ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດຮຽກຮ້ອງໃຫ້ ປະສານງານກັນ ເພື່ອຕອບໂຕ້ຕໍ່ ການປາບປາມຂອງຊີເຣຍ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon ຮຽກຮ້ອງໃຫ້
ນາໆຊາດທຳການຕອບໂຕ້ ແບບມີການປະສານງາ ນກັນ ຕໍ່ການປາບປາມພວກຄັດຄ້ານ
ລັດຖະບານຢ່າງຮຸນແຮງຂອງລັດຖະບານຊີເຣຍນັ້ນ.

ໃນວັນພະຫັດວານນີ້ທ່ານ Ban ໄດ້ກ່າວຫາປະທານາທິບໍດີ Bashar al-Assad ວ່າ
ເພີ່ມທະວີຄວາມຮຸນແຮງແລະການກົດຂີ່ ແລະກໍບໍ່ເອົາຫົວຊາຕໍ່ຄຳຮ້ອງຮຽນໃຫ້ຍຸດຕິການ
ກໍ່ຄວາມຮຸນແຮງທີ່ໄດ້ຮັບການສະໜັບສະໜຸນໂດຍລັດຖະບານ. ຜູ້ນຳຂອງອົງການສະຫະ
ປະຊາຊາດເວົ້າວ່າ ພໍແລ້ວສຳລັບການບໍ່ປະຕິບັດຕາມຄຳໝັ້ນສັນຍາທີ່ທ່ານ Assad ໄດ້
ໃຫ້ໄວ້ກ່ຽວກັບການປະຕິຮູບນັ້ນ.

ໃນເຊົ້າວານນີ້ ພວກນັກເຄື່ອນໄຫວຝ່າຍຄ້ານຂອງຊີເຣຍ ໄດ້ປະກາດທີ່ນະຄອນອິສຕັນບູລ
ປະເທດເທີກີ ກ່ຽວກັບການສ້າງຕັ້ງສະພາຜູ້ຕາງໜ້າຂອງກຸ່ມແນວໂຮມຕໍ່ຕ້ານທ່ານ Assad.
ພວກເຂົາເຈົ້າເວົ້າວ່າ ສະພາດັ່ງກ່າວນີ້ ແມ່ນຮວມທັງສະມາຊິກ 140 ຄົນຊຶ່ງເຄິ່ງນຶ່ງຂອງຈຳ
ນວນດັ່ງກ່າວແມ່ນຍັງຢູ່ໃນຊີເຣຍ.

ສະຫະລັດໄດ້ສະແດງການສະໜັບສະໜຸນ ແຕ່ກໍໃຫ້ຂໍ້ສັງເກດເຖິງຄວາມຈຳເປັນໃນການ
ປະສານງານກັນຂະນະທີ່ກຸ່ມດັ່ງກ່າວຍັງປະເຊີນກັບບັນຫາທ້າທາຍຫຼາຍຢ່າງ.

ຂະນະດຽວກັນ ເຈົ້າໜ້າທີ່ສະຫະລັດກໍໄດ້ຮຽກຮ້ອງໃຫ້ຊາວອະເມຣິກັນ ເດີນທາງອອກ
ຈາກຊີເຣຍໃນທັນທີ ໂດຍໄດ້ກ່າວຢໍ້າອີກຄັ້ງນຶ່ງເຖິງຄຳເຕືອນທີ່ອອກໃນເດືອນແລ້ວ. ນັບ
ແຕ່ນັ້ນມາ ວໍຊິງຕັນກໍໄດ້ເພີ່ມການລົງໂທດຕໍ່ລັດຖະບານຊີເຣຍ.

XS
SM
MD
LG