ທ່ານ Brahimi ມີກໍານົດພົບປະໃນວັນພຸດມື້ນີ້ ກັບປະທານາທິບໍດີເລບານອນ ທ່ານ Michel Suleiman ນາຍົກລັດຖະມົນຕີ Najib Mikati ແລະປະທານສະພາແຫ່ງຊາດຂອງເລບານອນ.
ບ່ອນຢຸດແວ່ຢ້ຽມຢາມກ່ອນໜ້ານີ້ ມີໂຮມທັງທັງ Egypt, Irag, Saudi Arabia, Turkey ແລະ Iran. ໃນຕົ້ນຂອງອາທິດນີ້ ທ່ານ Brahimi ໄດ້ຮຽກຮ້ອງໃຫ້ປະເທດພັນທະມິດຂອງຊີເຣຍ ກໍຄືອິຣ່ານ ຈົ່ງຊ່ວຍຈັດຕັ້ງໃຫ້ມີການຢຸດຍິງຢູ່ໃນຊີເຣຍ ໃນລະຫວ່າງວັນພັກ Eid al-Adha ຂອງຊາວມຸສລິມ ຊຶ່ງຈະເລີ່ມຕົ້ນໃນອາທິດໜ້ານີ້.
ອົງການຂ່າວ SANA ຂອງທາງການຊີເຣຍ ໄດ້ອ້າງເອົາຄໍາເວົ້າຂອງໂຄ ສົກກະຊວງຕ່າງປະເທດ ທ່ານ Jihad Makdissi ເມື່ອວັນອັງຄານວານນີ້ທີ່ເວົ້າວ່າ ຊີເຣຍໄດ້ຄອຍຖ້າການມາເຖິງຂອງທ່ານ Brahimi ແລະຫວັງ ວ່າ ການພົບປະກັບທູດພິເສດນານາຊາດຄັ້ງນີ້ ຈະເປັນປັດໄຈໄປສູ່ຄວາມ ສໍາເລັດຜົນຂອງການລິເລີ່ມໃນທາງສ້າງສັນນັ້ນ.
ສັນຍາຢຸດຍິງ ທີ່ສະເໜີໂດຍທ່ານ ໂກຟີ ອັນນັນ ອະດີດເລຂາທິການໃຫຍ່ອົງການສະຫະປະຊາຊາດ ຊຶ່ງເປັນທູດພິເສດກ່ອນທ່ານ Brahimi ນັ້ນໄດ້ ແຕກຫັກລົງໃນເວລາບໍ່ດົນຫຼັງຈາກເລີ່ມມີຜົນບັງຄັບໃຊ້ໃນເດືອນເມສາຜ່ານ ມາປີນີ້.