ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ຊີເຣຍ ຈະຮ່ວມຢຸດຍິງ ໃນວັນພັກ​ບຸນ Eid al-Adha ຂອງ​ສາສະໜາ​ອິສລາມ (ສະໄລດ໌)


ໂບດອິສລາມ Bilal ທີ່ຝ່າຍຕໍ່ຕ້ານກ່າວວ່າ ຖືກທໍາລາຍເສຍຫາຍ ຍ້ອນການໂຈມຕີຂອງກອງທັບຊີເຣຍ, ວັນທີ 24 ຕຸລາ 2012.
ໂບດອິສລາມ Bilal ທີ່ຝ່າຍຕໍ່ຕ້ານກ່າວວ່າ ຖືກທໍາລາຍເສຍຫາຍ ຍ້ອນການໂຈມຕີຂອງກອງທັບຊີເຣຍ, ວັນທີ 24 ຕຸລາ 2012.
ຄາດ​ວ່າ​ລັດຖະບານ​ຊີ​ເຣຍຈະ​ປະກາດ​ໃນ​ວັນ​ພະຫັດ​ມື້​ນີ້ ​ຄື​ໃນ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້ ການ​ຕັດ​ສິນ​ໃຈ​ຂອງ​ຕົນ​ກ່ຽວ​ກັບ​ວ່າ ຈະ​ປະກອບ​ສ່ວນ​ໃນການ​ຢຸດ​ຍິງ ​ໃນ​ລະຫວ່າງ​ວັນພັກ​ບຸນ Eid al-Adha ຂອງ​ສາສະໜາ​ອິສລາມ ຊຶ່ງ​ຈະ​ເລີ່​ມຂຶ້ນໃນ​ຕອນ​ແລງ​ມື້​ນີ້.

ກະຊວງ​ຕ່າງປະ​ເທດ​ຊີ​ເຣຍກ່າວ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ລັດຖະບານ​ຊີ​ເຣຍ ກໍາລັງ​ຊັ່ງຊາ​ຢູ່​ວ່າ ຕົນຈະ​ຮ່ວມໃນການ​ຢຸດ​ຍິງ​ນີ້ຫຼືບໍ່.

ຄວາມ​ເຫັນ​ດັ່ງກ່າວ ​ໄດ້​ມີ​ຂຶ້ນ ຫລັງ​ຈາກການ​ປະກາດ​ຂອງ​ທ່ານ Lakhdar Brahimi ທູດ​ພິ​ເສດ​ຢູ​ເອັນ-ອາຣັບ ​ທີ່​ເວົ້າ​ວ່າ ຊີ​ເຣຍ ​ແລະ​ກຸ່ມ​ກະບົດບາງ​ກຸ່ມ ​ທີ່​ຄັດຄ້ານຕໍ່​ປະທານາທິບໍດີ Bashar al-Assad ​ໄດ້​ເຫັນ​ພ້ອມນໍາ​ກັນ ​ທີ່​ຈະ​ຢຸດ​ຍິງ​ຊົ່ວ​ຄາວ ​ໃນ​ລະຫວ່າງ​ວັນ​ພັກ​ບຸນ​ອິສລາມ​ດັ່ງກ່າວ​ນີ້.

ທ່ານ Brahimi ກ່າວ​ວ່າ ທ່ານ​ຫວັງ​ວ່າ​ການ​ຢຸດ​ຍິງ​ເປັນ​ເວລາຫຼາຍມື້ຄັ້ງ​ນີ້ ​ ຈະ​ນໍາພາໄປ​ສູ່​ການ​ຢຸດ​ລົບ​ກັນ​ທີ່​ດົນ​ນານ​ກ່ວາ​ນັ້ນ ​ເພື່ອ​ເປັນ​ພາກສ່ວນ​ນຶ່ງ ຂອງຂັ້ນ​ຕອນ​ທາງ​ການ​ເມືອງ ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນ​ນັ້ນ.

​ໃນ​ເວລາ​ຕໍ່ມາ ທ່ານ Brahimi ​ໄດ້​ບອກ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ວ່າ ບໍ່​ມີ​ການ​ແກ້​ໄຂ​ທີ່​ວ່ອງ​ໄວ​ຕໍ່​ການ​ສູ້​ລົບ​ກັນ​ໃນ​ຊີ​ເຣຍ ​ແລະ​ກໍ​ເຕືອນ​ວ່າ ການ​ບໍ່​ສາມາດ​ຍຸດຕິ​ຄວາມ​ຮຸນ​ແຮງ​ໄດ້​ອີກ​ຄັ້ງ​ນຶ່ງ​ນັ້ນ ຍິ່ງ​ຈະຍັງຜົນ​ໃຫ້​ຂໍ້​ຂັດ​ແຍ້​ງກັນ​ທີ່​ຍືດ​ເຍື້ອມາ​ໄດ້ 19 ​ເດືອນ​ແລ້ວ​ນັ້ນ ​ຮ້າຍ​ແຮງລົງ​ໄປ​ກວ່າ​ເກົ່າ ​ແລະ​ລຸກລາມ​ອອກ​ໄປ​ຍັງ​ປະ​ເທດ​ອື່ນໆ​ໄດ້.

ສະພາ​ຄວາມ​ໝັ້ນ​ຄົງໄດ້​ສະ​ແດງ​ການ​ສະໜັບສະໜຸນ ສໍາລັບ​ການ​ຢຸດ​ຍິງ ​ແລະ​ໄດ້​ຂໍຮ້ອງ ​ໃຫ້​ບັນດາອໍານາດ​ຕ່າງໆ​ໃນ​ສາກົນ​ແລະ​ຂົງ​ເຂດ ​“ຈົ່ງ​ໃຊ້​ອິດ​ທິພົນ​ຂອງ​ຕົນ” ​ເພື່ອ​ເຮັດ​ໃຫ້ການ​ຢຸດ​ຍິງ ມີ​ຜົນ​ປະຕິບັດ​ໄດ້.
XS
SM
MD
LG