ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດ ຊີເຣຍ ເຂົ້າຄວບຄຸມ ດ່ານຂ້າມ ຊາຍແດນພາກເໜືອ ຂອງປະເທດ


ພົນລະເຮືອນ ແລະສະມາຊິກກອງທັບປົດປ່ອຍຊີເຣຍ ເຂົ້າໄປກວດເບິ່ງອາຄານ ທີ່ຖືກທໍາລາຍ ຢູ່ຄຸ້ມ al-Kalaseh ຂອງນະຄອນ Aleppo ລຸນຫລັງມີການໂຈມຕີທາງອາກາດ ໃນຕອນເຊົ້າຂອງມື້ນີ້, ວັນທີ 19 ກັນຍາ 2012.
ພົນລະເຮືອນ ແລະສະມາຊິກກອງທັບປົດປ່ອຍຊີເຣຍ ເຂົ້າໄປກວດເບິ່ງອາຄານ ທີ່ຖືກທໍາລາຍ ຢູ່ຄຸ້ມ al-Kalaseh ຂອງນະຄອນ Aleppo ລຸນຫລັງມີການໂຈມຕີທາງອາກາດ ໃນຕອນເຊົ້າຂອງມື້ນີ້, ວັນທີ 19 ກັນຍາ 2012.
ໃນວັນພຸດມື້ນີ້ ພວກກະບົດຊີເຣຍກຳລັງທຳການສູ້ລົບ ເພື່ອເຂົ້າ
ຄວບຄຸມດ່ານຂ້າມຊາຍ ແດນແຫ່ງນຶ່ງໃນພາກເໜືອຂອງປະເທດ
ຈາກຝ່າຍລັດຖະບານ.

ພວກກະບົດໄດ້ສີກທຸງຊາດຂອງຊີເຣຍຢູ່ດ່ານ Tal Abyad ຊຶ່ງ
ຢູ່ຕິດກັບຊາຍແດນເທີກີ ນັ້ນຖິ້ມ ລຸນຫລັງທີ່ມີການຕໍ່ສູ້ກັນນຶ່ງມື້
ແຕ່ວ່າ ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ພວກເຂົາເຈົ້າໄດ້ສາມາດເຂົ້າຄວບຄຸມດ່ານຂ້າມຊາຍ ແດນດັ່ງກ່າວໄດ້ທັງໝົດຫລືບໍ່.

ພວກນັກຕໍ່ສູ້ຕ້ານປະທານາທິບໍດີ Bashar al-Assad ແມ່ນໄດ້ເຂົ້າຄວບຄຸມດ່ານຂ້າມ ຊາຍແດນຫລາຍແຫ່ງ ຢູ່ໃນພາກເໜືອຂອງປະເທດ ທີ່ຕິດກັບເທີກີນັ້ນ.

ໃນຂະນະດຽວກັນ ອົງການນີລະໂທດກໍາສາກົນເວົ້າວ່າ ມີຫລັກຖານໃຫ້ເຫັນໃນສິ່ງທີ່ ພວກເຂົາເຈົ້າເອີ້ນວ່າ ໄດ້ມີຮູບແບບທີ່ເລີ້ມໂຜ່ຕົວຂຶ້ນ ໃນການໂຈມຕີພົນລະເຮືອນຢ່າງ ບໍ່ເລືອກໜ້າ ໂດຍກໍາລັງທະຫານຂອງລັດຖະບານ.

ອົງການນີລະໂທດກໍາສາກົນໄດ້ເປີດເຜີຍລາຍງານສະບັບນຶ່ງຂອງຕົນ ໃນວັນພຸດມື້ນີ້ ໂດຍອີງໃສ່ການສືບສວນສອບສວນໃນຕົ້ນເດືອນນີ້ ຢູ່ທີ່ເມືອງ Idlib, Jabal al-Zawiya ແລະຢູ່ພາກເໜືອຂອງເມືອງ Hama. ກຸ່ມດັ່ງກ່າວເວົ້າວ່າ ກໍາລັງທະຫານຂອງລັດຖະ ບານ ແມ່ນໄດ້ລະດົມຍິງໃສ່ຫົວເມືອງ ແລະໝູ່ບ້ານຕ່າງໆ ຢູ່ເປັນປະຈໍາດ້ວຍອາວຸດ ຫລາຍຢ່າງທີ່ບໍ່ສົມຄວນໃຊ້ຢູ່ໃນເຂດຄົນຢູ່ອາໄສ.

ອົງການນີລະໂທດກໍາສາກົນໄດ້ກ່າວຢໍ້າເຖິງການຮຽກຮ້ອງຂອງບັນດາກຸ່ມປົກປ້ອງສິດທິມະນຸດຕ່າງໆ ທີ່ຢາກໃຫ້ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດນໍາເອົາສະພາບການ ໃນຊີເຣຍ ສົ່ງໄປໃຫ້ສານອາຍານາໆຊາດ ເພື່ອໃຫ້ສານດັ່ງກ່າວສອບສວນເບິ່ງການກໍ່ອາດຊະຍາ ກໍາສົງຄາມ ທີ່ອາດມີຂຶ້ນນັ້ນ.
XS
SM
MD
LG