ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຕໍ່ຕ້ານ ໃນຊີເຣຍ ຖືກກ່າວຫາ ກໍ່ອາຊະຍະກໍາ ຕ້ານ ມະນຸດຊາດ (ວີດີໂອ)


ພາບພວກຫົວຮຸນແຮງ Jabhat al-Nusra ທີ່ເປັນເຄືອຂ່າຍ ຂອງພວກກໍ່ການຮ້າຍ ອາລກາອີດາ.
ພາບພວກຫົວຮຸນແຮງ Jabhat al-Nusra ທີ່ເປັນເຄືອຂ່າຍ ຂອງພວກກໍ່ການຮ້າຍ ອາລກາອີດາ.
ກຸ່ມປົກ​ປ້ອງສິດທິ​ມະນຸດທີ່​ສໍາຄັນ​ກຸ່ມ​ນຶ່ງກ່າວ​ຫາ​ພວກ​ຕໍ່ຕ້ານ​
ລັດຖະບານ​ໃນຊີ​ເຣຍວ່າ ​ໄດ້​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະນຸດຊາດ
​ໃນລະ​ຫວ່າງ​ການ​ບຸກ​ໂຈມ​ຕີ ຫວ່າງໆ​ມໍ່ໆ​ມາ​ນີ້ ຕໍ່​ເຂດ​ທີ່​ຄວບ​
ຄຸມ​ໂດຍ​ທະຫານຈົງ​ຮັກ​ພັກ​ດີ​ຕໍ່ປະທານາທິບໍດີ Bashar al-
Assad.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ກ່າວ​ວ່າ
ກຳລັງ ຂອງ​ພວກ​ຕໍ່ຕ້ານ​ໃນຊີ​ເຣຍ ​ໄດ້​ສັງຫານ​ພົນລະ​ເຮືອນ​
ຢ່າງ​ໜ້ອຍ 190 ຄົນ ​ແລະ​ຈັບເອົາ​ໂຕ​ປະກັນອີກ 200 ກວ່າ
ຄົນ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຜູ້ຍິງແລະ​ເດັກນ້ອຍ ​ໃນ​ລະຫວ່າງ
​ການ​ໂຈມ​ຕີ ​ຢູ່ທີ່ແຂວງ Latakia ​ເມື່ອ​ເດືອນ​ສິງຫາ​ຜ່ານ​ມາ.

ລາຍ​ງານຂອງກຸ່ມ​ປົກ​ປ້ອງສິດທິ​ມະນຸດ ທີ່​ມີ​ຫ້ອງການ​ ຢູ່​ນະ
ຄອນນິວ ຢອກກຸ່ມ​ນີ້ກ່າວ​ວ່າ ພວກ​ເຄາະ​ຮ້າຍຢ່າ​ງໜ້ອຍ 67
ຄົນໄດ້​ຖືກ​ສັງຫານ ​ແບບ​ຜິດ​ກົດໝາຍ ​ໃນ​ລະຫວ່າງ​ທີ່​ມີ​ການ
​ໂຈມຕີ 10 ໝູ່​ບ້ານ ນັບຖື​ສາ ສະ​ໜາ​ອິສລາມ​ ນິກາຍ Alawite
ທີ່​ຈົ່ງ​ຮັກ​ພັກດີ​ ຕໍ່ທ່ານ Assad. ຢູ່​ໃນ​ຫລາຍ​ກໍລະນີ ລາຍ​ງານ
​ກ່າວ​ວ່າ ໝົດ​ທັງຄອບ​ຄົວ​ໄດ້​ຖືກ​ຍິງ​ຕາຍ​.

ການ​ສືບສວນ​ໄດ້​ພົບ​ເຫັນ​ວ່າ ກຳລັງປະກອບ​ອາວຸດ 20 ກຸ່ມໄດ້​ເຂົ້າ​ຮ່ວມ​ ​ໃນ​ການປະຕິ
ບັດ​ງານຄັ້ງນີ້. ລາຍງານ​ກ່າວ​ວ່າ ກຸ່ມ​ອິສລາມຫົວ​ຮຸນ​ແຮງ 5 ກຸ່ມ ​ແມ່ນ​ຜູ້​ປະກອບ​ສ່ວນ​ທີ່​ສຳຄັນ ຮວມ​ທັງ​ກຸ່ມ Jabhad al-Nusra ​ແລະ​ກຸ່ມ​ປະ​ເທດ​ອິສລາມ​ອີຣັກແລະ Levant. ສ່ວນການ​ເຂົ້າ​ຮ່ວມ​ຂອງກຸ່ມ​ກອງທັບ​ຊີ​ເຣຍ​ເສລີ ຊຶ່ງ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກປະ​ເທດ​ຕາ​ເວັນ​ຕົກ​ນັ້ນ​ ຍັງ​ບໍ່​ທັນ​ເປັນ​ທີ່​ຊາບກັນ​ເທື່ອ.

ທ່ານ Jose Stork ຜູ້​ອໍານວຍ​ການ​ຊົ່ວຄາວ​ໃນເຂດ​ພາກ​ຕາ​ເວັນ​ອອກ ກາງ ​ຂອງກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ກ່າວ​ວ່າ ການລ່ວງ​ລະ​ເມີດ​ດັ່ງກ່າວ ບໍ່​ພຽງ​ແຕ່​ເປັນ​ການ​ກະທຳ​ຂອງ​ພວກ​ນັກ ລົບ​ທີ່​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ເທົ່າ​ນັ້ນແຕ່​ເປັນ​ການ​ໂຈມ​ຕີ​ທີ່​ມີ​ການ​ປະສານ​ງານ ​ແລະ​ວາງ​ແຜນ​ລ່ວງ​ໜ້າ ຕໍ່​ປະຊາຊົນ​ພົນລະ​ເຮືອນ.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ຍັງ​ໄດ້​ບັນທຶກ​ກໍລະນີ ​ການກ່າວ​ຫາ
​ກ່ຽວກັບ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງຄາມ ​ແລະ​ກໍ່​ອາ ຊະ​ຍາ​ກຳ​ຕ້ານ​ມະນຸດຊາດ ຕື່ມ​ອີກ ​ໂດຍ
ທະ​ຫານ​ຂອງປະທານາທິບໍດີ Assad ​ໃນ​ລະຫວ່າງ​ການ​ສູ້​ລົບ​ເປັນ​ເວລາ​ເກືອບ​ສາມ​ປີ ທີ່
​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ​ຫຼາຍ​ກວ່າ 100,000 ຄົນ.

syria
please wait
Embed

No media source currently available

0:00 0:00:27 0:00
XS
SM
MD
LG