ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທະຫານ ສປຊ ຈາກຟີລິບປິນ ທີ່ຖືກລັກພາໂຕໄປ ຖືກປ່ອຍຕົວແລ້ວ (ວີດິໂອ)


ທະຫານຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ຈາກຟີລິບປິນ 4 ຄົນ ທີ່ຖືກລັກພາຕົວ ແລະຖືກພົບເຫັນໃນເມືອງ Daraa ຂອງຊີເຣຍ ໃນວັນທີ 9 ພຶດສະພາ 2013.
ທະຫານຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ຈາກຟີລິບປິນ 4 ຄົນ ທີ່ຖືກລັກພາຕົວ ແລະຖືກພົບເຫັນໃນເມືອງ Daraa ຂອງຊີເຣຍ ໃນວັນທີ 9 ພຶດສະພາ 2013.
ກຸ່ມທີ່​ຕໍ່ຕ້ານລັດຖະບານ​ຊີ​ເຣຍ ໄດ້ປ່ອຍຕົວທະຫານຮັກສາ
ສັນຕິພາບຂອງອົງການສະຫະປະຊາຊາດຈາກຟີລິບປິນ 4
ຄົນ ລຸນຫລັງທີ່ໄດ້ລັກພາຕົວພວກເຂົາເຈົ້າໄປ ໃນວັນອັງ
ຄານແລ້ວນີ້ ຢູ່ໃນ​ເຂດ ພູ​ພຽງ Golan.

ມີລາຍງານວ່າ ຊາວຟີລິບປິນ​ເຫລົ່າ​ນັ້ນ ບໍ່ໄດ້ຖືກທໍາຮ້າຍ
ແຕ່ຢ່າງໃດ ແລະກໍໄດ້ ຖືກນໍາຕົວໄປຍັງອິສຣາແອລ​ແລ້ວ
ລຸນຫລັງທີ່ພວກເຂົາເຈົ້າໄດ້ຖືກປ່ອຍ ໃຫ້ເປັນອິດສະລະ
ໃນວັນອາທິດມື້ນີ້.

ທັງ 4 ຄົນດັ່ງກ່າວ ແມ່ນເປັນພາກສ່ວນນຶ່ງຂອງກຳລັງຮັກສາ
ສັນຕິພາບ ຂອງ ສະຫະປະຊາຊາດ ທີ່ທໍາການລາດຕະເວນໃນເຂດກັນຊົນ ຢູ່ພູ​ພຽງ Golan ທີ່ອິສຣາແອລໄດ້ຍຶດເອົາຈາກຊີເຣຍໃນປີ 1967.

ພວກ​ຕໍ່ຕ້ານລັດຖະບານ​ຊີ​ເຣຍ ຈາກ​ກຸ່ມກອງພັນ Yarmouk Martyrs ເວົ້າວ່າ ພວກເຈົ້າ
ໜ້າ​ທີ່ຮັກສາສັນຕິພາບດັ່ງກ່າວ ຖືກກັກຕົວໄວ້ ກໍແມ່ນເພື່ອຮັບປະກັນຄວາມປອດໄພຂອງ
ພວກເຂົາເຈົ້າ​ເອງ ລຸນຫລັງທີ່ມີການປະທະກັນ ລະຫວ່າງກໍາລັງຂອງລັດຖະບານ​ຊີ​ເຣຍ
ແລະຂອງຝ່າຍຕໍ່ຕ້ານ ຢູ່ໃນເຂດດັ່ງກ່າວ.

ການລັກພາຕົວກຳລັງຮັກສາສັນຕິພາບຟີລິບປິນ 4 ຄົນ​ນີ້ ແມ່ນເປັນຄັ້ງທີສອງແລ້ວ ນັບແຕ່
ເດືອນມີນາເປັນຕົ້ນມາ ທີ່ມີ 21 ຄົນ ຖືກກຳລັງຕໍ່ຕ້ານລັດຖະບານ​ຊີ​ເຣຍກັກຕົວໄວ້.​

ເບິ່ງວີດິໂອກ່ຽວກັບຂ່າວນີ້:


XS
SM
MD
LG