ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພັກຝ່າຍ ທີ່ເຂົ້າຮ່ວມ ໃນການເຈລະຈາ ຊີເຣຍ ຕົກລົງ ຕັ້ງກຳມະການ ຮ່າງລັດຖະທຳມະນູນ


ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ ສະພາປຶກສາຫາລືແຫ່ງຊາດຊີເຣຍ ທີ່ເມືອງໂຊຈີ, ປະເທດຣັດເຊຍ. 30 ມັງກອນ, 2018.
ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ ສະພາປຶກສາຫາລືແຫ່ງຊາດຊີເຣຍ ທີ່ເມືອງໂຊຈີ, ປະເທດຣັດເຊຍ. 30 ມັງກອນ, 2018.

ທູດພິເສດ ສະຫະປະຊາຊາດ ຮັບຜິດຊອບກ່ຽວກັບເລື່ອງຊີເຣຍ ກ່າວວ່າ ບັນດາຜູ້ເຂົ້າ
ຮ່ວມໃນການເຈລະຈາສັນຕິພາບ ທີ່ເມືອງ ໂຊຈີ ປະເທດ ຣັດເຊຍ, ໄດ້ຕົກລົງກັນທີ່ຈະ
ສ້າງຕັ້ງຄະນະກຳມະການ ເພື່ອຮ່າງລັດຖະທຳມະນູນສະບັບໃໝ່ຂອງປະເທດ.

ທ່ານ ສຕາຟຟານ ເດິ ມິສຕູຣາ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນ ນິວຢອກ ຜ່ານ
ທາງໂທລະສັບ ໃນຕອນແລງຂອງວັນອັງຄານວານນີ້ ຈາກເມືອງຕາກອາກາດແຄມທະ
ເລດຳວ່າ ບັນດາຜູ້ຄໍ້າປະກັນຂອງກອງປະຊຸມເຊິ່ງແມ່ນ ຣັດເຊຍ, ອີຣ່ານ ແລະ ເທີກີ
ແຕ່ລະປະເທດໄດ້ມອບລາຍຊື່ຂອງຜູ້ຖືກສະເໜີຊື່ລົງສະໝັກ 50 ຄົນ ທີ່ຈະຢູ່ໃນຄະນະ
ກຳມະການ. ທ່ານໄດ້ກ່າວວ່າມັນຈະລວມມີ ບັນດາຕົວແທນຈາກລັດຖະບານ ຊີເຣຍ,
ພວກຕໍ່ຕ້ານ ແລະ ຝ່າຍອິດສະຫຼະທີ່ບໍ່ຂຶ້ນກັບໃຜ.

ທ່ານ ເດິ ມິສຕູຣາ ໄດ້້ກ່າວວ່າ “ຂ້າພະເຈົ້າມີແຜນທີ່ຈະໃຫ້ການປຶກສາຫາລືຢ່າງກວ້າງ
ຂວາງ ລວມທັງຊາວ ຊີເຣຍ ຄົນອື່ນໆ, ລວມທັງຜູ້ທີ່ບໍ່ໄດ້ເຂົ້າຮ່ວມໃນການເຈລະຈາທີ່
ເມືອງ ໂຊຈີ. ແລະ ຂ້າພະເຈົ້າເອງໄດ້ ກະກຽມລາຍຊື່ຂອງ 45 ຫາ 50 ຄົນອີງຕາມບັນ
ທັດຖານທີ່ຈະຖືກປະ ກາດໃນໄວໆນີ້ ໂດຍຂ້າພະເຈົ້າ, ໃນນະຄອນ ເຈນີວາ, ອີງຕາມ
ການປຶກສາຫາລືໃນຂອບເຂດກວ້າງຂວາງ.”

ທ່ານ ເດິ ມິສຕູຣາ ມີຄວາມຕັ້ງໃຈທີ່ຈະເຮັດໃຫ້ຄະນະກຳມະການຮ່າງລັດຖະທຳມະນູນ
ກາຍເປັນຈິງ. ອະດີດນັກການທູດທ່ານນີ້ ບໍ່ໄດ້ກຳນົດເວລາທີ່ທ່ານຈະປະກາດບັນທັດ
ຖານ ຫຼື ເປີດປະຊຸມຄະນະກຳມະການ ເພື່ອເລີ່ມຮ່າງລັດຖະທຳມະນູນ.

ທ່ານໄດ້ຍອມຮັບວ່າ “ວຽກງານໃນຂ້າງໜ້າຈະມີຄວາມສັບສົນ, ແຕ່ແທ້ຈິງແລ້ວ, ພວກ
ເຮົາຫວັງວ່າ ພວກເຮົາສາມາດໄດ້ຮັບຄວາມສຳເລັດ.”

ຄວາມກ້າວໜ້າທີ່ສະພາການປຶກສາຫາລືແຫ່ງຊາດຂອງ ຊີເຣຍ ໃນວັນອັງຄານວານນີ້
ໄດ້ມີຂຶ້ນ ເຖິງແມ່ນວ່າການປະຊຸມໄດ້ເກີດຄວາມວຸ້ນວາຍຂຶ້ນ ໃນບາງຄັ້ງບາງຄາວກັບ
ຜູ້ເຂົ້າຮ່ວມຊາວ ຊີເຣຍ ປະມານ 1,600 ຄົນກໍຕາມ.

ຄຳປາໄສເປີດກອງປະຊຸມ ທີ່ສະພາການປຶກສາຫາລືແຫ່ງຊາດ ຂອງ ຊີເຣຍ ໂດຍລັດ
ຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາຟຣອຟ ໄດ້ຖືກລົບກວນໂດຍການ
ຂັດຂວາງຂອງບັນດາຜູ້ແທນຈາກ ຊີເຣຍ ແລະ ໄດ້ຮ້ອງຄຳວ່າ “ຣັດເຊຍ ຈົ່ງຈະເລີນ.”
ຄຳປາໄສຂອງທ່ານໄດ້ຖືກເລື່ອນເວລາອອກໄປສອງຊົ່ວໂມງ ຍ້ອນການເຈລະຈາທີ່ກຳ
ລັງດຳເນີນຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG