ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຄັດຄ້ານລັດຖະບານ ທໍາການປະທ້ວງ ຮອບໃໝ່ໃນຊີເຣຍ


ການໂຮມຊຸມນຸມປະທ້ວງຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ເມືອງ Hula ໃກ້ໆເມືອງ Homs (27 ຕຸລາ 2011)
ການໂຮມຊຸມນຸມປະທ້ວງຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ເມືອງ Hula ໃກ້ໆເມືອງ Homs (27 ຕຸລາ 2011)

ພວກຄັດຄ້ານຕໍ່ປະທານາທິບໍດີ Bashar al-Assad ແຫ່ງຊີເຣຍເລີ່ມທຳການໂຮມຊຸມນຸມ
ຄັ້ງໃໝ່ໃນທົ່ວປະເທດ.

ພວກນັກເຄື່ອນໄຫວກ່າວວ່າ ມີຜູ້ເສຍຊີວິດຢ່າງນ້ອຍ 1 ຄົນ ໃນວັນສຸກມື້ນີ້ ຂະນະທີ່ການ
ປະທ້ວງຕໍ່ຕ້ານລັດຖະບານ ພວມດຳເນີນໄປຢູ່ນັ້ນ.

ອົງການຂ່າວຝຣັ່ງລາຍງານວ່າ ພິທີສົ່ງສະການໃຫ້ແກ່ທະຫານທີ່ໂຕນທັບຜູ້ນຶ່ງໄດ້ກາຍເປັນ
ການໂຮມຊຸມນຸມກັນຂອງພວກຝ່າຍຄ້ານທີ່ແຂວງ Idlib ໃນພາກຕາເວັນຕົກສຽງເໜືອຂອງ
ປະເທດ.

ພວກນັກເຄື່ອນໄຫວຝ່າຍຄ້ານໄດ້ຮຽກຮ້ອງໃຫ້ພວກປະທ້ວງທີ່ໂຮມຊຸມນຸມຂໍຮ້ອງໃຫ້ມີການ
ສ້າງຕັ້ງເຂດຫ້າມບິນຂຶ້ນໃນວັນສຸກມື້ນີ້.

ພວກນັກເຄື່ອນໄຫວໄດ້ທຳການຮຽກຮ້ອງຜ່ານທາງຕາໜ່າງສື່ສັງຄົມ ໂດຍເວົ້າວ່າເຂດຫ້າມ
ບິນແມ່ນມີຄວາມຈຳເປັນ ເພື່ອປົກປ້ອງພົນລະເຮືອນຈາກການໂຈມຕີີຂອງລັດຖະບານ.

ພວກນັກເຄື່ອນໄຫວກ່າວວ່າ ມີຢ່າງນ້ອຍ 8 ຄົນຖືກຂ້າຕາຍໃນການປະເຊີນໜ້າກັບກຳລັງ
ຮັກສາຄວາມປອດໄພ ຂອງຊີເຣຍໃນວັນພະຫັດວານນີ້.

ນອກນັ້ນແລ້ວໃນມື້ວານນີ້ ພວກສະໜັບສະໜຸນປະທານາທິບໍດີ Bashar al-Assad ໄດ້
ໂຮມຊຸມນຸມກັນທີ່ເມືອງ Latakia ຊຶ່ງເປັນຫົວເມືອງແຄມທະເລ ບ່ອນທີ່ພວກໂຮມຊຸມນຸມ
ໄດ້ພາກັນໂບກທຸງຊາດ ແລະຮ້ອງຄຳຂວັນສະໜັບສະໜຸນ. ການປະທ້ວງໃນທຳນອງດຽວ
ກັນນີ້ ກໍໄດ້ມີຂຶ້ນທີ່ນະຄອນຫຼວງ Damascus ໃນມື້ວັນພຸດຜ່ານມາ.

XS
SM
MD
LG