ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊີເຣຍ ກ່າວວ່າ ການໂຈມຕີທາງອາກາດຂອງ ອິສຣາແອລ ຖືກທ່າເຮືອທີ່ສຳຄັນ


ຮູບພາບເຜີຍແຜ່ໂດຍອົງການຂ່າວ SANA ສະແດງໃຫ້ເຫັນແປວໄຟລຸກຂຶ້ນ ຢູູ່ບ່ອນເກັບມ້ຽນຕູ້ຄອນ​ເທັນ​ເນີ ຢູ່ເມືອງ Latakia ປະເທດຊີເຣຍ ວັນທີ 28 ທັນວາ 2021.
ຮູບພາບເຜີຍແຜ່ໂດຍອົງການຂ່າວ SANA ສະແດງໃຫ້ເຫັນແປວໄຟລຸກຂຶ້ນ ຢູູ່ບ່ອນເກັບມ້ຽນຕູ້ຄອນ​ເທັນ​ເນີ ຢູ່ເມືອງ Latakia ປະເທດຊີເຣຍ ວັນທີ 28 ທັນວາ 2021.

ສື່ມວນຊົນລັດຖະບານຊີ​ເຣຍ ໄດ້ລາຍງານວ່າລູກສອນໄຟຂອງອິສຣາແອລ ທີ່ຍິງຈາກທະເລເມດີເຕຣານຽນໄດ້ຕົກໃສ່ທ່າເຮືອລາຕາເກຍ (Latakia) ເຮັດໃຫ້ເກີດໄຟໄໝ້ ແລະສ້າງຄວາມເສຍຫາຍຢ່າງໜັກ.

ອົງການຂ່າວ SANA ຂອງລັດຖະບານກ່າວວ່າ ການໂຈມຕີໄດ້ເກີດຂຶ້ນໃນ ຕອນເຊົ້າວັນອັງຄານມື້ນີ້ ແລະໄດ້ຕົກໃສ່ເດີ່ນເກັບມ້ຽນຕູ້ຄອນ​ເທັນ​ເນີແຫ່ງ​ນຶ່ງຢູ່ໃນ​ທ່າ​ເຮືອແຫ່ງນັ້ນ.

ລາ​ຕາ​ເກຍ (Latakia) ແມ່ນທ່າ​ເຮືອການຄ້າທີ່ສຳຄັນຂອງຊີ​ເຣຍ ແລະອິສຣາແອລໄດ້ໂຈມຕີເປັນເທື່ອທີສອງແລ້ວເພື່ອແນໃສ່ເຂດດັ່ງກ່າວໃນເດືອນນີ້.

ອິສຣາແອລ ໄດ້ປະຕິບັດການໂຈມຕີຫຼາຍຄັ້ງຕໍ່ເປົ້າໝາຍຕ່າງໆຢູ່ໃນດິນແດນຂອງ ຊີ​ເຣຍ ນັບແຕ່ເລີ້ມມີສົງຄາມກາງເມືອງຂອງ ຊີ​ເຣຍໃນປີ 2011 ເປັນ​ຕົ້ນ​ມາ.

ອິສຣາແອລ ບໍ່ຄ່ອຍກ່າວເຖິງການໂຈມຕີໃນແຕ່ລະຄັ້ງ ແຕ່ໄດ້ຮັບຮູ້ເຖິງການ​ແນເປົ້າໝາຍໂຈມ​ຕີ​ໃສ່ກຳລັງທະ​ຫານທີ່ ອີຣ່ານ ໜູນຫຼັງ ແລະ ການສົ່ງເຄື່ອງຂອງເພື່ອປ້ອງກັນການ​ຕັ້ງທີ່​ໝັ້ນ​ຂອງອີຣ່ານ ຢູ່ໃນ ຊີ​ເຣຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG