ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ບັນ​ຊາ​ການ​ ສ​ຫລ ເຕືອນ​ວ່າ ​ກຸ່ມ​ລັດ​ອິ​ສ​ລາມ ໃນ​ຊີ​ເຣຍ ອາດຍັງ​ບໍ່​ທັນ​ ປະ​ລາ​ໄຊ​ເທື່ອ


ເດັກ​ນ້ອຍ​ຈາກ​ປະ​ຊາ​ຄົມ Yazidi ທີ່​ຫາກໍ່​ຖືກ​ປ່ອຍ​ຈາກ​ການ​ຈັບ​ກຸມ​ ຂອງກຸ່ມ​ລັດ​ອິ​ສ​ລາມ ນັ່ງ​ຢູ່​ຫລັງ​ລົດ​ກະ​ບະ ທີ່​ແລ່ນໄປ​ໃກ້​ບ້ານ​ແບັກ​ຮຸ​ສ ຂອງ​ຊີ​ເຣຍ​ໃນ​ວັນ​ທີ 6 ມີ​ນາ 2019
ເດັກ​ນ້ອຍ​ຈາກ​ປະ​ຊາ​ຄົມ Yazidi ທີ່​ຫາກໍ່​ຖືກ​ປ່ອຍ​ຈາກ​ການ​ຈັບ​ກຸມ​ ຂອງກຸ່ມ​ລັດ​ອິ​ສ​ລາມ ນັ່ງ​ຢູ່​ຫລັງ​ລົດ​ກະ​ບະ ທີ່​ແລ່ນໄປ​ໃກ້​ບ້ານ​ແບັກ​ຮຸ​ສ ຂອງ​ຊີ​ເຣຍ​ໃນ​ວັນ​ທີ 6 ມີ​ນາ 2019

ໃນ​ວັນ​ພະ​ຫັດ​ວານນີ້ ພວກ​ຜູ້​ຊາຍ, ແມ່​ຍິງ ແລະ​ເດັກ​ນ້ອຍທີ່​ມີ​ຈຳ​ນວນ​ເພີ້ມ​ຂຶ້ນ ພາ​ກັນ​ເດີນ​ທາງ​ຢ່າງອິດ​ເມື່ອຍອອກ​ຈາກບ່ອນ​ສຸດທ້າຍ​ຂອງເຂດ​ທີ່​ຢູ່​ໃນ​ປົກຄອງ​ທີ່​ປະ​ກາດ​ຕົນ​ເອງວ່າ ເປັນ​ລັດ​ອິ​ສ​ລາມໃນ​ຊີ​ເຣຍ​ນັ້ນ ຊຶ່ງ​ເປັນສໍ່​ສະ​ແດງ​ໃຫ້​ເຫັນ ຫລາຍ​ຂຶ້ນ​ວ່າ ໃກ້​ຈະ​ມີ​ການປ​ະ​ລາ​ໄຊ​ຂອງ​ກຸ່ມກໍ່​ການ​ຮ້າຍ​ແລ້ວ.

ພວກ​ເຈົ້າ​ໜ້າ​ທີ່​ຂອງກອງ​ທັບ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ ຈາກ​ສະ​ຫະ​ລັດ ທີ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຟ້າວ​ປະ​ກາດ​ໄຊ​ຊະ​ນະ ພາຍ​ຫລັງ​ທີ່​ໄດ້​ທຳ​ການ​ປິດ​ລ້ອມບ້ານແບັກ​ຮຸ​ສ ທີ່​ຢູ່​ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍ​ໃນ​ອາ​ທິດກວ່າໆ​ນັ້ນ ໂດຍສະ​ແດງ​ຄວາມ​ຫວັງອອກມາວ່າ ການ​ຫລັ່ງ​ໄຫຼອອກ​ໄປ​ຂອງ​ທັງພວກ​ທີ່ມັກ​ແນວ​ທາງ​ຂອງ​ກຸ່ມ IS ກັບ​ພວກຖືກລັກ​ພາ​ຕົວ ຫລື​ພວກ​ທີ່​ຖືກ​ກຸ່ມກໍ່​ການ​ຮ້າຍ​ເອົາ​ໄປ​ເປັນ​ຂ້າ​ທາດນັ້ນ ຈະ​ເປັນພວກ​ສຸດ​ທ້າຍທີ່​ຫ​ລົງ​ເຫລືອ​ຢູ່​ໃນທີ່ນັ້ນ.

"ພວກ​ເຮົາ​ຫວັງ​ວ່າ ພວກ​ເຂົາ​ຈະ​ໝົດ​ໄປ​ໃນ​ມື້ນີ້" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ອາດ​ນານ ອັ​ຟ​ຟ​ຣິນ (Adnan Afrin) ຜູ້​ບັນ​ຊາ​ການກອງ​ທັບ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໃນ​ວັນ​ພະ​ຫັດ​ວານນີ້.

ສ່ວນ​ຢູ່ໃນອີກສ່ວນ​ນຶ່ງ​ຂອງຊີກ​ໂລກ ຜູ້​ບັນ​ຊາກ​ການ​ທະ​ຫານ​ສະ​ຫະ​ລັດ​ໃນ​ພາກ ຕາ​ເວັນ​ອອກ​ກາງ​ເຕືອນ​ກ່ຽວ​ກັບ​ຄຳ​ເວົ້າ​ໃດໆ ທີ່​ສໍ່​ສະ​ແດງໃຫ້​ເຫັນວ່າ ​ມີ​ຄວາມ​ເພິ່ງ​ພໍ​ໃຈ ຫລື ຄວາມ​ດີ​ໃຈຕໍ່​ການ​ທີ່​ໄດ້ເຫັນ​ວ່າພວກ​ນັກ​ລົບ​ຂອງ​ກຸ່ມ IS ໄດ້​ຮັບ​ການປະ​ລາ​ໄຊ ແລະ​ຖືກ​ຕີ​ຖອຍ​ໄປ​ນັ້ນ.

"ສິ່ງ​ທີ່​ພວກ​ເຮົາ​ເຫັນ​ຢູ່​ດຽວນີ້ ບໍ່​ແມ່ນ​ການຍອມ​ຈຳ​ນົນ​ຂອງ​ກຸ່ມ ISIS ໃນ​ນາມ​ທີ່​ເປັນ​ອົງ​ການ​ຈັດ​ຕັ້ງ​ອັນ​ນຶ່ງ ແຕ່​ວ່າ ​ມັນເປັນ​ການ​ຕັດ​ສິນ​ໃຈ​ທີ່​ມີ​ການຮິ່ນ​ຕອງ​ຄິດ​ໄລ່ ເພື່ອ​ຮັກ​ສາຄວາມ​ປອດ​ໄພ​ຂອງ​ຄອບ​ຄົວ​ພວກເຂົາແລະຕໍ່​ການ​ຮັກ​ສາຄວາມ ​ສາ​ມາດ​ຂອງ​ພວກເຂົາ​ໄວ້” ນັ້ນ​ຄື​ຄຳ​ເວົ້າ​ຂອງນາ​ຍ​ພົນ​ໂຈ​ເຊັ​ຟ ໂວແທ​ລ (Joseph Votel), ຈາກກອງບັນ​ຊາ​ການກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ
ກາງ ທີ່​ກ່າວ​ຕໍ່ພວກ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ​ໃນ​ນະ​ຄອນ​ວໍ​ຊິງ​ຕັນ ໂດຍ​ໃຊ້​ຊື່​ຫຍໍ້​ຂອງ​ກຸ່ມກໍ່​ການ​ຮ້າຍ.

ທ່ານ​ກ່າວ​ຕໍ່​ໄປ​ວ່າ “ການ​ສັງ​ເກດ​ການ​ຂອງ​ພວກ​ຜູ້​ຊາຍ​ ແລະ​ແມ່​ຍິງ​ຂອງ​ພວກ​ເຮົາ ຢູ່​ໃນ​ພາກ​ພື້ນ​ດິນ ໄດ້​ເນັ້ນ​ໃຫ້​ເຫັນ​ວ່າ ​ຄົນ​ຂອງ​ກຸ່ມ ISIS ທີ່​ຍົກ​ຍ້າຍ​ໜີ​ອອກຈາກ​ບ່ອນ​ທີ່​ຍັງ​ຫລົງເຫລືອແຫ່ງ​ສຸດ​ທ້າຍ​ຂອງ​ການປົກ​ຄອງຂອງ​ກຸ່ມ​ດັ່ງ​ກ່າວ ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຍັງ​ແຂງ​ແກ່ນ, ບໍ່​ສາ​ມາດ​ທັບ​ມ້າງ​ໄດ້ ແລະ​ຍັງ​ມີ​ແນວ​ຄິດເຊື່ອມ​ຊຶມຕໍ່ ​ລະ​ບອບການ​ປົກ​ຄອງນັ້ນ​ຫລາຍຢູ່.”

​ໃນ 4 ມື້​ຜ່ານ​ມານີ້, ມີ​ຫລາຍກວ່າ 8,000 ຄົນ​ທີ່​ໄດ້​ອອກ​ຈາກ​ບ້ານ ແບັກ​ຮຸ​ສ​ໄປ ຊຶ່​ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ບ່ອນ​ທີ່​ມີ​ຄົນ​ມາ​ຢູ່​ອາ​ໄສເພີ້ມ​ຂຶ້ນ​ເລື້ອຍໆ ແລະ​ມີ​ເນື້ອ​ທີ່​ປູກ​ຝັງ ກັບ​ຖືກ​ຫລຸດ​ລົງ​ມາກາຍ​ເປັນ​ບ່ອນ​ທີ່​ມີ​ແຕ່ຊາກ​ບ້ານ​ເຮືອນ​ທີ່​ເພ​ພັງແລະ​ຜ້າ​ເຕັ້ນ​ຫລົງ​ເຫລືອ​ໄວ້​ ຊຶ່ງ​ເປັນ​ການບອກວ່າ​ພື້ນ​ທີ່​ທີ່​ຖືກ​ທຳ​ລາຍພາຍ​ຫລັງ​ທີ່​ມີ​ການ​ຕໍ່​ສູ້​ກັນ​ຢ່າງ​ດຸ​ເດືອດແລ້ວ.

ມີ​ຄົນ​ອື່ນ​ອີກ​ປະ​ມານ 16,000 ຄົນ​ທີ່​ໜີ​ອອກ​ໄປ​ພ້ອມ​ກັນ​ກັບ​ເຂົາ​ເຈົ້າ ຈາກ​ບ້ານ​ແບັກຮຸ​ສທີ່​ຖືກ​ຍຶດ​ຄອງ​ໂດຍ​ກຸ່ມ IS ນັ້ນ ອີງຕາມ​ການບອກ​ເລົ່າ​ຂອງ​ທ່ານ ໂວ ແທ​ລ (Votel) ຊຶ່ງ​ລວມ​ເນື້ອ​ທີ່ທັງ​ໝົດ "ແມ່ນ​ບໍ່​ເຖິງ​ນຶ່ງ​ຕາ​ລາງ​ໄມ​ລ໌" ຫລື 1.6 ຕາ​ລາງກິ​ໂລ​ແມັດ ຢູ່​ໃນ​ອາ​ທິດ​ເຄິ່ງ​ຜ່ານ​ມານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG