ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊີ​ເຣຍກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກສອນ​ໄຟ​​ຂອງ ​ອິສ ຣາ​ແອ​ລ ໄດ້ຖະ​ຫລົ່ມ​ສະໜາມ​ບິນ ​ສາ​ກົນ ດາ​ມາ​ສ​ກັ​ສ ​


ແຜນ​ທີ່​ນະ​ຄອນ​ຫລວງຂອງ​ຊີ​ເຣຍ ສະ​ແດງ​ໃຫ້​ເຫັນ ສະໜາມບິນສາກົນດາມາສກັສທີ່ຖະຫລົ່ມ ໃນວັນຈັນ, ວັນ​ທີ 2 ມັງ​ກອນ, 2023
ແຜນ​ທີ່​ນະ​ຄອນ​ຫລວງຂອງ​ຊີ​ເຣຍ ສະ​ແດງ​ໃຫ້​ເຫັນ ສະໜາມບິນສາກົນດາມາສກັສທີ່ຖະຫລົ່ມ ໃນວັນຈັນ, ວັນ​ທີ 2 ມັງ​ກອນ, 2023

ກອງທັບ​ຊີ​ເຣຍກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ອິສຣາ​ແອ​ລ ໄດ້ຖະ​ຫລົ່ມ​ສະໜາມ​ບິນ​ສາ​ກົນດາ​ມາ​ສ​ກັ​ສ ​ໃນ​ວັນ​ຈັນ​ມື້​ນີ້ ​ເຮັດ​ໃຫ້​ມັນຕ້ອງຢຸດ​ການໃຫ້​ບໍລິການ​.

ຖະ​ແຫຼງການ​ສະ​ບັບ​ນຶ່ງຂອງ​ກອງທັບ​ຊີ​ເຣຍ ກ່າວ​ວ່າ ການ​ໂຈມ​ຕີ​ໃນ​ຕອນ​ເຊົ້າໆ​ທີ່​ວ່ານັ້ນ​ ຍັງ​ໄດ້​ແນ​ໃສ່​ເປົ້າ​ໝາຍ​ຕ່າງໆ ​ໃນ​ເຂດພາກ​ໃຕ້​ຂອງນະ​ຄອນ​ຫລວງດາ​ມາ​ສ​ກັ​ສອີກ​ດ້ວຍ ​ແລະ​ເຮັດ​ໃຫ້​ທະຫານ 2 ຄົນ​ເສຍ​ຊີວິດ.

ອິສຣາ​ແອ​ລ ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃນ​ທັນທີ​ກ່ຽວ​ກັບ​ການ​ໂຈມ​ຕີດັ່ງ​ກ່າວ. ກອງທັບ ຂອງປະ​ເທດນັ້ນ ໄດ້ໂຈມຕີບ່ອນ​ທີ່​ເປັນເປົ້າໝາຍຕ່າງ​ໆ ຢູ່ໃນຊີເຣຍຊ້ຳແລ້ວ ຊ້ຳ​ອີກໃນ​ສອງ​ສາມ​ປີ​ທີ່​ຜ່ານມານີ້ ໂດຍບໍ່ໄດ້ຮັບຮູ້ຢ່າງເປີດເຜີຍຕໍ່ການກະທຳ ຂອງ​ຕົນນອກເໜືອໄປກວ່າການທີ່ກ່າວວ່າ ຕົນໄດ້ກະທຳໄປ​ກໍແມ່ນເພື່ອປ້ອງກັນ ບໍ່ໃຫ້ພວກຫົວຮຸນແຮງທີ່ໜູນຫຼັງໂດຍອີຣ່ານ ເຊັ່ນກຸ່ມເຮ​ສ​ໂບ​ລາບໍ່​ໃຫ້ເຄື່ອນ ໄຫວຢ່າງເສລີຢູ່ໃນ ຊີເຣຍ ໄດ້.

ການ​ໂຈມ​ຕີ​ຂອງ​ອິສຣາ​ແອ​ລ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ​ໄດ້ເຮັດ​ໃຫ້​ສະໜາມ​ບິນ​ສາກົນດາ​ມາ​ສ​ກັ​ສປິດ​ລົງ​ເປັນ​ເວລາ​ສອງ​ອາທິດ. ການ​ໂຈມ​ຕີ​ອີກ​ຄັ້ງ​ນຶ່ງ​ໃນ​ເດືອນ​ກັນຍາຜ່ານ​ມາ​ກໍ​ເຮັດ​ໃຫ້​ສະໜາມ​ບິນ​ໃນ​ເມືອງອາ​ເລບ​ໂປ ຢຸດ​ການໃຫ້​ບໍລິການ​ເປັນ​ເວລາ​ຫລາຍ​ມື້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG