ສະຫະລັດຮຽກຮ້ອງໃຫ້ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ລາອອກໃນທັນທີ ລຸນຫຼັງທີ່ໄດ້ມີການກ່າວຫາ ກ່ຽວກັບການລອບສັງຫານຜູ້ນຳພັກຝ່າຍຄ້ານທີ່ສຳຄັນຄົນນຶ່ງ.
ຖະແຫຼງການຂອງທຳນຽບຂາວ ໄດ້ປະນາມຢ່າງແຮງຕໍ່ການສັງຫານໃນມື້ວັນສຸກວານນີ້ທ່ານ
Mashaal Tammo ໂຄສົກຂອງພັກອະນາຄົດຊາວ Kurd ແລະສະມາຊິກຂອງແນວໂຮມ ຝ່າຍຄ້ານຊີເຣຍທີ່ຫາກໍຕັ້ງຂຶ້ນມາໃໝ່.
ພວກນັກເຄື່ອນໄຫວເວົ້າວ່າ ມືປືນໄດ້ສັງຫານທ່ານຢູ່ທີ່ເຮືອນຂອງທ່ານໃນເມືອງ Qamishli ໃນພາກເໜືອຂອງຊີເຣຍ.
ທຳນຽບຂາວເຕືອນວ່າ ທ່ານ Assad ຕ້ອງລາອອກໃນທັນທີກ່ອນທີ່ຈະນຳພາປະເທດຂອງ
ທ່ານໄປສູ່ເສັ້ນທາງທີ່ເປັນໄພອັນຕະລາຍຮ້າຍແຮງ.
ນອກນັ້ນແລ້ວທຳນຽບຂາວຍັງເວົ້າວ່າ ການໂຈມຕີທີ່ວ່ານີ້ແມ່ນສະແດງໃຫ້ເຫັນວ່າ ມັນເປັນ
ຄວາມພະຍາຍາມເທື່ອລ່າສຸດຂອງອຳນາດການປົກຄອງຊີເຣຍທີ່ຈະປິດປາກປິດສຽງການຄັດ ຄ້ານຢ່າງສັນຕິຢູ່ພາຍໃນຊີເຣຍບ່ອນທີ່ພວກປະທ້ວງຈຳນວນຫຼາຍໆພັນຄົນພາກັນໂຮມຊຸມ
ນຸມຮຽກຮ້ອງໃຫ້ທ່ານ Assad ລາອອກ.
ຜູ້ນຳຝ່າຍຄ້ານທ່ານນີ້ ແມ່ນນຶ່ງໃນຈຳນວນທັງໝົດ 8 ຄົນທີ່ຖືກຂ້າຕາຍຢູ່ໃນຊີເຣຍໃນມື້ວັນ
ສຸກວານນີ້ ທີ່ມີການກ່າວຫາວ່າເປັນນໍ້າມືຂອງກຳລັງຮັກສາຄວາມສະຫງົບນັ້ນ.
ກ່ອນໜ້ານີ້ ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ກ່າວວ່າ ທ່ານ Assad
ຕ້ອງໄດ້ທຳການປະຕິຮູບ ຫຼືບໍ່ດັ່ງນັ້ນກໍໃຫ້ລາອອກ. ແຕ່ທ່ານກໍເວົ້າຕື່ມວ່າ ຣັດເຊຍແມ່ນ
ຄັດຄ້ານຕໍ່ການພະຍາຍາມຂອງຕ່າງປະເທດ ທີ່ຈະຂັບໄລ່ທ່ານ Assad ໃຫ້ອອກຈາກອຳ
ນາດ.