ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊີເຣຍພ້ອມແລ້ວ ທີ່ຈະປະຕິບັດ ຕາມຄຳຮ້ອງຂໍຂອງ ສປຊ (ສະໄລດ໌)


ຮູບພາບຈາກນັກຖ່າຍສະມັກຫລີ້ນ ໃນວັນຈັນ ທີ່ 18, 2012, ສະແດງໃຫ້ເຫັນຄວນໄຟສີດໍາທີ່ໃໝ້ຈາກຕຶກ ໃນເມືອງ Homs, ຊີເຣຍ.
ຮູບພາບຈາກນັກຖ່າຍສະມັກຫລີ້ນ ໃນວັນຈັນ ທີ່ 18, 2012, ສະແດງໃຫ້ເຫັນຄວນໄຟສີດໍາທີ່ໃໝ້ຈາກຕຶກ ໃນເມືອງ Homs, ຊີເຣຍ.

​ເຣຍກ່າວ​ວ່າ ຕົນຕຽ​ມພ້ອມ​ແລ້ວ ທີ່​ຈະ​ປະຕິບັດ​ຕາມ​ ຄໍາຂໍຮ້ອງຂອງອົງການ​ສະຫະ
​ປະ​ຊາຊາດເພື່ອ​ຍົກຍ້າຍພົນລະ​ເຮືອນ​ອອກ​ຈາກ​ເມືອງ Homs ​ຊຶ່ງ​ເປັນ ສູ​ນກາງ​ໃນ​
ການ​ສູ້​ລົບ​ກັນ ​ບ່ອນ​ທີ່​ກໍາລັງທະຫານ​ຝ່າຍ​ລັດຖະບານ​ໄດ້ຍິງຖະຫຼົ່ມ ​ຕັ້ງ​ແຕ່​ຕົ້ນ
​ເດືອນມິຖຸນາເປັນ​ຕົ້ນ​ມາ​ເພື່ອ​ພະຍາຍາມ​ທັບມ້າງກ​ານລຸກ​ຮື​ຂື້ນຕໍ່​ຕ້ານ ລັດຖະບານ​ເ
ປັນ​ເວລາ 15 ​ເດືອນ​ແລ້ວນັ້ນ.

ກະຊວງການ​ຕ່າງປະ​ເທດ​ຊີ​ເຣຍ ກ່າວ​ໃນ​ວັນ​ອັງຄານ​ນີ້​ວ່າ ຕົນ​ໄດ້​ຕິດ​ຕໍ່​ໄປ​ຍັງ​ພວກ​
ນັກສັງ​ເກ​ດການຂອງ​ອົງການ​ສະຫະ​ປະຊາ​ຊາດທີ່ຢູ່​ໃນ​ປະ​ເທດແລະ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ
ເພື່ອ​ຈັດ​ແຈງ​ກ່ຽວກັບ​ການ​ຍົກຍ້າຍພົນລະ​ເຣືອນອອກ​ຈາກ​ເມືອງ Homs ບ່ອນ​ທີ່
ພວກ​ນັກເຄື່ອນ​ໄຫວຝ່າຍ​ຄ້ານ​ກະ​ປະມານ​ວ່າ ມີ​ຈໍານວນ 1,000 ຄອບຄົວທີ່​ຍັງ​ຕົກ​
ຄ້າງ​ຢູ່​ໃນ​ເມືອງ​ດັ່ງກ່າວ. ​ແຕ່ລັດຖະບານ​ຊີ​ເຣຍ​ເວົ້າ​ວ່າ ຄວາ​ມພະຍາຍາມ​ຂອງ​ພວກ​
ນັກສັງ​ເກດການໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ​ເນື່ອງ​ຈາກ​ວ່າ​ຖືກ​ຂັດຂວາງຈາກກຸ່ມ​
ກໍ່​ການ​ຮ້າຍທີ່​ຕິດ​ອາ​ວຸດຊຶ່ງ​ເປັນ​ຄຳ​ສັບ​ທີ່​ໝາຍ​ເຖິງ​ພວກ ກະບົດ​ທີ່​ນຳພາ​ໃນ​ການ​ລຸກ
​ຮື​ຂຶ້ນນັ້ນ. ຖະ​ແຫລ​ງການຂອງຊີ​ເຣຍ ​ຍັງ​ໄດ້​ກ່າວ​ຫາ ພວກ​ກະບົດ​ວ່າ ​ໃຊ້​ພົນລະ
​ເຮືອນ​ໃນເມືອງ Homs ​ເປັນປ້ອມ​ບັງ​ກະສຸນ.

ຫົວໜ້າ​ຄະນະສັງ​ເກ​ດຂອງການ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Robert Mood ​
ໄດ້​ຂໍ​ຮ້ອງ​ໃຫ້ລັດຖະບານຊີ​ເຣຍ​ແລະ​ກໍາລັງ​ຂອງພວກ​ກະບົດຈົ່ງ​ອະນຸ ຍາດ​ໃຫ້​ພວກ​
ແມ່ຍິງ ເດັກນ້ອຍ ​ແລະ​ຜູ້​ໄດ້​ຮັບ​ບາດ​ເຈັບ ໜີອອກໄປຈາກ​ເມືອງ Homs ​ແລະບ່ອນ​
ທີ່​ມີ​ການ​ສູ້​ລົບ​ກັນ​ອື່ນໆ. ກຸ່ມສັງ​ເກດ​ການ​ສິດ​ທິມະນຸດໃນ​ຊີ ​ເຣຍທີ່​ມີ​ສຳນັກງານ​ຢູ່
ອັງກິດ ກ່າວ​ວ່າ ພວກ​ທີ່ໄດ້​ຮັບ​ບາດ​ເຈ​ບຫລາຍໆ​ສິບຄົນ​ ຍັງ​ຕົກ​ຄ້າງ​ຢູ່​ໃນ​ເມືອງ
Homs ແລະເຂດຄວບ​ຄຸມ​ອື່ນໆ​ຂອງພວກ​ກະບົດ​ ທີ່ບໍ່ມີ​ຢາ​ ແລະ​ນາຍໝໍ​ໃຫ້ການ
​ປິ່ນປົວ​ນັ້ນ.

ທ່ານ Mood ຊຶ່ງ​ເປັນ​ນາຍ​ພົນ​ຂອງນໍເວ ​ມີ​ກໍານົດ​ທີ່​ຈະ​ໄປປາກົດ​ໂຕ​ຕໍ່ສະພາ​ຄວາມ
​ໝັ້ນ​ຄົງຂອງ​ອົງການສະຫະ​ປະຊາ​ຊາດ ທີ່​ນະຄອນນີວຢອກ ​ໃນ​ວັນ​ອັງ ຄານມື້​ນີ້ ​
ເພື່ອ​ລາຍ​ງານໃຫ້ບັນດາສະມາຊິກຊາບ ກ່ຽວ​ກັບ​ສະພາບຂອງ​ຄະນະ ສັງ​ເກດ​ການ
300 ຄົນທີ່​ທ່ານໄດ້​ສັ່ງ​ໃຫ້​ໂຈະ​ການ​ປະຕິບັດ​ງານ​ຂອງ​ພວກ​ເຂົາ ​ເຈົ້າໃນ​ວັນ​ເສົາ​ແລ້ວ
​ເນື່ອງ​ຈາກ​ຄວາ​ມຮຸນ​ແຮງທີ່​ເພີ່ມ​ທະວີ​ຂຶ້ນ​ໃນ​ຊີ​ເຣຍ.

XS
SM
MD
LG