ສະຫະພາບຢູໂຣບໄດ້ຂະຫຍາຍການລົງໂທດທາງດ້ານການເງິນແລະການທ່ອງທ່ຽວຕໍ່ຊີເຣຍ
ແລະທຳການເຄື່ອນໄຫວ ເພື່ອປະນາມການປາບປາມ ພວກປະທ້ວງຕໍ່ຕ້ານລັດຖະບານຢ່າງ
ໂຫດຮ້າຍຂອງຊີເຣຍ.
ໃນວັນສຸກມື້ນີ້ ສະຫະພາບຢູໂຣບ ໄດ້ປະກາດຢຶດຊັບສິນແລະຫ້າມບໍ່ໃຫ້ຊາວຊີເຣຍຕື່ມອີກ
7 ຄົນ ແລະ 4 ບໍລິສັດເດີນທາງໄປຍັງຢູໂຣບຊຶ່ງເຮັດໃຫ້ລາຍຊື່ທີ່ຖືກຫ້າມທັງໝົດເພີ່ມຂຶ້ນ
ເປັນ 34 ຄົນ ຮວມທັງປະທານາທິບໍດີຊີເຣຍ ທ່ານ Bashar al-Assad. ນອກນັ້ນແລ້ວ
ການລົງໂທດໃໝ່ ຍັງໄດ້ແນເປົ້າໝາຍໃສ່ ຜູ້ບັນຊາການໜ່ວຍພິທັກປະຕິວັດຂອງອີຣ່ານ 3
ຄົນທີ່ສະຫະພາບຢູໂຣບກ່າວຫາວ່າໃຫ້ການສະໜັບສະໜຸນຕໍ່ການດຳເນີນຄວາມພະຍາຍາມ
ມາເປັນເວລາ 3 ເດືອນຂອງທ່ານ Assad ເພື່ອປາບປາມພວກປະທ້ວງຕໍ່ຕ້ານລັດຖະບານ
ໃນຊີເຣຍ.
ຜູ້ບັນຊາການຂອງອີຣ່ານທັງ 3 ມີການລະບຸວ່າແມ່ນພົນຕີ Qasem Soleimani ແລະພົນ
ຈັດຕະວາ Mohammad Ali Jafari ທີ່ບັນຊາການກຳລັງພິທັກປະຕິວັດ ຕະຫຼອດທັງຮອງ ຜູ້ບັນຊາການກຳລັງພິທັກປະຕິວັດທີ່ຮັບຜິດຊອບໃນດ້ານສືບລັບທ່ານ Hossein Taeb.
ນອກນັ້ນແລ້ວ ສະຫະພາບຢູໂຣບຍັງໄດ້ລົງໂທດບໍລິສັດຄຸ້ມຄອງຊັບສິນຂອງຊີເຣຍ ບໍລິສັດ
ກອງທຶນການລົງທຶນ ແລະອີກ 2 ບໍລິສັດ ທີ່ສະຫະພາບຢູໂຣບກ່າວຫາວ່າ ໃຫ້ເງິນສະໜັບ
ສະໜຸນລັດຖະບານທ່ານ Assad ນັ້ນ.
ທີ່ກອງປະຊຸມຢູ່ນະຄອນ Brussels ໃນວັນສຸກມື້ນີ້ ພວກຜູ້ນຳຂອງສະຫະພາບຢູໂຣບມີ
ກຳນົດທີ່ຈະຮັບຮອງເອົາຄຳປະກາດສະບັບນຶ່ງ ເພື່ອປະນາມ ໃນອັນທີ່ຮ່າງຄຳປະກາດເອີ້ນ
ວ່າ ການກໍ່ຄວາມຮຸນແຮງທີ່ຮັບເອົາບໍ່ໄດ້ແລະໜ້າຕື່ນຕົກໃຈຂອງຊີເຣຍຕໍ່ປະຊາຊົນພົນລະ
ເມືອງຂອງຕົນນັ້ນ. ຮ່າງຄຳປະກາດຍັງເວົ້າຕື່ມວ່າ ເສັ້ນທາງໃນການກົດຂີ່ຂອງຊີເຣຍ ພາ ໃຫ້ເກີດມີຄຳຖາມກ່ຽວກັບການປົກຄອງທີ່ຖືກຕ້ອງຊອບທຳຂອງຊີເຣຍ.