ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນ​ການ​ສຳ​ລັບ ການ​ເຈ​ລະ​ຈາ ລະ​ຫວ່າງ ທ່ານ ທ​ຣຳ ກັບ ທ່ານ ເອີ​ດູ​ອານ ລວມ​ມີບັນ​ຫາ ຊີ​ເຣຍ ແລະ ລູກ​ສອນ​ໄຟ ຣັດ​ເຊຍ


ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີເຊັບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ຄຳ​ປາ​ໄສ​ຕໍ່​ນັກຂ່າວ ກ່ອນ​ເດີນ​ທາງ​ຢ້ຽມ​ຢາມ ສະ​ຫະ​ລັດ. ນະ​ຄອນຫຼວງ ອັງ​ກາ​ຣາ, ປະ​ເທດ ເທີ​ກີ. 12 ພະ​ຈິກ, 2019.
ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີເຊັບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ຄຳ​ປາ​ໄສ​ຕໍ່​ນັກຂ່າວ ກ່ອນ​ເດີນ​ທາງ​ຢ້ຽມ​ຢາມ ສະ​ຫະ​ລັດ. ນະ​ຄອນຫຼວງ ອັງ​ກາ​ຣາ, ປະ​ເທດ ເທີ​ກີ. 12 ພະ​ຈິກ, 2019.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ຈະ​ຢ້ຽມ​ຢາມ​ທຳ​ນຽບ​ຂາວ​ ເພື່ອ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ວັນ​ພຸດມື້ນີ້, ພ້ອມ​ກັບ​ຜູ້​ນຳ​ສອງ​ທ່ານ​ທີ່​ເບິ່ງ​ຄື​ວ່າ ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ບຸກ​ໂຈມ​ຕີ​ຂອງ ເທີ​ກີ ໃນ​ພາກ​ເໜືອ​ຂອງ ຊີ​ເຣຍ ແລະ ການ​ຊື້​ລະ​ບົບ​ປ້ອງ​ກັນ​ອາ​ກາດ ຣັດ​ເຊຍ ຂອງ​ເຂົາ​ເຈົ້າ.

ແຜນ​ການ​ສຳ​ລັບ​ການ​ພົບ​ປະ​ມື້ນີ້ ທີ່​ຖືກ​ເປີດ​ເຜີຍ​ໂດຍ​ທຳ​ນຽບ​ຂາວ​ຍັງ​ລວມ​ມີ​ການ​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັນ​ໃນ​ຕອນ​ບ່າຍ.

ສະ​ຫະ​ລັດ ແລະ ພັນ​ທະ​ມິ​ດ​ອົງ​ການ NATO ອື່ນໆ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ການ​ຊື້​ລະ​ບົບ​ລູກ​ສອນ​ໄຟ S-400 ຂອງ ຣັດ​ເຊຍ ໂດຍ​ ເທີ​ກີ, ໂດຍ​ເວົ້າ​ວ່າ​ມັນ​ບໍ່​ເຂົ້າ​ກັບ​ລະ​ບົບ​ປ້ອງ​ກັນ​ຂອງ​ພັນ​ທະ​ມິດ ແລະ ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ໂຄງ​ການ​ເຮືອ​ບິນ​ຮົບ F-35 ຂອງ ສະ​ຫະ​ລັດ.

ໃນ​ການ​ຕອບ​ໂຕ້​ນັ້ນ, ສະ​ຫະ​ລັດ ໄດ້​ໂຈະ​ການ​ມີ​ສ່ວນ​ຮ່ວມ​ຂອງ ເທີ​ກີ ກັບ​ໂຄງ​ການ F-35.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ສະ​ຫະ​ລັດ ຄົນ​ນຶ່ງ, ຜູ້​ທີ່​ໄດ້​ລົມ​ກັບ​ນັກ​ຂ່າວ ກ່ຽວ​ກັບ ການ​ຢ້ຽມ​ຢາມ​ຂອງ​ທ່ານ ເອີ​ດູ​ອານ ໄດ້​ກ່າວ​ວ່າ ບັນ​ຫາ​ຂອງ​ລະ​ບົບ​ລູກ​ສອນ​ໄຟ ແມ່ນ​ບັນ​ຫາ​ນຶ່ງ​ທີ່​ທ່ານ ທ​ຣຳ “ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ແກ້​ໄຂ​ໂດຍ​ກົງ” ໃນ​ການ​ເຈ​ລະ​ຈາ​ກັບ ເທີ​ກີ.

ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ “ດັ່ງ​ທີ່​ທ່ານ​ໄດ້​ປະ​ກາດ​ຢ່າງ​ເປີດ​ເຜີຍ​ນັ້ນ, ມັນ​ໄດ້​ມີ​ດ້ານ​ທີ່​ເປັນ​ແງ່ບວກ​ຢ່າງ​ຍິ່ງ ໃນ​ສາຍ​ພົວ​ພັນ​ສອງ​ຝ່າຍ​ໃນ​ແງ່​ຂອງ​ເສດ​ຖະ​ກິດ, ສ່ວນ​ທີ່​ສຳ​ຄັ​ນ​ໃນ​ນັ້ນ​ແມ່ນ​ເຮືອ​ບິນ​ຮົບ F-35 ແລະ ບົດ​ບາດ​ຂອງ ເທີ​ກີ ແລະ ບົດ​ບາດ​ທີ່​ເປັນ​ໄປ​ໄດ້​ໃນ​ໂຄງ​ການ F-35. ແຕ່​ເພື່ອ​ທີ່​ຈະໄປເຖິງ​ຈຸດ​ນັ້ນ, ພວກ​ເຮົາ, ດັ່ງ​ກັບ​ພັນ​ທະ​ມິດ, ຕ້ອງ​ແກ້​ໄຂ​ບັນ​ຫາ​ຂອງ​ລະ​ບົບ S-400 ນີ້.”

ໂຄ​ສົກ​ຂອງ​ທ່ານ ເອີ​ດູ​ອານ, ທ່ານ ຟາ​ເຣັດ​ຕີ ອາ​ລ​ຕຸນ ໄດ້​ກ່າວ​ໃນ​ທວິດ​ເຕີ​ວ່າ ເທີ​ກີ ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ແລ້ວ​ ກ່ຽວ​ກັບ ການ​ໃຫ້​ເຫດ​ຜົນ​ຂອງ​ເຂົາ​ເຈົ້າ ສຳ​ລັບ​ການ​ຊື້​ລະ​ບົບ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ.

ທ່ານ ອາ​ລ​ຕຸນ ໄດ້​ຂຽນ​ວ່າ “ຄວາມ​ຕ້ອງ​ການ​ຂອງ ເທີ​ກີ ສຳ​ລັບ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ແມ່​ນ​ຮີບ​ດ່ວນ. ສະ​ຫະ​ລັດ ຕ້ອງ​ຮັບ​ຮູ້​ເລື່ອງນີ້ ເພື່ອ​ປ້ອງ​ກັນ​ບັນ​ຫາ​ຈາກ​ການ​ກາຍ​ເປັນ​ຄວາມ​ແຕກ​ແຍກ​ຂອງ​ສາຍ​ພົວ​ພັນ​ຂອງ​ພວກ​ເຮົາ. ການ​ເຂົ້າ​ຮ່ວມ​ຂອງ​ເທີ​ກີ ໃນ​ໂຄງ​ການ F-35 ແມ່ນ​ສຳ​ຄັນ​ສຳ​ລັບ​ການ​ເປັນ​ຄູ່​ຮ່ວມ​ປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG