ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ຄົນເສຍຊີວິດ ຍ້ອນລະເບີດ ຫ້າງໄວ້ໃນລົດ ຢູ່ຊີເຣຍ (ວີດິໂອ)


ແຜນທີ່ຊີເຣຍ ບ່ອນທີ່ລະເບີດທີ່ຫ້າງໄວ້ໃນລົດຄັນນຶ່ງ ໄດ້ແຕກຂຶ້ນຢູ່ໃກ້ໆ ເດີ່ນບິນທະຫານ ໃນນະຄອນຫລວງ Damascus ແລະສັງຫານທະຫານລັດຖະບານຊີເຣຍ 10 ຄົນ.
ແຜນທີ່ຊີເຣຍ ບ່ອນທີ່ລະເບີດທີ່ຫ້າງໄວ້ໃນລົດຄັນນຶ່ງ ໄດ້ແຕກຂຶ້ນຢູ່ໃກ້ໆ ເດີ່ນບິນທະຫານ ໃນນະຄອນຫລວງ Damascus ແລະສັງຫານທະຫານລັດຖະບານຊີເຣຍ 10 ຄົນ.
ພວກນັກເຄື່ອນໄຫວເວົ້າວ່າ ລະເບີດທີ່ຫ້າງໄວ້ໃນລົດຄັນນຶ່ງ ໄດ້ແຕກຂຶ້ນຢູ່ໃກ້ໆເດີ່ນບິນ ທະຫານ ໃນນະຄອນຫລວງ
Damascus ແລະໄດ້ສັງຫານທະຫານລັດຖະບານຊີເຣຍ
10 ຄົນ ແລະເຮັດໃຫ້ອີກ 10 ຄົນໄດ້ຮັບບາດເຈັບ.

ອົງການສັງເກດການດ້ານສິດທິມະນຸດຊີເຣຍ ທີ່ຕັ້ງຢູ່ໃນອັງກິດ
ເວົ້າວ່າ ການວາງລະເບີດ ໃນວັນຈັນມື້ນີ້ ໄດ້ແນເປົ້າໝາຍໃສ່
ດ່ານກວດແຫ່ງນຶ່ງ ໃກ້ເດີ່ນບິນທະຫານ Mazzeh ຢູ່ເຂດຄຸ້ມທີ່
ພວກຄົນຮັ່ງມີອາໄສຢູ່ ໃນເຂດຕາເວັນຕົກຂອງກຸງ Damascus.

ການກໍ່ຄວາມຮຸນແຮງດັ່ງກ່າວໄດ້ເກີດຂຶ້ນນຶ່ງມື້ ພາຍຫລັງທີ່ ທ່ານ Vladimir Putin ປະ
ທານາທິບໍດີຣັດເຊຍ ເຕືອນບັນດາປະເທດຕາເວັນຕົກໃຫ້ລະມັດລະວັງ ໃນການປະກອບ
ອາວຸດ ໃຫ້ແກ່ຝ່າຍຕໍ່ຕ້ານລັດຖະບານຊີເຣຍ.

ໃນຕອນເດີນທາງໄປເຖິງນະຄອນລອນດອນ ໃນວັນອາທິດວານນີ້ ໃນລະຫວ່າງການ
ເດີນທາງໄປຮ່ວມກອງປະຊຸມສຸດຍອດຂອງກຸ່ມ G8 ຢູ່ແຂວງໄອແລນເໜືອຂອງອັງກິດ
ນັ້ນ ທ່ານພູຕິນຖາມວ່າ ເປັນຫຍັງຈຶ່ງຈໍາເປັນຕ້ອງປະກອບອາວຸດໃຫ້ແກ່ ພວກທີ່ທ່ານ
ວ່າ ຜ່າສັດຕູອອກເພື່ອກິນອະໄວຍະວະ? ຊຶ່ງເປັນການເອີ່ຍເຕື້ອງໄປເຖິງພາບວີດິໂອ
ທີ່ເຜີຍແຜ່ອອກມາເມື່ອມໍ່ໆມານີ້ ທີ່ສະແດງໃຫ້ເຫັນ ນັກຕໍ່ສູ້ຄົນນຶ່ງຂອງຝ່າຍຕໍ່ຕ້ານ ຜ່າ
ເອິກຂອງທະຫານລັດຖະບານຊີເຣຍຄົນນຶ່ງ ແລ້ວກັດຫົວໃຈຂອງທະຫານຄົນນັ້ນ.
ທ່ານພູຕິນເວົ້າວ່າ ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບຄ່ານິຍົມດ້ານມະນຸດສະທໍາຂອງຊາວ
ຢູໂຣບເລີຍ.

ສະຫະລັດໄດ້ກ່າວໃນອາທິດແລ້ວນີ້ວ່າ ຕົນໄດ້ຮັບຫລັກຖານວ່າ ຊີເຣຍໄດ້ໃຊ້ອາວຸດ
ເຄມີ ແລະວ່າ ຕົນຈະສົ່ງການຊ່ວຍເຫລືອທາງທະຫານໂດຍກົງ ໄປໃຫ້ແກ່ພວກຕໍ່ຕ້ານ
ລັດຖະບານ ແຕ່ກໍບໍ່ໄດ້ເວົ້າຢ່າງເຈາະຈົງວ່າ ການຊ່ວຍເຫລືອນັ້ນຈະແມ່ນອັນໃດ. ຣັດ
ເຊຍເອງກໍໄດ້ສົ່ງອາວຸດໃຫ້ແກ່ຝ່າຍລັດຖະບານຊີເຣຍ ແຕ່ເວົ້າວ່າເປັນການເຮັດຕາມ
ສັນຍາໃຫ້ ໝົດເທົ່ານັ້ນ.

ຣັດເຊຍ ແລະສະຫະລັດກໍາລັງເຮັດວຽກຮ່ວມກັນ ໃນການວາງແຜນຈັດກອງປະຊຸມ
ນາໆຊາດກ່ຽວກັບສັນຕິພາບໃນຊີເຣຍ ແຕ່ວ່າ ເວລາແລະສະຖານທີ່ ຍັງບໍ່ທັນໄດ້ຖືກ
ກໍານົດເທື່ອ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG