ພວກນັກສັງເກດການໃນພາກເໜືອຂອງ ຊີເຣຍ ໄດ້ລາຍງານກ່ຽວກັບ ການຕໍ່ສູ້ທີ່ດຸເດືອດ ໃນວັນອາທິດວານນີ້ ລະຫວ່າງ ພວກນັກຮົບລັດອິສລາມ ແລະ ທະຫານຊາວ ເຄີດ ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ຢູ່ຖານທັບອາກາດປະມານ 50 ກິໂລແມັດຫ່າງຈາກເມືອງ Raqqa ທີ່ທີ່ພວກ ຈີຮາດ ໄດ້ປະກາດໃຫ້ເປັນເມືອງຫຼວງຂອງຕົນນັ້ນ.
ອົງການສິ້ງຊອມສິດທິມະນຸດ ຊີເຣຍ ແລະ ລາຍງານຂອງສື່ມວນຊົນ ອື່ນໆໃນທ້ອງຖິ່ນ ໄດ້ເອີ້ນການຕໍ່ສູ້ນັ້ນວ່າ “ການຕໍ່ສູ້ ເພື່ອຍາດເມືອງ Tabqa” ເຊິ່ງເປັນເມືອງສຳຄັນທີ່ຕັ້ງຢູ່ແຄມແມ່ນໍ້າ ຢູເຟຣັດສ ທາງເໜືອຂອງເມືອງ Raqqa.
ຂໍ້ມູນທີ່ໄດ້ຮັບມາ ໃນຕອນແລງຂອງວັນອາທິດວານນີ້ ແມ່ນບໍ່ສົມບູນ, ແຕ່ອົງການຂ່າວ al-Masdar ທີ່ສະໜັບສະໜູນລັດຖະບານໄດ້ກ່າວວ່າ ການຕໍ່ສູ້ຕ້ານທານທີ່ໜຽວແໜ້ນຂອງພວກ IS ລວມມີການໂຈມຕີດ້ວຍລະເບີດສະຫຼະຊີບ ທີ່ໄດ້ສັງຫານນັກຮົບຊາວ ເຄີດ ຢ່າງໜ້ອຍ 15 ຄົນໃກ້ກັບເຂື່ອນ al-Tabqa. ລາຍງານໄດ້ກ່າວວ່າ ກອງກຳລັງຊາວ ເຄີດ ແນວໃດກໍຕາມໄດ້ຕ້ານຢັນ ການໂຈມຕີຂອງພວກ IS ໃນຕອນເຊົ້າຂອງວັນອາທິດວານນີ້.
ອົງການຂ່າວ al-Masdar ຍັງໄດ້ລາຍງານວ່າ ຄວາມບໍ່ປອງດອງກັນລະຫວ່າງ ພວກຈີຮາດ ໄດ້ເກີດຂຶ້ນ ໃນວັນເສົາແລ້ວ ໃກ້ກັບເມືອງ Tabqa ໃນສິ່ງທີ່ປາກົດວ່າ ເປັນຄວາມຂັດແຍ້ງກ່ຽວກັບວ່າ ພວກນັກ ຮົບຫົວຮຸນແຮງຄວນຍອມຈຳນົນຫຼືບໍ່.
ລາຍງານທັງສອງ ຍັງບໍ່ທັນໄດ້ຮັບການຢືນຢັນຢ່າງເປັນອິດສະຫຼະເທື່ອ. ແນວໃດກໍຕາມ, ຖ້າລາຍງານດັ່ງກ່າວ ຫາກເປັນຄວາມຈິງ, ມັນກໍຈະສອດຄ່ອ ງກັບການໂຈມຕີທາງອາກາດ ຂອງກຸ່ມແນວໂຮມ ທີ່ນຳໂດຍ ສະຫະລັດ ໃນວັນອາທິດວານນີ້ ທີ່ໄດ້ສັງຫານຢ່າງໜ້ອຍ 5 ຄົນ ແລະ ໄດ້ຮັບບາດເຈັບອີກໃນຈຳນວນນຶ່ງ ໃກ້ກັບເມືອງ Tabqa.