ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕໍ່ຕ້ານ ລັດຖະບານ ທີ່ໃຫຍ່ສຸດ ໃນຊີເຣຍ ຈະບໍ່ເຂົ້າຮ່ວມ ການເຈະລຈາ ສັນຕິພາບ


ປະທານາທິບໍດີຊີເຣຍ ທ່ານ Bashar Assad (ຂວາ) ໂອ້ລົມກັບ ທູດພິເສດ ສປຊ ທ່ານ Staffan de Mistura ທີ່ນະຄອນຫຼວງ ດາມັສກັສ (19 ພະຈິກ 2014)
ປະທານາທິບໍດີຊີເຣຍ ທ່ານ Bashar Assad (ຂວາ) ໂອ້ລົມກັບ ທູດພິເສດ ສປຊ ທ່ານ Staffan de Mistura ທີ່ນະຄອນຫຼວງ ດາມັສກັສ (19 ພະຈິກ 2014)

ພວກ​ຕໍ່ຕ້ານ​ລັດຖະບານ ​ໃນ​ຊີ​ເຣຍ ກ່າວ​ວ່າ ຕົນ​ຈະ​ບໍ່​ເຂົ້າຮ່ວມ​
ການ​ເຈລະຈາ​ສັນຕິ​ພາບ​ທີ່​ກຳນົດ​ຈະ​ເລີ້ມຂຶ້ນຢູ່​ນະຄອນ​ເຈ​ນີວາ ​
ໃນ​ວັນ​ສຸກ​ມື້ນີ້.

ກຸ່ມ​ຕໍ່ຕ້ານ​ທີ່ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ຊາ​ອຸ​ດີ ອາຣາ​ເບຍ​ ທີ່​ມີ​ຊື່
ວ່າ ສະພາ​ເຈລະຈາ​ລະດັບ​ສູງ ກ່າວໃນ​ວັນ​ພະຫັດ​ວານ​ນີ້ວ່າ ຄຳ​
ຕອບ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈາກການ​ຮຽກ​ຮ້ອງ​ຂອງ​ພວກ​ເຂົາ​ເຈົ້າ ທີ່​
ຢາກ​ໃຫ້​ຍຸຕິ​ການ​ໂຈມ​ຕີ​ທາງ​ອາກາດ​ແລະຢຸດ​ເຊົາ​ການ​ປິດ​ລ້ອມ
​ຢູ່​ໃນ​ຊີ​ເຣຍນັ້ນ ແມ່ນ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້.

ສະພາ​ເຈລະຈາ​ລະດັບ​ສູງ​ໄດ້​ປະຊຸມ​ກັນ​ທີ່​ນະຄອນ​ຣິຢາດ​ໃນ​ອາ
ທິດ​ນີ້ແລະ​ສະມາ​ຊິກ​ຂອງ​ກຸ່ມ​ດັ່ງກ່າວ​ເວົ້າວ່າ ຕົນ​ຈະ​ຢູ່​ທີ່​ນັ້ນຕໍ່​ໄປ​ຈົນ​ຮອດ​ວັນ​ສຸກ​ມື້ນີ້​ໂດຍ
​ຈະບໍ່​ເຂົ້າຮ່ວມ​ການ​ເລີ້ມຕົ້ນ​ໃນ​ການ​ເຈລະຈາ​ຢູ່​ສະ​ວິດ​ເຊີ​ແລນ.

​ແຕ່​ແນວ​ໃດ​ກໍ​ຕາມ ບັນດາ​ຜູ້​ຕາງໜ້າກໍບໍ່​ໄດ້​ປະຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະເຂົ້າຮ່ວມ
​ການ​ເຈລະຈາ​ ຊຶ່ງ​ຄາດ​ວ່າ​ອາດ​ຈະ​ໃຊ້​ເວລາ​ຫລາຍໆ​ເດືອນ​ນັ້ນ.

ການ​ປະກາດ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ສະທ້ອນ​ໃຫ້​ເຫັນ ​ເຖິງ​ບັນຫາ​ຫຍຸ້ງຍາກ ທີ່​ກຳລັງ​ປະ​ເຊີນ​ໜ້າ​
ກັບ​ຂັ້ນຕອນ​ໃນ​ການຈັດ​ສາກ​ການ​ເຈລະຈາເພື່ອ​ຍຸຕິ​ບັນຫາ​ຂັດ​ແຍ້​ງຢູ່​ໃນ​ຊີ​ເຣຍ ຊຶ່ງ​ໃນ​ອີກ​
ບໍ່​ດົນ​ນີ້ກໍ​ຈະ​ກ້າວ​ເຂົ້າສູ່​ປີ​ທີ​ຫົກ​ແລ້ວ.​ ບັນຫາ​ຂັດ​ແຍ້​ງນີ້ ​ໄດ້​ສັງຫານ​ປະຊາຊົນ​ຫລາຍ​ກວ່າ
250 ພັນ​ຄົນ​ແລະ​ເຮັດ​ໃຫ້​ອີກ​ເກືອບ 4 ລ້ານ 6 ​ແສນ​ຄົນ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ.

ທູດ​ພິ​ເສດ ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ຮັບຜິດ​ຊອບ​ເລື້ອງຊີ​ເຣຍ ທ່ານ Staffan de
Mistura ກ່າວ​ຜ່ານ​ທາງ​ວີ​ດີ​ໂອ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ການ​ເຈ​ລະ​ນານີ້ ບໍ່​ສາມາດ​ທີ່​ຈະ
​ໃຫ້​ເກີດ​ຄວາມ​ລົ້ມ​ແຫລວ​ໄດ້.​ ທ່ານ​ເວົ້າວ່າ ກອງ​ປະຊຸມນີ້ຕ້ອງ​ເປັນ​ໂອກາດ​ທີ່​ພາດ​ບໍ່​ໄດ້.

ບັນດາ​ຜູ້​ກະກຽມ​ກອງ​ປະຊຸມ​ຂອງ​ສະຫະ​ປະຊາ​ຊາດ​ ກ່າວ​ວ່າ ກອງ​ປະຊຸມ​ຊຶ່ງ​ມີ ກຳນົດ​ຈະ
​ເລີ້ມຂຶ້ນທີ່​ນະຄອນ​ເຈ​ນີວາຈະ​ບໍ່​ແມ່ນ​ການ​ເຈລະຈາ​ສັນຕິພາບແຕ່​ເປັນການ​ໂອ້​ລົມ​ກັນ​ໃນ​
ລະດັບ​ໃກ້​ຄຽງ​ທີ່​ໝາຍ​ຄວາມ​ວ່າ ​ເປັນ​ການວາງ​ພື້ນຖານສຳລັບ​ການ​ເຈລະຈາ. ຜູ້ຕາງໜ້າ​
ຂອງ​ລັດຖະບານ​ຊີ​ເຣຍ​ໄດ້​ຕັດສິນ​ໃຈ​ເຂົ້າຮ່ວມ ຫຼັງ​ຈາກ​ໄດ້​ມີ​ການ​ຫາລື​ ກັບ​ທ່ານ de Mis-
tura ທີ່​ນະຄອນ​ດາ​ມັສກັສ​ໃນຕົ້ນ​ເດືອນ​ນີ້.

Syrian Government, Opposition to Start on Long, Fragile Road to Peace
please wait

No media source currently available

0:00 0:01:54 0:00

XS
SM
MD
LG