ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຊີເຣຍ ແລະ ຣັດເຊຍ ກ່າວຫາ ສະຫະລັດ ວ່າ ຂີ້ຕົວະ ກ່ຽວກັບ ການໂຈມຕີ ດ້ວຍອາວຸດເຄມີ


ເດັກຍິງ ຊີເຣຍ ຄົນນຶ່ງ ຈັບໜ້າກາກອົກຊີເຢັນ ໃສ່ໜ້າເດັກນ້ອຍຄົນນຶ່ງ ຢູ່ໂຮງໝໍຊົ່ວຄາວ ລຸນຫຼັງ ການລາຍງານວ່າ ມີການໂຈມຕີດ້ວຍແກັສ ໃນເມືອງ ດູມາ "Douma" ທີ່ຖືກພວກຕໍ່ຕ້ານລັດຖະບານ ຄວບຄຸມຢູ່ ໃນເຂດ ກູຕາ ຕາເວັນອອກ, ນອກນະຄອນຫຼວງ ດາມາສກັສ. 22 ມັງກອນ, 2018.
ເດັກຍິງ ຊີເຣຍ ຄົນນຶ່ງ ຈັບໜ້າກາກອົກຊີເຢັນ ໃສ່ໜ້າເດັກນ້ອຍຄົນນຶ່ງ ຢູ່ໂຮງໝໍຊົ່ວຄາວ ລຸນຫຼັງ ການລາຍງານວ່າ ມີການໂຈມຕີດ້ວຍແກັສ ໃນເມືອງ ດູມາ "Douma" ທີ່ຖືກພວກຕໍ່ຕ້ານລັດຖະບານ ຄວບຄຸມຢູ່ ໃນເຂດ ກູຕາ ຕາເວັນອອກ, ນອກນະຄອນຫຼວງ ດາມາສກັສ. 22 ມັງກອນ, 2018.

ຊີເຣຍ ແລະຣັດເຊຍ ໃນວັນພຸດມື້ນີ້ ໄດ້ກ່າວຫາ ສະຫະລັດ ວ່າຕົວະ ກ່ຽວກັບ ການໂຈມ
ຕີດ້ວຍອາວຸດເຄມີ ໃນບັນຫາຂັດແຍ້ງ ຊີເຣຍ ເພື່ອເປັນຊ່ອງທາງທີ່ຈະທັບມ້າງຄວາມ
ພະຍາຍາມໃນການຫາທາງຍຸຕິການສູ້ລົບຢູ່ໃນປະເທດດັ່ງກ່າວ.

ອົງການຂ່າວ ຊານາ (SANA) ຂອງທາງການຊີເຣຍ ອອກບົດຄວາມເຫັນດັ່ງກ່າວ ທີ່
ອ້າງແຫຼ່ງຂ່າວກະຊວງຕ່າງປະເທດ ໂດຍປະນາມຕໍ່ອັນທີ່ເອີ້ນວ່າ “ການຕົວະແລະການ
ກ່າວຫາ” ໂດຍລັດຖະມົນຕີ ການຕ່າງ ປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ ແລະ
ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານ ຊັງ ອີແວັດ ເລີ ດຣຽນ.

ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວຣັອບ ກ່າວຕໍ່ອົງການຂ່າວອິນ
ເຕີແຟັກສ໌ວ່າ ເວລາໃດກໍຕາມ ທີ່ຄວາມພະຍາຍາມໃນການສ້າງສັນຕິພາບພວມກ້າວ
ໜ້າ ສະຫະລັດຈະຊຸກຍູ້ກ່ຽວກັບລາຍງານ ທີ່ມີການເສກສັນປັ້ນແຕ່ງ ບໍ່ມີການພິສູດ
ກ່ຽວກັບ ການໂຈມຕີດ້ວຍອາວຸດເຄມີຢູ່ ຊີເຣຍ.

ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນນຶ່ງມື້ ຫຼັງຈາກສະຫະລັດ ໄດ້ເຂົ້າຮ່ວມກັບພັນທະມິດ
ອົງການ NATO ເພື່ອເລີ້ມການກົດດັນ ກ່ຽວກັບການໃຊ້ອາວຸດເຄມີໃນປະເທດ ຊີເຣຍ,
ໃນຂະນະທີ່ລະບຸວ່າ ຣັດເຊຍ ໃຫ້ການປົກປ້ອງລະບອບການປົກຄອງຂອງປະທານາທິ
ບໍດີ ຊີເຣຍ ທ່ານ ບາຊາ ອາລ ອາຊາດ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ ໄດ້ກ່າວໃນການຖະ
ແຫຼງຂ່າວທີ່ນະຄອນຫຼວງ ປາຣີ ວ່າ “ການໂຈມຕີເມື່ອບໍ່ດົນມານີ້ ໃນເຂດ ກູຕາ ຕາເວັນ
ອອກ ( East Ghouta) ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງຢ່າງແຮງວ່າ ລະບອບການປົກ
ຄອງຂອງທ່ານ ບາຊາ ອາລ ອາຊາດ ອາດສືບຕໍ່ການໃຊ້ອາວຸດເຄມີ ຕໍ່ປະຊາຊົນຂອງ
ຕົນເອງ.”

ທ່ານ ທິລເລີສັນ ໄດ້ກ່າວວ່າ ປະຊາຊົນຢ່າງໜ້ອຍ 20 ຄົນໄດ້ຖືກຂ້າຕາຍໃນວັນຈັນທີ່
ຜ່ານມາ ໃນອັນທີ່ປາກົດວ່າ ແມ່ນການໂຈມຕີດ້ວຍແກັສ ຄລໍຣີນ ໃນເຂດ ກູຕາ ຕາ
ເວັນອອກ ທີ່ຖືກຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ ໃກ້ກັບນະຄອນຫຼວງ
ດາມາສກັສ.

ທ່ານກ່າວວ່າ “ຜູ້ໃດກໍຕາມທີ່ເປັນຜູ້ໂຈມຕີ ຣັດເຊຍ ໃນທີ່ສຸດຈະຕ້ອງເປັນຜູ້ຮັບຜິດ
ຊອບ ສຳລັບພວກເຄາະຮ້າຍໃນເຂດ ກູຕາ ຕາເວັນອອກ ແລະ ຊາວ ຊີເຣຍ ອື່ນໆອີກ
ໃນຈຳນວນທີ່ນັບບໍ່ຖ້ວນ ທີ່ໄດ້ຕົກເປັນເປົ້າຂອງອາວຸດເຄມີນັບແຕ່ ຣັດເຊຍ ໄດ້ເລີ້ມ
ເຂົ້າໄປພົວພັນຢູ່ໃນຊີເຣຍ.”

ທ່ານ ທິລເລີສັນ ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດ ຝຣັ່ງ, ເຢຍຣະມັນ ແລະ
ເທີກີ ແມ່ນລວມຢູ່ໃນ ຜູ້ທີ່ໄດ້ເປີດປະຊາຄົມຄູ່ຮ່ວມສາກົນຕໍ່ຕ້ານການບໍ່ຖືກລົງໂທດ
ສຳລັບການໃຊ້ອາວຸດເຄມີໃນວັນອັງຄານວານນີ້. ມີຫຼາຍກວ່າ 20 ປະເທດທີ່ມີຈຸດປະ
ສົງດຽວກັນ ໄດ້ຮັບຮອງເອົາຄຳໝາຍໝັ້ນທາງການເມືອງ ເພື່ອແລກປ່ຽນຂໍ້ມູນ ກ່ຽວກັບ
ການຕໍ່ສູ້ການໃຊ້ອາວຸດເຄມີໃນທົ່ວໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG