ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າໄອຍະການ ໃນເຂດທ້ອງຖິ່ນ ຂອງຊີເຣຍ ລາອອກເພື່ອປະທ້ວງ


ຮູບພາບທີ່ພິມເຜີຍແຜ່ໂດຍອົງການຂ່າວ SANA ຂອງທາງການຊີເຣຍ ທີ່ສະແດງໃຫ້ເຫັນຖະໜົນຫົນທາງທີ່ເປົ່າ ແປນ ແລະເຕັມໄປດ້ວຍເສດຂີ້ເຫຍື້ອໃນອັນທີ່ອົງການຂ່າວ SANA ເວົ້າວ່າ ເປັນການຟື້ນຟູຄວາມປອດໄພແລະ ສະຖຽນລະພາບ ທີ່ເມືອງ Hama ໃນພາກກາງຂອງຊີເຣຍ (4 ສິງຫາ 2011)
ຮູບພາບທີ່ພິມເຜີຍແຜ່ໂດຍອົງການຂ່າວ SANA ຂອງທາງການຊີເຣຍ ທີ່ສະແດງໃຫ້ເຫັນຖະໜົນຫົນທາງທີ່ເປົ່າ ແປນ ແລະເຕັມໄປດ້ວຍເສດຂີ້ເຫຍື້ອໃນອັນທີ່ອົງການຂ່າວ SANA ເວົ້າວ່າ ເປັນການຟື້ນຟູຄວາມປອດໄພແລະ ສະຖຽນລະພາບ ທີ່ເມືອງ Hama ໃນພາກກາງຂອງຊີເຣຍ (4 ສິງຫາ 2011)

ຫົວໜ້າໄອຍະການທີ່ເມືອງ Hama ໃນພາກກາງຂອງຊີເຣຍກ່າວວ່າ ທ່ານໄດ້ລາອອກຍ້ອນ
ການປາບປາມພວກປະທ້ວງນິຍົມປະຊາທິປະໄຕຢ່າງຮ້າຍແຮງຂອງລັດຖະບານ.

ໃນວີດີໂອ ທີ່ນຳອອກເຜີຍແຜ່ທາງ You Tube ນັ້ນ ທ່ານ Adnan Bakkour ກ່າວວ່າ
ທ່ານລາອອກ ຍ້ອນກຳລັງຮັກສາຄວາມສະຫງົບ ໄດ້ສັງຫານພວກນັກໂທດ 72 ຄົນ ທີ່
ເມືອງ Hama ໃນທ້າຍເດືອນກໍລະກົດຜ່ານມາ ແລະອີກ 400 ຄົນໃນລະຫວ່າງການປິດ
ລ້ອມເມືອງດັ່ງກ່າວ ຂອງລັດຖະບານໃນເດືອນສິງຫາ.

ອົງການຂ່າວ SANA ຂອງທາງການຊີເຣຍແຈ້ງວ່າ ຂ່າວຄາວກ່ຽວກັບການລາອອກຂອງ
ທ່ານ Bakkour ແມ່ນບໍ່ຖືກຕ້ອງ ແລະທ່ານໄດ້ຖືກບັງຄັບໃຫ້ເວົ້າ ໂດຍກຸ່ມກໍ່ການຮ້າຍປະ
ກອບອາວຸດ ທີ່ໄດ້ລັກພາໂຕທ່ານໄປໃນຕົ້ນສັບປະດານີ້.

ພວກນັກເຄື່ອນໄຫວແລະປະຊາຊົນກ່າວໃນມື້ວັນພຸດວານນີ້ວ່າ ກຳລັງຮັກສາຄວາມສະງົບ
ທີ່ໄດ້ຮັບການໜຸນຫຼັງຈາກລົດຖັງ ໄດ້ທຳການຈັບກຸມແລະຕາມລ່າຫາພວກຜູ້ນຳທີ່ຢູ່ເບື້ອງ
ຫຼັງການລຸກຮືຂຶ້ນຕໍ່ຕ້ານປະທານາທິບໍດີ Bashar al-Assad ໃນເມືອງ Hama.

ພວກເຂົາເຈົ້າເວົ້າວ່າ ທະຫານຈຳນວນຫຼາຍຮ້ອຍຄົນໄດ້ອອກມາຈາກລົດບັດທີ່ຈອດຢູ່ໃນເຂດ
ຊານເມືອງແລະກໍບຸກເຂົ້າໄປກວດຄົ້ນຢູ່ໃນ 2 ຄຸ້ມຄືຄຸ້ມ al-Qusour ແລະຄຸ້ມ al-Mami-
diya. ພວກທະຫານໄດ້ຖາມຫາຊື່ຜູ້ຄົນຫຼືຜູ້ຕ້ອງສົງໄສທີ່ພົວພັນໃນການວາງແຜນກ່ຽວກັບ
ການເດີນຂະບວນປະທ້ວງໃນຂອບ ເຂດທີ່ກວ້າງຂວາງນັ້ນ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີຜູ້ຄົນຫຼາຍປານໃດໄດ້ຖືກຈັບກຸມຄຸມຂັງ.

ໄດ້ມີການໂຮມຊຸມນຸມປະທ້ວງຂະໜາດໃຫຍ່ຈຳນວນນຶ່ງທີ່ເມືອງ Hama ຮຽກຮ້ອງໃຫ້ການ
ປົກຄອງແບບຜະເດັດການເປັນເວລາ 11 ປີຂອງທ່ານ Assad ສິ້ນສຸດລົງ.

ນອກນັ້ນແລ້ວໃນມື້ວານນີ້ ອົງການສັງເກດການເພື່ອສິດທິມະນຸດຊີເຣຍທີ່ມີສຳນັກງານຢູ່ປະ
ເທດອັງກິດກ່າວວ່າ ມີພົນລະເຮືອນ 360 ຄົນແລະທະຫານຫຼືສະມາຊິກກຳລັງຮັກສາຄວາມ
ສະຫງົບ 113 ຄົນໄດ້ເສຍຊີວິດ ໃນລະຫວ່າງເດືອນຖືສິນອົດ Ramadan ຂອງສາສະໜາ ອິສລາມທີ່ຫາກໍສິ້ນສຸດລົງນັ້ນ.

ລັດຖະບານຊີເຣຍໄດ້ຖີ້ິ້ມໂທດກ່ຽວກັບຄວາມຮຸນແຮງພາຍໃນປະເທດສ່ວນໃຫຍ່ ໃສ່ອັນທີ່
ລັດຖະບານຊີເຣຍເອີ້ນວ່າ ກຸ່ມອັນທະພານແລະກຸ່ມກໍ່ການຮ້າຍປະກອບອາວຸດ.

XS
SM
MD
LG