ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍວ່າ ຕົນພ້ອມແລ້ວ ທີ່ຈະຢຸດຍິງ ຢູ່ເມືອງ Aleppo (ສະໄລດ໌/ວີດີໂອ)


Rival Rebel Groups Battle in Syria
please wait

No media source currently available

0:00 0:03:12 0:00
ລິງໂດຍກົງ
ລັດຖະບານຊີ​ເຣຍກ່າວ​ວ່າ ຕົນ​ໄດ້​ມອບ​ແຜນການຢຸດ​ຍິງຢູ່​ເມືອງ
Aleppo ​ຊຶ່ງ ເປັນເມືອງໃຫຍ່ສຸດ​ ຂອງ​ປະ​ເທດ ​ແລະ​ການ​ແລກ
ປ່ຽນ​ບັນດານັກ​ໂທດກັບພວກ​ຕໍ່ຕ້ານລັດຖະບານ ໃຫ້ແກ່ຣັດເຊຍ
ແລ້ວ.

ລັດຖະມົນຕີຕ່າງປະ​ເທດຊີ​ເຣຍ ທ່ານ Walid al-Moallem ​ໄດ້
ກ່າວ​ໃນ​ຂະນະ​ທີ່ທ່ານ​ໄປຢ້ຽມຢາມກຸງ​ມົສ​ກູ ​ໃນ​ວັນ​ສຸກ​ວານ​ນີ້
​ວ່າ ທ່ານ​ໄດ້​ມອບ​ຂໍ້​ສະ​ເໜີ​ຕ່າງໆ ​ເພື່ອ​ກະກຽມ​ການ​ເຈລະຈາ​
ສັນຕິພາບ​ ກັບພວກຕໍ່ຕ້ານລັດຖະບານ ທີ່ນະຄອນເຈ ນີວາ ໃນ
ອາທິດໜ້າ.

ການ​ເຄື່ອນ​ໄຫວນີ້ ​ມີ​ຂື້ນ​ໃ​ນຂະນະ​ທີ່ກຸ່ມແນວໂຮມໃຫຍ່ທີ່ສຸດຂອງຊີເຣຍທີ່ໄດ້ຮັບ ການໜຸນ
ຫລັງຈາກປະ​ເທດ​ຕາ​ເວັນ​ ກໍາລັງ​ປະຊຸມ​ກັນ​ຢູ່ນະຄອນ​ Istanbul ​ເພື່ອ​ປ່ອນ​ບັດລົງ​ຄະ​ແນນ​
ສຽງວ່າ ຈະ​ເຂົ້າ​ຮ່ວມ​ການເຈ​ລາ​ຈາສັນຕິພາບ​ໃນ​ອາທິດ​ໜ້າ​ທີ່ນະຄອນ Geneva ຫລື​ບໍ່.

ມາຮອດປັດຈຸບັນນີ້ ບັນດາ​ຜູ້​ນໍາ​ພວກຕໍ່ຕ້ານ ໄດ້​ປະຕິ​ເສດ​ບໍ່ຍອມເຂົ້າ​ຮ່ວມການ ​ເຈ​ລະ​ຈາ
ປາດ​ສະ​ຈາກ ການ​ໃຫ້ຄວາມໝັ້ນໝາຍ ລ່ວງໜ້າວ່າ ປະທານາທິບໍດີ Bashar al-Assad
ຈະ​ຕ້ອງລາອອກ​ຈາກ​ຕໍາ​ແໜ່​ງ.

ກຸ່ມແນວໂຮມ​ແຫ່ງ​ຊາດຊີເຣຍ ພວມໄດ້ຮັບ​ຄວາມ​ກົດ​ດັນ​ຢ່າງ​ໜັກ ຈາກສະຫະລັດ ​ເພື່ອ
ໃຫ້​ເຂົ້າ​ຮ່ວມ​ກອງ​ປະຊຸມທີ່​ແນ່ໃສ່ການ​ປະກອບລັດຖະບານ​ໄລຍະຂ້າມ ຜ່ານ.

ລັດຖະມົນຕີຕ່າງປ​ະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ວ່າ ການ​ເຈລະຈານີ້ແມ່ນ
“​ເປັນ​ໂອກາດ​ດີ​ທີ່​ສຸດ​ສຳລັບ​ຝ່າຍ​ຄ້ານ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ ຂອງປະຊາຊົນ​ຊີເຣຍແລະ
ການປະຕິວັດ.”

ທ່ານ Kerry ຍັງ​ເຕືອນປະທານາທິບໍດີຊີເຣຍ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ສະຫະລັດ ຍັງ​ບໍ່​ທັນ
​ຍົກເລີກ​ທາງ​ເລືອກຕ່າງໆ​ເທຶ່ອ ເພື່ອ​ກົດ​ດັນ​ ໃຫ້ລັດຖະບານ​ຂອງ​ທ່ານ ປະຕິບັດ​ຕາມ​ເປົ້າ​
ໝາຍ​ຕ່າງໆ ທີ່​ໄດ້​ຕັ້ງ​ໄວ້​ ຢູ່​ກອງ​ປະຊຸມ Geneva ​ເທື່ອ​ທໍາ​ອິດ.

ທ່ານ​ Kerry ກ່າວ​ວ່າ “​ເຂົາ​ເຈົ້າ​ສາມາດກ່າວ​ສຽງ​ດັງ. ​ເຂົາ​ເຈົ້າ​ສາມາດ​ທໍາ​ການ​ປະ​ທ້ວງ.
​ເຂົາ​ເຈົ້າ​ສາມາດກ່າວບິເບືອນ. ແຕ່ໃນທີ່ສຸດແລ້ວ​ກໍ​ຄື ພວກ​ເຮົາ​ຈະ​ໄປ ນະຄອນ
Geneva ​ເພື່ອ​ຈັດຕັ້ງປະຕິບັດ ສັນຍາ Geneva ຄັ້ງທີ 1. ​ແລະຖ້າ​ຫາກ​ວ່າ ທ່ານ Assad
ບໍ່​ໄດ້ດຳເນີນການດັ່ງກ່າວແລ້ວ ທ່ານກໍ​ຈະໄດ້ຮັບການ ຕອບ​ໂຕ້​ຢ່າງ​ໃຫຍ່ ໃນຫລາຍໆ
ດ້ານ ຈາກຫລາຍໆຄົນ ​ຢູ່ໃນ​ຊ່ວງເວລານັ້ນ.”

ລັດຖະບານຊີ​ເຣຍຖື​ວ່າ ກໍາລັງຕໍ່ຕ້ານລັດຖະບານ​ທັງ​ໝົດ ເປັນ​ພວກ​ກໍ່​ການ​ຮ້າຍ ​ແລະ​ໄດ້​
ພະຍາຍາ​ມທີ່​ຈະ​ຫັນປ່ຽນ​ຈຸດເພັ່ງເລັງ ໃນການເຈລະ​ຈາສັນຕິພາບທີ່ໄດ້ ມີການສະເໜີໄປ
ແລ້ວນັ້ນ​ ຈາກ​ການ​ຈັດ​ຕັ້ງລັດຖະບານ​ໃໝ່ ​ໄປໃສ່ການ​ສູ້​ລົບ​ກັບ​ພວກຫົວ​ຮຸນ​ແຮງ.

XS
SM
MD
LG