ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາກຸ່ມ G8 ຫາລືກັນ ເລື່ອງຊີເຣຍ ແລະ ການຫຼົບຫຼີກ ພາສີ (ສະໄລດ໌/ວີດີໂອ)


ບັນດາຜູ້ນໍາກຸ່ມປະເທດ G 8 ກໍາລັງໃຊ້ມື້ທີ່ສອງ ເຈລະຈາກ່ຽວກັບ ການກໍ່ການຮ້າຍ ແລະການຫລີກລ່ຽງບໍ່ເສຍພາສີ ຂອງບໍລິສັດ.
ບັນດາຜູ້ນໍາກຸ່ມປະເທດ G 8 ກໍາລັງໃຊ້ມື້ທີ່ສອງ ເຈລະຈາກ່ຽວກັບ ການກໍ່ການຮ້າຍ ແລະການຫລີກລ່ຽງບໍ່ເສຍພາສີ ຂອງບໍລິສັດ.
ບັນດາ​ຜູ້​ນໍາຂອງ​ກຸ່ມ​ປະ​ເທດ​ G8 ກໍາລັງ​ໃຊ້​ມື້​ທີ່​ສອງຂອງ​ການ​ເຈ
ລະຈາ​ ເພື່ອ​ປຶກສາ​ຫາລື ກ່ຽວ​ກັບການ​ກໍ່​ການ​ຮ້າຍ​ແລະ​ການ​ຫລີກ
​ລ້ຽງບໍ່​ເສຍ​ພາສີ​ຂອງ​ບໍ​ລິ​ສັດ ​ໃນ​ຂະນະ​ດຽວ​ກັນ​ກໍ​ຊ​ອກຫາ​ຊ່ອງ
​ທາງເພື່ອ​ໃຫ້​ມີ​ຄວາມ​ເຫັນ​ສອດ​ຄ່ອງກັນ ກ່ຽວ​ກັບ​ວ່າ​ຈະ​ແກ້​ໄຂ​
ສະຖານະ​ການ​ໃນ​ຊີ​ເຣຍ​ແບບ​ໃດ.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ກ່າວ​ໃນ​
ວັນ​ອັງຄານມື້​ນີ້​ວ່າ ທ່ານ​ຕ້ອງການ​ຢາກ​ໃຫ້​ກຸ່ມ​ດັ່ງກ່າວ​ ລົງ​ນາມ​
ໃນ “ຖະ​ແຫລງ​ການຢ່າງຈະ​ແຈ້ງ” ວ່າ ​ປະ​ເທດ​ຕ່າງໆ​ບໍ່​ຄວນ​
ຈ່າຍເງິນ​ຄ່າ​ໄຖ່​ ​ໃຫ້ແກ່ການ​ລັກພາ​ໂຕ ໂດຍ​ພວກ​ກໍ່​ການ​ຮ້າຍ.



ລາຍການ​ປະ​ຊຸມສຳລັບ​ກອງ​ປະ​ຊຸມ​ສຸດຍອດມື້ສຸດ​ທ້າຍຂອງ​ກຸ່ມ G8 ທີ່​ໄອແລນ ​ເໜືອ​ຍັງ​ຮວມທັງ​ການ​ດຳ​ເນີນ​ຄວາມພະຍາຍາມ​ເພື່ອ​ປິດ​ຊ່ອງ​ຫວ່າງ​ທີ່​ອະນຸຍາດ ​ໃຫ້ບໍລິສັດ​ຕ່າງໆ ຫລີກ​ລ້ຽງການເສຍ​ພາສີ​ ຢູ່​ໃນປະ​ເທດ​ຂອງ​ເຂົາ​ເຈົ້າ.



ການ​ເຈລະຈາ​ໃນມື້​ທໍາ​ອິດ ​ແມ່ນກ່າວ​ກັນ​ວ່າ ​ໄດ້​ມີ​ຄວາມ​ເຫັນ​ບໍ່ລົງ​ຮອຍ​ກັນກ່ຽວ ​ກັບເລື່ອງຊີ​ເຣຍ ​ໂດຍ​ໄດ້​ມີ​ການ​ຕິຕຽນຣັດ​ເຊຍຍ້ອນໃຫ້ການ​ສະໜັບສະໜຸນ​ແກປະທານາ
ທິບໍດີ Bashar al-Assad.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ແລະປະທານາທິບໍດີສະຫະ ລັດ ທ່ານ Barack Obama ​ໄດ້​ຕົກລົງ​ ໃນການ​ສົນທະນາ​ກັນ​ຢູ່​ນອກ​ກອງ​ປະຊຸມສຸດ​ຍອດ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຄວາມ​ຮຸນ​ແຮງ​ຢູ່​ໃນ​ຊີ​ເຣຍ ຕ້ອງ​ຍຸຕິ​ລົງ ​ແຕ່ກໍ​ຮັບ​ຮູ້​ວ່າ ​ພວກ​ທ່ານມີ​ແນວ​ຄິດ​ບໍ່​ຄືກັນ ກ່ຽວ​ກັບ​ວິ​ກິດ​ການດັ່ງກ່າວ.

G 8
please wait
Embed
G 8

No media source currently available

0:00 0:00:51 0:00
XS
SM
MD
LG