ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ປະຕິຍານວ່າ ຈະສືບຕໍ່ ສູ້ລົບຕ້ານ ລັດອິສລາມ ຫຼັງຈາກ ທີ່ຢຶດຄືນໄດ້ ເມືອງ Palmyra


Syria Palmyra
please wait
Embed

No media source currently available

0:00 0:02:28 0:00

ກອງທັບບົກຂອງຊີເຣຍ ກ່າວວ່າ ການຢຶດຄືນມາໄດ້ ເມືອງ
Palmyra ຈະເຮັດໃຫ້ເປັນຈຸດເລີ້ມຕົ້ນ ການຂະຫຍາຍການ
ຕໍ່ຕ້ານກຸ່ມລັດອິສລາມ ໃນຂະນະດຽວກັນ ຫົວໜ້າດ້ານວັດຖຸ
ບູຮານຂອງປະເທດ ກໍໄດ້ປະກາດໄປວ່າ ສະຖານປະວັດສາດນີ້
ຈະມີຄວາມສຳຄັນຍິ່ງຂຶ້ນ ເພາະໄດ້ລອດຈາກການທັບມ້າງທຳ
ລາຍ ຂອງພວກຫົວຮຸນແຮງ.

ໂດຍການໜູນຫຼັງຂອງການໂຈມຕີທາງອາກາດຂອງຣັດເຊຍ
ກອງກຳລັງສະໜັບສະໜູນ ລັດຖະບານຊີເຣຍ ຈຶ່ງສາມາດຄວບ
ຄຸມເມືອງ Palmyraໄດ້ຄືນ ຫຼັງຈາກທີ່ພວກລັດອິສລາມໄດ້ປົກຄອງມາໄດ້ 10 ເດືອນ ທີ່
ປະກອບດ້ວຍການທຳລາຍອະນຸສອນສະຖານຫຼາຍແຫ່ງ ທີ່ໄດ້ສ້າງຂຶ້ນໃນເກືອບ 2000
ປີກ່ອນ.

ກຸ່ມສິ້ງຊອມສິດທິມະນຸດ ຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ປະເທດອັງກິດ ກ່າວວ່າ ການບຸກ
ໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ ພວກຮຸນແຮງ 400 ຄົນ ເສຍຊີວິດ ພ້ອມດ້ວຍພວກນັກລົບ
ສະໜັບສະໜູນ ລັດຖະບານຊີເຣຍ 180 ຄົນ. ປະທານາທິບໍດີ ຊີເຣຍ Bashar al-Assad
ໄດ້ຍົກຍ້ອງການບຸກໂຈມຕີນັ້ນ ວ່າເປັນ “ຜົນສຳເລັດທີ່ສຳຄັນ ແລະ ເປັນຫຼັກຖານໃໝ່
ຂອງປະສິດທິພາບ ຂອງກອງທັບບົກຊີເຣຍ ແລະ ພັນທະມິດຂອງຕົນ ໃນການຕໍ່ສູ້ຕ້ານ
ລັດທິກໍ່ການຮ້າຍ.”

ໃນພາບນີ້ ທີ່ເຜີຍແຜ່ໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ສະແດງໃຫ້ເຫັນ ທະຫາຊີເຣຍ ຈຳນວນນຶ່ງ ເຕົ້າໂຮມອ້ອມ ທຸງຊາດຊີເຣຍ ໃນເມືອງ Palmyra, ຂອງຊີເຣຍ, ວັນທີ 27 ມີນາ 2016.
ໃນພາບນີ້ ທີ່ເຜີຍແຜ່ໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ສະແດງໃຫ້ເຫັນ ທະຫາຊີເຣຍ ຈຳນວນນຶ່ງ ເຕົ້າໂຮມອ້ອມ ທຸງຊາດຊີເຣຍ ໃນເມືອງ Palmyra, ຂອງຊີເຣຍ, ວັນທີ 27 ມີນາ 2016.

ສື່ມວນຊົນຂອງທາງການຊີເຣຍ ກ່າວວ່າ ບັນດານັກຊ່ຽວຊານ ຈະເຂົ້າໄປຍັງເມືອງ
Palmyra ໃນບໍ່ເທົ່າໃດມື້ຈະມາເຖິງນີ້ ເພື່ອປະເມີນຄວາມເສຍຫາຍ ຂອງພວກຫົວຮຸນແຮງ
ທີ່ໄດ້ກະທຳໄປ ຊຶ່ງພວກເຂົາໄດ້ທຳລາຍ ພວກຮູບປັ້ນທີ່ພວກເຂົາເຫັນວ່າ ເປັນການສັກກາຣະ
ນັບຖື ຢູ່ໃນສະຖານທີ່ຕ່າງໆ ທັງ ຊີເຣຍ ແລະ ອີຣັກ ທີ່ພວກເຂົາຢຶດໄດ້ ໃນລະຫວ່າງ 2 ປີ
ທີ່ຜ່ານມານັ້ນ.

ຫົວໜ້າດ້ານວັດຖຸບູຮານ ທ່ານ Maamoun Abdulkarim ໄດ້ປະຕິຍານວ່າ ຈະສ້າງຄືນ
ໃໝ່ ອັນທີ່ພວກລັດອິສລາມໄດ້ທຳລາຍໄປ ຊຶ່ງລວມທັງ ປະຕູໄຊ ຫຼື Arch of Triumph
ແລະ ວັດ Baalshmin. ແຕ່ທ່ານໄດ້ກ່າວວ່າ ອະນຸສອນສະຖານອື່ນໆ ຢູ່ໃນເມືອງຍຸກ
ສະໄໝ ໂຣມັນ ນັ້ນ ແມ່ນຢູ່ໃນສະພາບທີ່ຍັງດີຢູ່.

XS
SM
MD
LG