ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

13 ຄົນເສຍຊີວິດ ໃນການປະທ້ວງ ຢູ່ຊີເຣຍ


Activists of Islami Andolan Bangladesh take part in a grand rally in Dhaka to demand the introduction of a blasphemy law and the restoration of a caretaker government system to conduct the upcoming general elections, among other issues, local media reported.
Activists of Islami Andolan Bangladesh take part in a grand rally in Dhaka to demand the introduction of a blasphemy law and the restoration of a caretaker government system to conduct the upcoming general elections, among other issues, local media reported.

ພວກນັກເຄື່ອນໄຫວກ່າວວ່າ ກຳລັງຮັກສາຄວາມສະຫງົບຂອງຊີເຣຍ ໄດ້ສັງຫານຢ່າງນ້ອຍ
13 ຄົນໃນການປະທ້ວງຕໍ່ຕ້ານລັດຖະບານໃນມື້ວັນສຸກວານນີ້.

ພວກເຂົ້າເຈົ້າເວົ້າວ່າ ກຳລັງຮັກສາຄວາມສະຫງົບໄດ້ໃຊ້ລູກປືນແທ້ຍິງໃສ່ພວກປະທ້ວງຢູ່ໃນ
ຫຼາຍໆເຂດ ຮວມທັງໃນເຂດຊານເມືອງ ຂອງນະຄອນຫຼວງ Damascus ແລະທີ່ແຂວງ
Homs ຈຸດລະເບີດໃນເຂດພາກກາງຂອງຊີເຣຍ.

ພວກນັກເຄື່ອນໄຫວໄດ້ພາກັນລົງຖະໜົນຫົນທາງປະທ້ວງ ພາຍໃຕ້ຄຳຂວັນທີ່ວ່າ ຕາຍດີ
ກວ່າຖືກໝິ່ນປະໝາດ ຂະນະທີ່ພວກເຂົາເຈົ້າພາກັນຮຽກຮ້ອງຄັ້ງ ໃໝ່ໃຫ້ປະທານາທິບໍດີ
Bashar al-Assad ລາອອກ.

ການໂຮມຊຸມນຸມນຶ່ງມີຂຶ້ນຢູ່ນອກເຮືອນ ຂອງທ່ານ Adnan Bakkour ຫົວໜ້າໄອຍະ
ການຂອງແຂວງ Hama.

ໃນວີດີໂອ ທີ່ນຳອອກເຜີຍແຜ່ໃນມື້ວັນພຸດແລ້ວນີ້ ທ່ານ Bakkour ເວົ້າວ່າທ່ານໄດ້ລາ
ອອກເພື່ອເປັນການປະທ້ວງ ຕໍ່ການປາບປາມພວກປະທ້ວງຢ່າງຮຸນແຮງ ຂອງລັດຖະ
ບານ. ລັດຖະບານຊີເຣຍເວົ້າວ່າ ທ່ານ Bakkour ໄດ້ຖືກລັກພາໂຕໄປແລະຖືກບັງຄັບ
ໃຫ້ກ່າວຖ້ອຍຖະແຫຼງເຫຼົ່ານີ້ດ້ວຍການຖືກຂົ່ມຂູ່.

ພວກທີ່ເຫັນເຫດການເວົ້າວ່າ ກຳລັງຮັກສາຄວາມສະຫງົບ ໄດ້ປິດລ້ອມວັດສາສະໜາ
ອິສລາມບາງແຫ່ງໃນຄວາມພະຍາຍາມເພື່ອປ້ອງກັນບໍ່ໃຫ້ພວກປະທ້ວງພາກັນລົງສູ່ຖະ ໜົນຫົນທາງໂຮມຊຸມນຸມປະທ້ວງຫຼັງຈາກສວດມົນພາວະນາແລ້ວ.

ຂະນະດຽວກັນສະຫະພາບຢູໂຣບໄດ້ຫ້າມການນຳເຂົ້ານໍ້າມັນຈາກຊີເຣຍ. ສະຫະພາບ
ຢູໂຣບ ກ່າວໃນມື້ວັນສຸກວານນີ້ວ່າ ການເຄື່ອນໄຫວທີ່ວ່ານີ້ ແມ່ນແນໃສ່ເພື່ອເພີ່ມການ
ກົດດັນຕໍ່ປະທານາທິບໍດີ Assad ໃຫ້ຢຸດເຊົາການປາບປາມພວກປະທ້ວງຕໍ່ຕ້ານລັດ
ຖະບານ.

XS
SM
MD
LG