ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະຫະລັດວ່າ ສະພາຄວາມໝັ້ນຄົງ ລົ້ມແຫຼວ ໃນຄວາມຮັບຜິດຊອບຂອງຕົນ


Young worshippers light candles during Easter Sunday mass at the Church of the Holy Sepulchre in Jerusalem's Old City.
Young worshippers light candles during Easter Sunday mass at the Church of the Holy Sepulchre in Jerusalem's Old City.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ກ່າວວ່າ ສະພາຄວາມ
ໝັ້ນຄົງອົງການສະຫະປະ ຊາຊາດໄດ້ປະສົບກັບຄວາມລົ້ມແຫຼວໃນຄວາມຮັບຜິດຊອບຂອງ
ຕົນ ທີ່ບໍ່ສາມາດຮັບຜ່ານຍັດຕິປະນາມຊີເຣຍ ໃນການປາບການປະທ້ວງຂອງພົນລະເຮືອນ
ຢ່າງໂຫດຮ້າຍທາລຸນນັ້ນ.

ໂດຍທີ່ບໍ່ໄດ້ບົ່ງຊື່ຣັດເຊຍແລະຈີນທ່ານນາງ Clinton ກ່າວໃນວັນພຸດວານນີ້ວ່າ ປະເທດທັງ
ສອງຈະຕ້ອງໄດ້ໃຫ້ການອະທິບາຍ ຕໍ່ປະຊາຊົນຊາວຊີເຣຍ ກ່ຽວກັບການໃຊ້ສິດຢັບຢັ້ງຂອງ
ພວກເຂົາເຈົ້າ.

ມົສກູແລະປັກກິ່ງ​ໄດ້ໃຊ້ສິດຢັບຢັ້ງໃນມື້ວັນອັງຄານ ຕໍ່ຮ່າງຍັດຕິສະບັບນຶ່ງທີ່ນຳສະເໜີໂດຍ
ຝຣັ່ງ ອັງກິດ ເຢຍຣະມັນແລະປອກຕຸຍການ ຊຶ່ງໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ສະຫະລັດ
ແລະຢູໂຣບ. ຮ່າງຍັດຕິດັ່ງກ່າວ ທີ່ໄດ້ມີການຕັດຮອນຄຳເວົ້າໃຫ້ອ່ອນລົງ ພຽງ​ແຕ່ບັນຈຸຄຳ
ອ້າງອີງເຖິງ ການລົງໂທດທີ່ອາດມີຂຶ້ນຕໍ່ຊີເຣຍ ຖ້າ Damascus ຫາກຍັງສືບຕໍ່ການປາບ ປາມຂອງຕົນຕໍ່ພວກປະທ້ວງນິຍົມການປະຕິຮູບນັ້ນ.

ໃນຕອນເຊົ້າ ຂອງມື້ວັນພຸດວານນີ້ ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານ Alain
Juppe ໄດ້ປະນາມຢ່າງໂກດແຄ້ນຕໍ່ປະທານາທິບໍດີຊີເຣຍທ່ານ Bashar al-Assad
ວ່າເປັນຈອມຜະເດັດການ ທີ່ພວມສັງຫານໝູ່ປະຊາຊົນຂອງຕົນເອງ ແລະປະກາດໃຫ້
ການສະໜັບສະໜຸນຕໍ່ປະຊາຊົນຊາວຊີເຣຍທີ່ພະຍາຍາມທຳການໂຄ່ນລົ້ມຜູ້ນຳຜະເດັດ
ການດັ່ງກ່າວນີ້.

ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ກ່າວວ່າປະຊາຄົມ ນາໆຊາດມີພັນທະທາງດ້ານສິນທຳທີ່ຈະຕ້ອງປ້ອງກັນບໍ່ໃຫ້ເກີດການນອງເລືອດເພີ່ມຕື່ມ
ຢູ່ໃນຊີເຣຍ ຂະນະທີ່ນາຍົກລັດຖະມົນຕີ Turkey ທ່ານ Recep Tayyip Erdogan
ກ່າວວ່າ ລັດຖະບານຂອງທ່ານຈະທຳການລົງໂທດຕາມລຳພັງຕໍ່ Damascus.

ແຕ່ຜູ້ຊ່ອຍຄົນນຶ່ງຂອງປະທານາທິບໍດີຊີເຣຍກ່າວຕໍ່ອົງການຂ່າວຝຣັ່ງວ່າ ຣັດເຊຍແລະ ຈີນແມ່ນຢືນຢູ່ກັບປະຊາຊົນຊາວຊີເຣຍ ແລະໃຫ້ເວລາທີ່ຕ້ອງການແກ່ລັດຖະບານເພື່ອ ຈັດຕັ້ງແລະເສີມຂະຫຍາຍການປະຕິຮູບນັ້ນ.

XS
SM
MD
LG