ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ພ້ອມແລ້ວ ຈະສົ່ງ ເຈົ້າໜ້າທີ່ ເຂົ້າໄປ ໃນຊີເຣຍ (ສະໄລດ໌/ວີດີໂອ)


ທ່ານ Ban Ki-moon ກ່າວ​ທີ່ກຸງ Hague ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ສ່ວນ​ທີ່​ຍັງ​ເຫລືອ​ທັງ​ໝົດ​ນັ້ນ ​ແມ່ນ​ການອະນຸມັດ​ ຈາກລັດ
ຖະບານຊີ​ເຣຍ.
ທ່ານ Ban Ki-moon ກ່າວ​ທີ່ກຸງ Hague ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ສ່ວນ​ທີ່​ຍັງ​ເຫລືອ​ທັງ​ໝົດ​ນັ້ນ ​ແມ່ນ​ການອະນຸມັດ​ ຈາກລັດ ຖະບານຊີ​ເຣຍ.
ຢ່າງໜ້ອຍ 15 ຄົນ ໄດ້​ເສຍ​ຊີວິດ ຍ້ອນ​ການວາງ​ລະ​ເບີດ​ໃສ່​
ລົດ ​ຢູ່​ໃນ​ກຸງ Damuscus ນະຄອນຫລວງຂອງຊີ​ເຣຍ ​ໃນ
​ວັນ​ຈັນ​ມື້​ນີ້.

ລະ​ເບີດທີ່​ແຕກ​ຂຶ້ນ ​ຢູ່ຍ່ານ​ການ​ຄ້າ al-Shahbander ​ໃນ
ນະຄອນຫຼວງຊີເຣຍ ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ໂຮງຮຽນ
​ບ່ອນ​ນຶ່ງທີ່ຢູ່​ໃກ້​ຄຽງແລະ​ລົດ​ຫລາຍ​ຄັນ. ຫລາຍ​ກວ່າ 50 ຄົນ
​ໄດ້​ຮັບ​ບາດ​ເຈັບ.

ສື່​ມວນ​ຊົນລັດຖະບານ​ຊີ​ເຣຍ ບັນ​ລະ​ຍາຍ​ວ່າ ​ເປັນ​ການ​ປະຕິບັດງານ​ຂອງ​ພວກ ​ກໍ່​ການ​ຮ້າຍ.

​ໃນ​ຂະນະດຽວ​ກັນ ຫົວໜ້າອົງການສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ພິສູດ​ກ່ຽວ​ກັບວ່າອາດ​ມີ​ການ​ໃຊ້​ອາວຸດເຄມີ ​ໃນ​ຊີ​ເຣຍນັ້ນ​ ​ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ຕໍ່​ໄປ.

​ເລຂາ​ທິການ​ໃຫຍ່​ສະຫະ​ປະ​ຊາ​ຊາດ ທ່ານ Ban-ki-moon ກ່າວ​ວ່າ “ຄະນະ​ປະຕິ​ບັດ​ງານ​ສືບສວນ​ຂອງສະຫະ​ປະຊາ​ຊາດ ​ເວລາ​ນີ້ ກໍາລັງ​ຈະ​ສົ່ງ​ເຈົ້າໜ້າ​ທີ່ ​ເຂົ້າ​ໄປ​ໃນຊີ​ເຣຍ ພາຍ​ໃນເວລາ​ບໍ່​ຮອດ 24 ຊົ່ວໂມງ. ການກະກຽມທາງ​ດ້ານເທັກ​ນິກ​ ແລະ​ດ້ານ
ພະລາທິການ​ທັງ​ໝົດ​ ​ແມ່ນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.”



​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວທີ່ກຸງ Hague ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ສ່ວນ​ທີ່​ຍັງ​ເຫລືອ​ທັງ​ໝົດ​ນັ້ນ ​ແມ່ນ​ການອະ
ນຸມັດ​ ຈາກລັດຖະບານຊີ​ເຣຍ.

ກະຊວງ​ການ​ຕ່າງປະ​ເທດຊີ​ເຣຍ ​ໄດ້ປະຕິ​ເສດ​ຕໍ່ຂໍ້​ສະ​ເໜີດັ່ງກ່າວ ​ໂດຍເວົ້າ​ວ່າ ມັນ​ຈະ​ເປັນ​ການລະ​ເມີດ​ຕໍ່​ອະ​ທິປະ​ໄຕ​ຂອງຊີ​ເຣຍ.

​ແຕ່​ແນວ​ໃດ​ກໍ​ຕາມ ກະຊວງການ​ຕ່າງປະ​ເທດຊີ​ເຣຍ ກ່າວ​ວ່າ ລັດຖະບານມີ​ຄວາມເຕັມໃຈ​ທີ່​ຈະ​ອະນຸຍາດ​ໃຫ້ຄະນະກວດກາເຂົ້າໄປ​ສືບສວນ​ທີ່ບ້ານ Khan al-Assal ​ໃກ້ໆ​ກັບ​ເມືອງ Aleppo ບ່ອນ​ທີ່ມີ​ການ​ກ່າວ​ຫາ​ພວກຕໍ່ຕ້ານ​ວ່າ​ໄດ້​ໃຊ້​ອາວຸດ​ເຄມີ ​ໃນ​ເດືອນ​ແລ້ວ​ນີ້.

ທັງ​ຝ່າ​ຍລັດຖະບານ ​ແລະ​ພວກ​ຕໍ່ຕ້ານ​ປະທານາທິບໍດີ Assad ​ຕ່າງ​ກໍ​ໄດ້ກ່າວ​ຫາ ຊຶ່ງ​ກັນ​ແລະ​ກັນ​ວ່າ ​ເປັນ​ຜູ້ໃຊ້​ອາວຸດ​ເຄມີ.

Syria
please wait
Embed

No media source currently available

0:00 0:01:21 0:00
XS
SM
MD
LG