ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຢູ ກໍາລັງ ພິຈາລະນາ ຕິດອາວຸດ ໃຫ້ກຸ່ມຕໍ່ຕ້ານ ຊີເຣຍ


ນັກລົບເສຣີຊຣເຣຍ ກໍາລັງຕຽມການ ລູກຈະຫລວດຍິງຕ້ານ ກໍາລັງທີ່ ຈົງຮັກພັກດີຕໍ່ ປະທານາທິບໍດີ Bashar al-Assad
ນັກລົບເສຣີຊຣເຣຍ ກໍາລັງຕຽມການ ລູກຈະຫລວດຍິງຕ້ານ ກໍາລັງທີ່ ຈົງຮັກພັກດີຕໍ່ ປະທານາທິບໍດີ Bashar al-Assad
ໃນວັນ​ສຸກ​ມື້​ນີ້ ​ເປັນຂີດໝາຍຄົບຮອບ​ສອງ​ປີ ​ໃນການ​ລຸກ​ຮື​ຂື້ນ
ຂອງ ປະຊາຊົນ​ຊາວຊີ​ເຣຍ ຊຶ່ງສະຫະພາບ​ຢູ​ໂຣບຫຼືອີຢູທີ່ກໍາລັງ​
ປະຊຸ​ມກັນຢູ່ນະຄອນບຣັສ​ເຊີ​ລ ​ແມ່ນ​ອາ​ດຈະ​ຮວມທັງການ​ສົນ
ທະນາຫາ​ລີ​ກັນວ່າ ຈະ​ປະກອບ​ອາວຸດ​ໃຫ້​ແກ່ຝ່າຍ​ຕໍ່ຕ້ານ​ຊີ​ເຣຍ
ສູ້​ລົບ​ກັບກໍາລັງ​ຂອງ​ລັດຖະບານຫຼືບໍ່.

ສະຫະພາບ​ຢູ​ໂຣບ ​ໃນປັດ​ຈຸ​ບັນ​ນີ້ ​ແມ່ນ​ຫ້າມ​ບໍ່​ໃຫ້​ປະເທດສະ
ມາຊິກ ຂອງ​ຕົນ​ສະໜອງ​ອາວຸດ​ໃຫ້​ແກ່​ຝ່າ​ຍຄ້ານ​ຊີ​ເຣຍ. ການ
ຫ້າມ​ດັ່ງກ່າວ​ຈະ​ສີ້​ນສຸດ​ລົງ ​ໃນ​ເດືອນພຶດສະພາ ຈະ​ມາ​ເຖິງ​ນີ້.

​ໃນ​ຂະນະ​ດຽວ​ກັນ ຝຣັ່ງ ​ໄດ້​ກ່າວ​ວ່າ ຕົນ​ພ້ອມ​ແລ້ວ ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບອັງກິດ ​ເພື່ອ​ຊ່ວຍ​ປະກອບອາວຸດ ​ໃຫ້​ແກ່​ຝ່າຍ​ຕໍ່ຕ້ານ​ຊີ​ເຣຍ ​ເຖິງ​ແມ່ນ​ວ່າບໍ່​ມີ​ຂໍ້​ຕົກລົງ​ໃດໆ​ກັບ​ບັນດາ​ປະ​ເທດ​ຕ່າງໆໃນ​ການສົ່ງ​ອາ ວຸດ​ໄປ​ໃຫ້​ຊີ​ເຣຍກໍ​ຕາມ.

ລັດຖະມົນຕີ​ການ​ຕ່າງປະ​ເທດຝຣັ່ງ ທ່ານ Laurent Fabius ກ່າວໃນ​ວັນພະຫັດ​ວານ​ນີ້​ວ່າ ຝຣັ່ງແລະ​ອັງກິດ ຕ້ອງການ​ຢາກ​ໃຫ້ ສະຫະພາບ​ຢູ​ໂຣບ ຈັດ​ກອງ​ປະຊຸມ​ດ່ວນ ​ເພື່ອ​ປຶ​ກສາ​ຫາລື ຍົ​ກ​ເລີກ​ການ​ຫ້າມຂາຍ ອາວຸດ ​ແລະ​ການ​ສົນທະນາກັນ​ກ່ຽວ​ກັບ​ເລື່ອງ​ນີ້ ອາດຈະ​ເລີ້ມ​ຂື້ນກ່ອນ​ທ້າຍ​ເດືອນ​ນີ້.

​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ລັດຖະມົນຕີ​ການ​ຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov ​ໄດ້​ປະນາມ​ການ​ສົນທະນາ ທີ່​ຈະ​ປະ​ກອບ​ອາວຸດ​ໃຫ້​ແກ່​ຝ່າຍ​ຄ້ານຊີ​ເຣຍ ​ໂດຍ​ກ່າວ​ວ່າ ການເຄື່ອນ​ໄຫວ​ທີ່​ວ່າ​ນີ້ຈະ​ຜິດ​ຕໍ່ກົດ ​ໝາຍນາໆ​ຊາດ.
XS
SM
MD
LG