ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ສປຊ ເຕື່ອນວ່າ "ສົງຄາມຈະຮ້າຍແຮງກວ່າເກົ່າ" ໃນຊີເຣຍ ຖ້າ ການເຈລະຈາສັນຕິພາບ ລົ້ມແຫຼວ.


ພວກນັກລົບຕໍ່ຕ້ານລັດຖະບານ Al-Furqan ນັ່ງຢູ່ທີ່ຈຸດສອດແນມ ພ້ອມດ້ວຍອາວຸດຂອງພວກເຂົາ ໃນຄຸ້ມ Aziziyah ຕັ້ງຢູ່ໃນຊານເມືອງຂອງ Aleppo, ປະເທດຊີເຣຍ, ວັນທີ 5 ມີນາ 2016.
ພວກນັກລົບຕໍ່ຕ້ານລັດຖະບານ Al-Furqan ນັ່ງຢູ່ທີ່ຈຸດສອດແນມ ພ້ອມດ້ວຍອາວຸດຂອງພວກເຂົາ ໃນຄຸ້ມ Aziziyah ຕັ້ງຢູ່ໃນຊານເມືອງຂອງ Aleppo, ປະເທດຊີເຣຍ, ວັນທີ 5 ມີນາ 2016.

ທູດພິເສດ ອົງການສະຫະປະຊາຊາດ ສຳລັບ ຊີເຣຍ ທ່ານ
Staffan de Mistura ໄດ້ເລີ້ມຕົ້ນ ການເຈລະຈາສັນຕິພາບ
ຮອບໃໝ່ ໃນວັນຈັນມື້ນີ້ ຢູ່ໃນນະຄອນ Geneva ໂດຍເຕືອນ
ວ່າ ທາງເລືອກພຽງຢ່າງດຽວ ນອກເໜືອຈາກການເຈລະຈາກັນ
ແລ້ວ ແມ່ນການກັບຄືນໄປສູ່ “ສົງຄາມທີ່ໂຫດຮ້າຍຂຶ້ນກວ່າ
ເກົ່າ ທີ່ພວກເຮົາໄດ້ເຫັນໃນເວລານີ້.”

ໃນການກ່າວຖະແຫລງ ກ່ອນໜ້າການເປີດກອງປະຊຸມ ກັບຄະ
ນະຜູ້ແທນ ຈາກລັດຖະບານຊີເຣຍ ທ່ານ de Mistura ໄດ້ກ່າວ
ວ່າ ມັນຂຶ້ນກັບປະຊາຊົນຂອງຊີເຣຍ ທີ່ຈະຕັດສິນອະນາຄົດ
ຂອງພວກເຂົາເຈົ້າ ແລະ ສະຫະປະຊາຊາດ ຕ້ອງຊ່ອຍເຫຼືອ
ພວກເຂົາເຈົ້າ.

ລັດຖະມົນຕີຕ່າງປະເທດ ຂອງຊີເຣຍ ທ່ານ Walid Muallem ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ນະຄອນຫຼວງ Damascus ຂອງຊີເຣຍ, ວັນທີ 12 ມີນາ 2016.
ລັດຖະມົນຕີຕ່າງປະເທດ ຂອງຊີເຣຍ ທ່ານ Walid Muallem ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ນະຄອນຫຼວງ Damascus ຂອງຊີເຣຍ, ວັນທີ 12 ມີນາ 2016.

ທ່ານໄດ້ກ່າວວ່າ ແຜນການແມ່ນເພື່ອຈັດການເຈລະຈາທາງອ້ອມ ກັບແຕ່ລະຝ່າຍ ເປັນ
ເວລາປະມານ ສິບມື້ ຫຼັງຈາກມີເວລາຢຸດພັກ ຕໍ່ຈາກນັ້ນ ຈະດຳເນີນການເຈລະຈາ ຮອບ
ຕໍ່ໄປ ທີ່ຈະເລີ້ມຕົ້ນຂຶ້ນໃນຕົ້ນເດືອນເມສາ ແລະ ມີອີກຮອບນຶ່ງຫຼັງຈາກນັ້ນ. ທູດພິເສດ
ໄດ້ກ່າວວ່າ ທ່ານເຊື່ອວ່າ ຂະບວນການຈະມີໝາກຜົນ ຢ່າງນ້ອຍເສັ້ນທາງສຳລັບ ສັນຕິພາບ.

ລັດຖະມົນຕີຕ່າງປະເທດ ຂອງຝຣັ່ງ ທ່ານ Jean Marc Ayrault, ຊ້າຍ ແລະ ລັດຖະມົນຕີຕ່າງປະເທດ ສຫລ ທ່ານ John Kerry ເຂົ້າຮ່ວມກອງປະຊຸມ ຢູ່ທີ່ກະຊວງ Quai d'Orsay ທີ່ນະຄອນ Paris, ວັນທີ 13 ມີນາ 2016.
ລັດຖະມົນຕີຕ່າງປະເທດ ຂອງຝຣັ່ງ ທ່ານ Jean Marc Ayrault, ຊ້າຍ ແລະ ລັດຖະມົນຕີຕ່າງປະເທດ ສຫລ ທ່ານ John Kerry ເຂົ້າຮ່ວມກອງປະຊຸມ ຢູ່ທີ່ກະຊວງ Quai d'Orsay ທີ່ນະຄອນ Paris, ວັນທີ 13 ມີນາ 2016.

ທ່ານ de Mistura ໄດ້ກ່າວວ່າ “ຮອດເວລານັ້ນ ພວກເຮົາເຊື່ອວ່າ ພວກເຮົາຄວນມີ
ຢ່າງນ້ອຍ ເສັ້ນທາງທີ່ຈະແຈ້ງ ຂ້າພະເຈົ້າບໍ່ໄດ້ເວົ້າເຖິງ ຂໍ້ຕົກລົງ ແຕ່ເສັ້ນທາງອັນຈະ
ແຈ້ງ ທໍ່ນັ້ນ ເພາະວ່າ ເປັນອັນທີ່ຊາວຊີເຣຍ ຄາດໝາຍໄວ້ຈາກພວກເຮົາໝົດທຸກຄົນ.”

ທ່ານຍັງໄດ້ເນັ້ນຢ້ຳເຖິງ ຄວາມຈຳເປັນທີ່ຈະຕ້ອງໃຫ້ຮັກສາໄວ້ ການລຸດຜ່ອນຄວາມເປັນ
ປໍລະປັກຕໍ່ກັນ ແລະ ເພີ້ມການໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ທີ່ມີຢູ່ແລ້ວເປັນເວລາ
ຫຼາຍກວ່າ 2 ສັບປະດາແລ້ວນັ້ນ.

Syria Talks
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG