ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ 15 ຄົນ ຖືກຍິງຕາຍ ໃນຊີເຣຍ


ແຜນທີ່ຊີເຣຍ
ແຜນທີ່ຊີເຣຍ

ກຳລັງຮັກສາຄວາມສະຫງົບຊີເຣຍ ໄດ້ຍິງສັງຫານຢ່າງນ້ອຍ 15 ຄົນ ຂະນະທີ່ພວກເຂົາເຈົ້າ
ທຳການບຸກເຂົ້າໄປກວດຄົ້ນແລະຍິງປືນເຂົ້າໃສ່ພວກປະທ້ວງທີ່ພາກັນເດີນຂະບວນຢູ່ຕາມຖະ
ໜົນຫົນທາງ ຫຼັງຈາກພິທີສວດມົນພາວະນາໃນມື້ວັນສຸກວານນີ້.

ພວກນັກເຄື່ອນໄຫວຊີເຣຍກ່າວວ່າ ການສັງຫານສ່ວນໃຫຍ່ ໄດ້ມີຂຶ້ນໃນເຂດ Jabal al-
Zawiya ທາງພາກຕາເວັນຕົກສຽງເໜືອຂອງປະເທດ ທີ່ແຂວງ Deraa ໃນພາກໃຕ້ແລະ
ແຂວງ Hama ຢູ່ໃນເຂດພາກກາງ.

ກຸ່ມສັງເກດການສິດທິມະນຸດຂອງຊີເຣຍທີ່ມີສຳນັກງານຢູ່ກຸງລອນດອນກ່າວວ່າ ຢ່າງນ້ອຍ 2 ຄົນໃນຈຳນວນພວກເສຍຊີວິດແມ່ນຢູ່ທີ່ເມືອງ Homs ທີ່ຕັ້ງຢູ່ໃນເຂດພາກກາງຂອງປະເທດ.

ຄວາມຮຸນແຮງທີ່ວ່ານີ້ໄດ້ມີຂຶ້ນຫຼັງຈາກຮຽກຮ້ອງຂອງເລຂາທິການໃຫຍ່ອົງການສະຫະປະຊາ
ຊາດທ່ານ Ban Ki-moon ທີ່ໃຫ້ນາໆຊາດຕອບໂຕ້ແບບມີການປະສານງານກັນຕໍ່ການປາບ ປາມພວກຄັດຄ້ານລັດຖະບານຢ່າງຮຸນແຮງຂອງຊີເຣຍ ຂະນະທີ່ການລຸກຮືຂຶ້ນພວມກ້າວເຂົ້າ
ສູ່ເດືອນທີ 7.

ໃນວັນພະຫັດຜ່ານມານີ້ ທ່ານ Ban ໄດ້ກ່າວຫາປະທານາທິບໍດີຊີເຣຍທ່ານ Bashar al-
Assad ວ່າ ເພີ່ມທະວີຄວາມຮຸນແຮງແລະການກົດຂີ່ ແລະບໍ່ເອົາຫົວ ຊາຕໍ່ຄຳຮຽກຮ້ອງໃຫ້
ຢຸດເຊົາການກໍ່ຄວາມຮຸນແຮງທີ່ໄດ້ຮັບຄວາມອຸບປະຖຳຈາກລັດຖະບານ. ຜູ້ນຳຂອງອົງການ ສະຫະປະຊາຊາດກ່າວວ່າ ມັນພໍແລ້ວ ສຳລັບການໃຫ້ຄຳໝັ້ນສັນຍາວ່າ ຈະມີການປະຕິຮູບ
ຂອງທ່ານ Assad ທີ່ບໍ່ມີການປະຕິບັດຕາມນັ້ນ.

ໃນມື້ວານນີ້ ນາຍົກລັດຖະມົນຕີເທີກີທ່ານ Recep Tayyip Erdogan ໄດ້ເຂົ້າຮ່ວມສົມ
ທົບໃນການປະນາມການກໍ່ຄວາມຮຸນແຮງ ຢູ່ໃນຊີເຣຍ. ທ່ານ Erdogan ໄດ້ທຳນາຍເຖິງ
ການພັງທະລາຍລົງຂອງລັດຖະບານທ່ານ Assad ໂດຍເວົ້າວ່າ ຍຸກສະໄໝໃນການກົດຂີ່
ຂອງຈອມຜະເດັດການໄດ້ຜ່ານກາຍໄປແລ້ວ.

XS
SM
MD
LG