຈລະຈາໃດໆກໍຕາມຂອງພວກຝ່າຍຄ້ານກັບລັດຖະບານ.

ຜູ້ຄົນກຸ່ມນຶ່ງປະມານ 100 ຄົນໄດ້ພາກັນຮ້ອງຄຳຂວັນສະໜັບສະໜຸນລັດຖະບານ ຂະນະ
ທີ່ພວກເຂົາແກວ່ງກ້ອນຫີນ ແລະໝາກເລັ່ນ ເຂົ້າໃສ່ທ່ານ Ford ແລະຜູ້ຊ່ອຍຂອງທ່ານ. ຫຼັງຈາກນັ້ນຝູງຊົນກຸ່ມນີ້ກໍພະຍາຍາມຕິດຕາມຄະນະຜູ້ແທນຂອງສະຫະລັດເຂົ້າໄປໃນບ່ອນ
ປະຊຸມເຮັດໃຫ້ພວກເຂົ້າຮ່ວມປະຊຸມຕ້ອງຕົກຄ້າງຢູ່ຂ້າງໃນເປັນເວລາ 90 ນາທີ. ເອກອັກ ຄະລັດຖະທູດສະຫະລັດບໍ່ໄດ້ຮັບບາດເຈັບແຕ່ລົດຂອງສະຖານທູດຫຼາຍໆຄັນໄດ້ຮັບຄວາມ
ເສຍຫາຍຢ່າງໜັກ.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານ Mark Toner ເອີ້ນເຫດການໃນຄັ້ງນີ້ວ່າ
ເປັນພາກສ່ວນນຶ່ງຂອງການປຸກລະດົມທີ່ຍັງດຳເນີນຢູ່ຕໍ່ມາ ເພື່ອຂົ່ມຂູ່ພວກນັກການທູດສະ
ຫະລັດ. ໂຄສົກຂອງທຳນຽບຂາວ ທ່ານ Jay Carney ເອີ້ນການໂຈມຕີໃນຄັ້ງນີ້ວ່າ ເປັນ ການກະທຳທີ່ບໍ່ມີເຫດຜົນເລີຍ.

ສື່ມວນຊົນຂອງທາງການຊີເຣຍໄດ້ກ່າວຫາວໍຊິງຕັນໃນວັນພະຫັດວານນີ້ວ່າ ຍຸຍົງໃຫ້ກຸ່ມປະ
ກອບອາວຸດ ທຳການໂຈມຕີຕໍ່ທະຫານຊີເຣຍ. ລາຍງານຂ່າວຂອງຊີເຣຍ ໄດ້ອ້າງການໃຫ້
ຄວາມເຫັນຂອງທ່ານ Toner ເມື່ອໄວໆມານີ້ທີ່ປະນາມການປາບປາມການປະທ້ວງຕໍ່ຕ້ານ
ລັດຖະບານຂອງຊີເຣຍນັ້ນ.

ທ່ານ Toner ກ່າວຕໍ່ພວກນັກຂ່າວໃນເວລາຕໍ່ມາວ່າ ການກ່າວຫາທີ່ວ່ານີ້ແມ່ນເປັນຄວາມ
ພະຍາຍາມຂອງລັດຖະບານຊີເຣຍ ທີ່ຈະຫັນເຫຄວາມສົນໃຈໄປຈາກການປາບປາມພວກຄັດ ຄ້ານລັດຖະບານຂອງຕົນ.

XS
SM
MD
LG