ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

25 ຄົນ ຖືກຂ້າຕາຍ ທີ່ເມືອງ Homs ໃນພາກກາງຊີເຣຍ


ການລຸກຮືຂຶ້ນຂອງປະຊາຊົນຊາວ​ຊິເຣຍ ຕໍ່ຕ້ານປະທານາທິບໍດີ Bashar al-Assad, ວັນທີ 16 ຕຸລາ 2011.
ການລຸກຮືຂຶ້ນຂອງປະຊາຊົນຊາວ​ຊິເຣຍ ຕໍ່ຕ້ານປະທານາທິບໍດີ Bashar al-Assad, ວັນທີ 16 ຕຸລາ 2011.

ກໍາລັງ​ຮັກສາ​ຄວາມ​ສະຫງົບ​ຊີ​ເຣຍ ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 25 ຄົນ​ໃນ​ວັນ​ຈັນ​
ວານ​ນີ້​ໃນ​ການ​ໂຈມ​ຕີ​ທີ່​ເມືອງ Homs ທີ່​ໝັ້ນ​ຂອງ​ຝ່າຍ​ຄ້ານ​ ຂະນະ​ທີ່​ສະຫະ​ປະຊາ​
ຊາດ​ຮຽກຮ້ອງ​ໃຫ້​ລັດຖະບານ​ອະນຸມັດ​ໃຫ້​ມີ​ການ​ສືບສວນ​ກ່ຽວ​ກັບ​ການລະ​ເມີດ​ສິດທິ
ມະນຸດ​ທີ່ອາດ​ເປັນ​ໄປ​ໄດ້​ນັ້ນ.

ພວກ​ຊາວ​ເມືອງ​ແລະ​ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ພວກ​ລົດ​ຖັງ​ຍິງ
ປືນ​ກົນ​ໜັກ​ເຂົ້າ​ໃສ່​ເຂດ​ຕ່າງໆ​ຂອງ​ພວກ​ມຸສລິ​ມນິກາຍ ຊຸນ​ນີ​ໃນ​ເມືອງ Homs ທີ່​ໄດ້​
ເປັນ​ບ່ອນ​ໂຮມ​ຊຸມນຸມ​ປະ​ທ້ວງ​ຂະໜາດ​ໃຫຍ່​ຕະຫຼອດ​ມາ​ ເພື່ອ​ຮຽກຮ້ອງ​ໃຫ້​ປົດ​ປະທາ
ນາທິບໍດີ Bashar al-Assad ອອກ​ຈາກ​ຕໍາ​ແໜ່​ງນັ້ນ.

ການ​ປະ​ທະ​ກັນ​ຫລາຍ​ບັ້ນ​ໃນ​ວັນ​ຈັນ​ວານ​ນີ້​ມີ​ຂຶ້ນ​ຫລັງ​ຈາກໄດ້​ມີ​ການ​ສົ່ງທະຫານກອງ
ຫລອນ​ ທີ່​ຈົງ​ຮັກ​ພັກດີ​ຕໍ່​ປະທານາທິບໍດີ Assad ​ເຂົ້າ​ໄປ​ໃນ​ເຂດ​ຕ່າງໆ​ຂອງ​ພວກນິ
ກາຍ​ຊຸນ​ນີຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ລະຫວ່າງ​ພວກ​ນິກາຍ​ຊຸນ​ນີຊຶ່ງ​ເປັນ​ພວກ​
ປະຊາ​ຊົນ​ສ່ວນ​ໃຫຍ່​ຢູ່​ໃນ​ເມືອງ​ດັ່ງກ່າວ​ແລະ​ພວກ​ມຸສລິມທີ່ນັບຖືນິກາຍ Alawite
ອັນເປັນສາສະໜາ ກຸ່ມ​ນ້ອຍ​ຂອງ​ທ່ານ Assad ນັ້ນ.

ທີ່​ປະ​ເທດ Switzerland ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ພັນ​ກິ​ມູນ ​ເລຂາທິ ການ​ໃຫຍ່​ສະຫະ
ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ປະທານາທິບໍດີ​ຊີ​ເຣຍຍຸດຕິ​ການ​ເຂັ່ນຂ້າພົນລະ​ເຮືອນ​ແລະ​
ໃຫ້​ຮັບ​ເອົາ​ການສືບສວນຂອງນາໆຊາດ​ກ່ຽວ​ກັບ​ການ​ກ່າວ​ຫາ​ຕ່າງໆ​ທີ່ວ່າ ມີການລະ
ເມີດ​ສິດທິມະນຸດ​ນັ້ນ. ສະຫະ​ປະຊາ​ຊາດ​ກ່າວ​ວ່າ ປະຊາຊົນ​ຈໍານວນ​ຫລາຍ​ກວ່າ
3 ພັນ​ຄົນ​ໄດ້​ເສຍ​ຊີວິດ​ໄປ​ໃນ​ຊີ​ເຣຍ ນັບ​ແຕ່​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄດ້​ເລີ້ມ​
ຂຶ້ນ​ເມື່ອ 7 ​ເດືອນ​ຜ່ານ​ມາ.

ຄະນະ​ກໍາມາ​ທິການ​ປະສານ​ງານ​ທ້ອງ​ຖິ່ນ ອັນ​ເປັນ​ເຄືອ​ຂ່າຍ​ນັກ​ເຄື່ອນ​ໄຫວ​ທີ່ສຳຄັນ
ຂອງຊີ​ເຣຍທີ່​ຊ່ອຍ​ຈັດ​ຕັ້ງ​ການ​ປະ​ທ້ວງ​ຂຶ້ນ​ນັ້ນ ກ່າວ​ວ່າ ຕົນ​ໄດ້​ຈົດບັນທຶກກ່ຽວ​ກັບ​ການ
ຈັບ​ກຸມ​ພວກ​ທ່ານໝໍ 25 ທ່ານ​ຈາກ​ບັນດາ​ຄລີ​ນິກ​ເອກະ​ຊົນ​ແລະ​ໂຮງໝໍ​ໃນ​ຫວ່າງ​
ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້.

ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ພວກ​ທ່ານໝໍ​ແລະ​ພວກ​ເພຊັດສະກອນ 250 ທ່ານ ​ໄດ້​ຖືກຈັບ​ກຸມ​
ນັບ​ແຕ່​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ໄດ້​ເລີ້ມ​ຂຶ້ນ​ມາ.

XS
SM
MD
LG