ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ ຣັດເຊຍ ຢາກຈັດປະຊຸມ ກ່ຽວກັບ ຊີເຣຍ (ສະໄລດ໌)


ທ່ານ John Kerry (ຊ້າຍ) ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຖະແຫລງການຮ່ວມກັນກັບທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທີ່ນະຄອນມົສກູ ໃນວັນອັງຄານວານນີ້.
ທ່ານ John Kerry (ຊ້າຍ) ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຖະແຫລງການຮ່ວມກັນກັບທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທີ່ນະຄອນມົສກູ ໃນວັນອັງຄານວານນີ້.
ສະຫະລັດ ແລະຣັດເຊຍ ໄດ້ເຫັນພ້ອມນໍາກັນ ທີ່ຈະຈັດກອງ
ປະຊຸມສາກົນຂຶ້ນ ກ່ຽວກັບຊີເຣຍ ຊຶ່ງຈະລວມເອົາທັງພວກຕໍ່
ຕ້ານ ແລະຝ່າຍລັດຖະບານຂອງປະທານາທິບໍດີ Assad ເຂົ້າ
ຮ່ວມນໍາ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ John
Kerry ໄດ້ພົບກັບປະ ທານາທິບໍດີຣັດເຊຍ ທ່ານ Vladimir Putin ແລະລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei
Lavrov ທີ່ນະຄອນມົສກູ ໃນວັນອັງຄານວານນີ້. ທ່ານກ່າວວ່າ ການເຈລະຈາຫາລືທີ່ວ່ານີ້ຈະແນໃສ່ການສ້າງຕັ້ງການຫັນປ່ຽນ
ທາງການເມືອງຢູ່ໃນຊີເຣຍ.

ທ່ານ Kerry ເວົ້າວ່າ ຜົນຂອງການເຈລະຈາຫາລືດັ່ງກ່າວ ສາມາດທີ່ຈະສົ່ງອິດທິພົນຕໍ່ ການຕັດສິນໃຈຂອງສະຫະລັດ ວ່າຈະໃຫ້ການຊ່ວຍເຫລືອດ້ານອາວຸດ ແກ່ຝ່າຍຕໍ່ຕ້ານ
ລັດຖະບານຫລືບໍ່. ທ່ານກ່າວວ່າ ທາງເລືອກອັນອື່ນແທນການຫັນປ່ຽນທາງການເມືອງ ອາດຈະແມ່ນຄວາມຮຸນແຮງທີ່ເພີ້ມທະວີຂຶ້ນແລະອາດຈະເຮັດໃຫ້ຊີເຣຍແຍກອອກຈາກ
ກັນເປັນ ຫຼາຍປະເທດກໍເປັນໄດ້.

ທ່ານ Lavrov ເວົ້າວ່າ ກອງປະຊຸມກ່ຽວກັບຊີເຣຍ ຄວນຈະຈັດຂຶ້ນໄວເທົ່າທີ່ຈະໄວໄດ້. ທ່ານກ່າວວ່າ ຣັດເຊຍແມ່ນມີຄວາມເປັນຫ່ວງ ກ່ຽວກັບຊະຕາກໍາ ຂອງປະຊາຊົນຊີເຣຍ ແລະບໍ່ເປັນຫ່ວງຕໍ່ຜູ້ທີ່ທ່ານເອີ້ນວ່າ “ບາງຄົນ” ຊຶ່ງປະກົດວ່າໝາຍເຖິງ ປະທານາທິບໍດີ Bashar al-Assad ນັ້ນເອງ.

ສະຫະລັດ ແລະຣັດເຊຍ ມີຄໍາເຫັນຂັດແຍ້ງກັນກ່ຽວກັບວ່າ ຈະຈັດການເລື້ອງຊີເຣຍແນວ
ໃດດີ ນັບຕັ້ງແຕ່ມີການສູ້ລົບກັນເກີດຂຶ້ນໃນສອງປີກ່ອນ. ຊີເຣຍແມ່ນເປັນພັນທະມິດຂອງ
ຣັດເຊຍ ມາເປັນເວລາດົນນານ ໃນຂະນະທີ່ກຸງວໍຊິງຕັນ ໄດ້ເປັນຜູ້ໃຫ້ການຊ່ວຍເຫລືອ ແກ່ພວກຕໍ່ຕ້ານລັດຖະບານ.

ກຸ່ມຕໍ່ຕ້ານລັດຖະບານໃນຊີເຣຍ ໄດ້ຈັບກຳລັງຮັກສາສັນຕິພາບຟີລິບປິນ 4 ຄົນ ຢູ່ໃນ
ເຂດພູພຽງ Golan ໃນວັນອັງຄານວານນີ້ ໂດຍອ້າງວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນ
ເພື່ອຮັບປະກັນຄວາມປອດໄພຂອງເຈົ້າໜ້າທີ່ອົງການສະຫະປະຊາຊາດ.

ກອງພັນ Yarmouk Martyrs ໄດ້ເອົາຮູບຂອງຊາວຟີລິບປິນ 4 ຄົນນັ້ນ ລົງໃນ Facebook
ຂອງຕົນ. ພວກເຂົາເຈົ້ານຸ່ງເສື້ອກັນໜາວສີຟ້າຂອງໜ່ວຍສັງເກດການສັນຕິພາບສະຫະປະ
ຊາຊາດ.

ເບິ່ງພາບຫລ້າສຸດຈາກຊີເຣຍ:

XS
SM
MD
LG