ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ຕໍ່​ຕ້ານ ຊີເຣຍ ອາດຈະ ເຂົ້າຮ່ວມ ການເຈລະຈາ ສັນຕິພາບ ທີ່ເຈນີວາ


ທ່ານ Khaled Saleh ໂຄສົກພັກປະສົມຝ່າຍຄ້ານຊີເຣຍ ວັນທີ 13 ກັນຍາ 2013.
ທ່ານ Khaled Saleh ໂຄສົກພັກປະສົມຝ່າຍຄ້ານຊີເຣຍ ວັນທີ 13 ກັນຍາ 2013.
ພັກ​ປະສົມ​ຝ່າຍ​ຄ້ານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ຝ່າຍ​ຕາ​ເວັນ​ຕົກ
ກ່າວ​ວ່າຕົນ​ຈະ​ເຂົ້າ​ປະກອບສ່ວນ​ໃນ​ການ​ໂອ້​ລົມ​ສົນທະນາ​ສັນຕິ
ພາບ​ກັບ​ຝ່າຍ​ລັດຖະບານ​ຖ້າເງື່ອນ​ໄຂ​ບາງ​ຢ່າງ​ໄດ້​ຮັບ​ການ​ຕອບ
​ສະໜອງ ຮວມທັງການ​ປ່ອຍ​ໃຫ້​ພວກ​ພະນັກງານ​ຊ່ອຍ​ເຫຼືອ​ເຂົ້າ
​ຫາ​ຂົງ​ເຂດ​ທີ່​ຖືກ​ປິດ​ລ້ອມ​ແຫ່ງ​ຕ່າງໆ​ໄດ້.

ພັກ​ປະສົມ​ແຫ່ງ​ຊາດ​ຊີ​ເຣຍປະກາດ​ຄຳ​ຕັດສິນ​ໃຈ​ຂອງ​ຕົນ​ໃຫ້​ຮູ້​ໃນ
​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ຫຼັງ​ຈາກ​ທຳ​ການໂອ້​ລົມ​ສົນ
ທະນາ​ກັນ​ມາ​ເປັນ​ເວລາ 2 ມື້ທີ່ນະຄອນ Istanbul.

ທ່ານ John Kerry ລັດຖະມຸນຕີຕ່າງປະ​ເທດສະຫະລັດ ​ໄດ້​ກ່າວ​
ຍ້ອງຍໍ​ຄຳ​ປະກາດ​ດັ່ງກ່າວ​ໂດ​ຍ​ເວົ້າ​ວ່າ ການ​ເຂົ້າ​ປະກອບສ່ວນ​ຂອງ​ກຸ່ມ​ຝ່າຍ​ຄ້ານ​ຈະ​ເປັນ​ບາດ ກ້າວ​ອັນ​ໃຫຍ່ຫຼວງ​ຄືບ​ໜ້າ​ຕໍ່​ໄປ.

ກຸ່ມ​ດັ່ງກ່າວ​ຢາກ​ໃຫ້​ລັດຖະບານ​ຮັບປະກັນ​ການຈັດ​ຕັ້ງ​ທາງ​ເຂົ້າ​ສຳລັບ​ການ​ຊ່ອຍ​ເຫຼືອທາງດ້ານ​ມະນຸດສະທຳ ການ​ປ່ອຍ​ໂຕ​ພວກ​ທີ່​ຖືກ​ຈັບ​ກຸມ​ແລະ​ສຳລັບ​ການ​ເຈລະຈາ​ສັນຕິ​ພາບ​ທີ່​ຍັງ​ຜົນທາງ​ການ​ເມືອງ​ໃນ​ໄລຍະ​ຂ້າມ​ຜ່ານ​ໃນ​ຊີ​ເຣຍ.

ບັນດາ​ສະມາຊິກ​ຝ່າຍ​ຄ້ານ​ໄດ້​ຂໍ​ຮ້ອງ​ມາ​ເປັນ​ເວລາ​ຍາວ​ນານ​ທີ່​ວ່າບໍ່​ໃຫ້​ປະທານາທິບໍດີ Bashar al-Assad ມີ​ສ່ວນ​ໃນ​ລັດຖະບານໄລຍະ​ຂ້າມ​ຜ່ານ ທີ່​ສະຫະລັດ​ແລະຣັດ​ເຊຍ​ຢາກ​ໃຫ້ທັງສອງ​ຝ່າຍ​ເຫັນ​ດີ​ນຳ​ກັນ​ໃນ​ການ​ເຈລະຈາ​ສັນຕິພາບ​ທີ່​ນະຄອນ​ເຈ​ເນ​ວານັ້ນ.

XS
SM
MD
LG