ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມຕໍ່ຕ້ານ ຊີເຣຍ ຍັງບໍ່ ຕັດສິນໃຈ ເຂົ້າຮ່ວມ ກອງປະຊຸມ ສັນຕິພາບ


ພວກຕໍ່ຕ້ານຊີເຣຍ ພວມຍິງປືນ ສູ້ລົບກັບທະຫານລັດຖະຊານ
ພວກຕໍ່ຕ້ານຊີເຣຍ ພວມຍິງປືນ ສູ້ລົບກັບທະຫານລັດຖະຊານ
ກຸ່ມ​ຕໍ່ຕ້ານ​ໃຫຍ່ສຸດຂອງ​ຊີ​ເຣຍ ຄື ກຸ່ມແນວ​ໂຮມ​ແຫ່ງ​ຊາດ ຫລື National Coalition ​ໄດ້​ທໍາ​ການ​ເ​ຈລະ​ຈາ​ກັນ​ເປັນ​ມື້​ທີ​ສອງ ​ທີ່​ນະຄອນຫຼວງ Istanbul ປະ​ເທດ​ເທີ​ກີ ​ເພື່ອຕັດສິນ​ວ່າ ​ຈະ​ເຂົ້າ ຮ່ວມ​ໃນ​ກອງ​ປະຊຸມ​ສັນຕິ​ພາບ ​ທີ່​ກຸງ​ເຈ​ນີ​ວາ ຫຼືບໍ່.

ພວກ​ຕໍ່ຕ້ານ​ເຫຼົ່ານີ້ ບໍ່​ຢາກ​ເຂົ້າຮ່ວມ ​ໃນ​ການ​ເຈລະຈາ​ກັນ​ດັ່ງ​ກ່າວ ​ໂດຍ ​ເວົ້າ​ວ່າ ພວກ​ເຂົາ​ເ​ຈົ້າຈະ​ໄປຮ່ວມ ກໍ​ຕໍ່​ເມື່ອ​ປະທານາທິບໍດີ Bashar al-Assad ລາ​ອອກ​ຈາກ​ຕໍາ​ແໜ່​ງ​ເສ​ຍກ່ອນ ​ແຕ່​ທ່ານ Lakhdar Brahimi ທູດ​ພິ​ເສດ​ຢູແອັນ ​ແລະສັນ​ນິບາດ​ອາຣັບ ກ່ຽວ​ກັບຊີ​ເຣຍ ​ເວົ້າ​ວ່າ ບໍ່​ມີການ​ຕັ້ງ​ເງື່ອນ​ໄຂ​ລ່ວງ​ໜ້າ​ໃດໆ​ຂອງ​ກຸ່ມ​ຕໍ່ຕ້ານ.

ທ່ານ Haitham Al Maleh ສະມາຊິກ​ຂອງ​ກຸ່ມ​ແນວ​ໂຮມ​ແຫ່ງ​ຊາດ ​ເວົ້າ​ເມື່ອ​ວັນເສົາ​ວານ​ນີ້​ວ່າ ທ່ານ​ຍັງ​ສົ​ງ​ໄສ​ວ່່າ ກອງ​ປະຊຸມ​ສັນຕິພາບ​ທີ່​ເຈ​ນີວາ​ຄັ້ງ​ນີ້ຈະ​ປະສົບ​ຜົນ​ສໍາ​ເລັດ​ຫຼືບໍ່ ຊຶ່ງ​ທ່ານ​ກ່າວ​ຍໍ້າວ່າ ບັນດາ​ສະມາຊິກ​ຂອງ ກຸ່ມ​ແນວ​ໂຮມ ຈະ​ບໍ່​ເຂົ້າຮ່ວມ ຖ້າ​ຫາກ​ເປັນ​ໄປ​ຕາມ​ທີ່​ພວກ​ເຂົາ​ເຈົ້າອ້າງ​ມາ​ນັ້ນ​ວ່າ ຄື​ຫາກ​ລັດຖະບານ​ຊີ​ເຣຍ ຍັງ​ສືບ​ຕໍ່​ເຂັ່ນຂ້າ​ປະຊາຊົນ ຈັບ​ກຸມ​ປະຊາ ຊົນ ​ແລະ​ທໍາລາຍ​ປະ​ເທດ​ຊາດ​ນັ້ນ​ຢູ່.

ບັນດາ​ເຈົ້າໜ້າ​ທີ່​ຂອງ​ປະ​ເທ​ດຕາ​ເວັນ​ຕົກ ​ເວົ້າ​ໄວ້​ວ່າ ພວກ​ເຂົາ​ເຈົ້າຫວັງ ວ່າກອງ​ປະ ຊຸມ​ທີ່​ນະຄອນ​ເຈ​ນີວາ ຈະ​ເກີດ​ຂຶ້ນ​ໄດ້​ກ່ອນສິ້ນ​ປີ​ນີ້.
XS
SM
MD
LG