ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມພວກຕໍ່ຕ້ານ ລັດຖະບານຊີເຣຍ ໂຈະ ແຜນການ ເຂົ້າຮ່ວມ ການເຈລະຈາສັນຕິພາບ


ພວກທະຫານຂອງລັດຖະບານຊີເຣຍ ຍິງປືນຂອງພວກຕົນ ໃນລະຫວ່າງ ການສູ້ລົບກັບພວກນັກລົບ ຝ່າຍຕໍ່ຕ້ານລັດຖະ
ບານ ຢູ່ທີ່ແນວໜ້າ ໃນເມືອງ Ramouseh ທາງພາກຕາ
ເວັນອອກຂອງ Aleppo, ປະເທດຊີເຣຍ, ວັນທີ 5 ທັນ
ວາ 2016.
ພວກທະຫານຂອງລັດຖະບານຊີເຣຍ ຍິງປືນຂອງພວກຕົນ ໃນລະຫວ່າງ ການສູ້ລົບກັບພວກນັກລົບ ຝ່າຍຕໍ່ຕ້ານລັດຖະ ບານ ຢູ່ທີ່ແນວໜ້າ ໃນເມືອງ Ramouseh ທາງພາກຕາ ເວັນອອກຂອງ Aleppo, ປະເທດຊີເຣຍ, ວັນທີ 5 ທັນ ວາ 2016.

ປະກົດວ່າ ຂໍ້ຕົກລົງຢຸດຍິງ ໃນຊີເຣຍ ເປັນສິ່ງທີ່ແຕກຫັກໄດ້ງ່າຍ ໃນຂະນະທີ່ ກຳລັງ ຂອງລັດຖະບານຊີເຣຍ ໄດ້ເພີ່ມທະວີການໂຈມຕີ ຂອງພວກເຂົາເຈົ້າຂຶ້ນ ຢູ່ໃກ້ໆກັບ ນະຄອນຫຼວງ Damacus ແລະພວກກຸ່ມແນວໂຮມຕໍ່ຕ້ານລັດຖະບານ ໄດ້ກ່າວວ່າ ພວກເຂົາເຈົ້າ ຈະໂຈະການເຂົ້າຮ່ວມ ເຈລະຈາສັນຕິພາບ ໃນເບື້ອງຕົ້ນ ທີ່ກຳນົດ ຈະມີຂຶ້ນໃນທ້າຍເດືອນນີ້.

ການເຈລະຈາດັ່ງກ່າວ ແມ່ນໄດ້ຖືກກຳນົດໄວ້ ໂດຍຈະມີຂຶ້ນຢູ່ໃນນະຄອນຫຼວງ ຂອງ ປະເທດກາຊັກສະຖານ ແຕ່ພວກຕໍ່ຕ້ານລັດຖະບານ ກ່າວວ່າ ພວກເຂົາເຈົ້າ ກຳລັງ ຈະຖອນໂຕອອກ ຍ້ອນອັນທີ່ພວກເຂົາເຈົ້າ ກ່າວວ່າ ເປັນການລະເມີດຂໍ້ຕົກລົງຢຸດຍິງ ຂອງລັດຖະບານຊີເຣຍ ຊຶ່ງໄດ້ບັນລຸກັນ ໃນວັນທີ 30 ເດືອນທັນວາ ປີກາຍນີ້.

ກຸ່ມແນວໂຮມ ທີ່ປະກອບດ້ວຍ ພວກກຸ່ມຕໍ່ຕ້ານລັດຖະບານທີ່ມີແນວທາງປານກາງ, ທີ່ເປັນກອງທັບ ອິດສະລະຂອງຊີເຣຍ ເປັນສ່ວນໃຫຍ່ ໄດ້ສົ່ງອອກຖະແຫລງການ ສະບັບໜຶ່ງ ໃນວັນຈັນວານນີ້ ທີ່ກ່າວວ່າ “ພວກເຂົາເຈົ້າ ເຄົາລົບຕໍ່ຂໍ້ຕົກລົງຢຸດຍິງ ໃນທົ່ວຊີເຣຍທັງໝົດ.....ແຕ່ລະບອບຂອງລັດຖະບານ ແລະ ພວກພັນທະມິດ
ຂອງຕົນ ນັ້ນ ບໍ່ໄດ້ຢຸດຍິງ ແລະ ໄດ້ເລີ່ມຕົ້ນ ການລະເມີດຄັ້ງໃຫຍ່ ແລະ ມີຢູ່ເລື້ອຍ ຕະຫຼອດມາ.”

ພວກຕໍ່ຕ້ານລັດຖະບານ ກ່າວວ່າ ການບຸກຄືບໜ້າ ໃດໆ ໂດຍກອງທັບຂອງຊີເຣຍ ແມ່ນເປັນການລະເມີດ ຕໍ່ຂໍ້ຕົກລົງຢຸດຍິງ ແລະ ອັນນັ້ນ ພວກເຂົາເຈົ້າ ຈະພິຈາລະນາ
ວ່າ ຂໍ້ຕົກລົງນັ້ນ ຖືວ່າ “ລົ້ມເລີກ ແລະ ເປັນໂມຄະ.”

ຣັດເຊຍ ແລະເທີກີ ຊຶ່ງກຳລັງຈັດແຈງການເຈລະຈາສັນຕິພາບ ຢູ່ໃນນະຄອນຫຼວງ ອັສຕານາ ແມ່ນຍັງບໍ່ໄດ້ໃຫ້ຄຳເຫັນໃດໆ ກ່ຽວກັບຖະແຫລງການ ຂອງພວກຕໍ່ຕ້ານ ລັດຖະບານຊີເຣຍ.

ສັນຍາຢຸດຍິງ ເປັນຜົນບັງຄັບໃຊ້ໃນທ້າຍສັບປະດາແລ້ວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Syria Airstrike
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG