ກຳລັງຮັກສາຄວາມສະຫງົບຂອງຊີເຣຍໄດ້ຍິງປືນເຂົ້າໃສ່ພວກປະທ້ວງຢູ່ໃນທົ່ວປະເທດໃນມື້
ວັນສຸກວານນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 11 ຄົນ ຂະນະທີ່ອົງການສະຫະປະຊາຊາດ
ເພີ່ມໂຕເລກຜູ້ເສຍຊີວິດຈາກການປາບປາມເປັນເວລາ 7 ເດືອນຂອງທາງການຊີເຣຍຂຶ້ນເປັນ
ຫຼາຍກວ່າ 3,000 ຄົນ.
ພວກນັກເຄື່ອນໄຫວກ່າວວ່າ ພວກປະທ້ວງຕໍ່ຕ້ານລັດຖະບານໄດ້ຖືກຂ້າຕາຍ ຢູ່ໃນຫຼາຍໆ
ເຂດຮວມທັງເຂດຊານເມືອງຂອງນະຄອນຫຼວງ Damascus ທີ່ເມືອງ Homs ໃນພາກ
ກາງແລະແຂວງ Daraa ໃນພາກໃຕ້ຂອງຊີເຣຍ.
ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕໄດ້ຮຽກຮ້ອງທຳການປະທ້ວງໃນທົ່ວປະເທດເພື່ອ
ໃຫ້ການສະໜັບສະໜຸນຕໍ່ພວກນາຍແລະພົນທະຫານທີ່ໂຕນໜີຈາກຖັນແຖວຂອງກອງທັບ ໄປຮ່ວມກັບພວກປະທ້ວງ.
ຊີເຣຍໄດ້ຖິ້ມໂທດການກໍ່ຄວາມຮຸນແຮງສ່ວນໃຫຍ່ທີ່ລະເບີດຂຶ້ນໃນລະຫວ່າງການປະທ້ວງ
ຕໍ່ຕ້ານປະທານາທິບໍດີ Bashar al-Assad ໃສ່ພວກມືປືນຫຼືກຸ່ມກໍ່ການຮ້າຍ.
ໃນຕອນເຊົ້າຂອງມື້ວານນີ້ ພວກເຈົ້າໜ້າທີ່ຝ່າຍສິດທິມະນຸດ ຂອງອົງການສະຫະປະຊາ
ຊາດກ່າວວ່າ ໂຕເລກຜູ້ເສຍຊີວິດໃນການປະທ້ວງຕໍ່ຕ້ານລັດຖະບານເປັນເວລາ 7 ເດືອນ ຢູ່ຊີເຣຍນັ້ນໄດ້ເພີ່ມຂຶ້ນເປັນກາຍ 3,000 ຄົນແລ້ວ.
ຂ້າຫຼວງໃຫຍ່ໃນດ້ານສິດທິມະນຸດຂອງອົງການສະຫະປະຊາຊາດທ່ານນາງ Navi Pillay
ເຕືອນວ່າ ການກົດຂີ່ປາບປາມພວກປະທ້ວງຂອງຊີເຣຍຢ່າງຮຸນແຮງນັ້ນ ອາດຈະຜັກດັນ
ໃຫ້ປະເທດດັ່ງກ່າວກ້າວເຂົ້າສູ່ສົງຄາມກາງເມືອງຢ່າງເຕັມອັດຕາ.
ຊີເຣຍ ພວມປະເຊີນກັບການກົດດັນທີ່ເພີ່ມທະວີຂຶ້ນຂອງນາໆຊາດ ເພື່ອໃຫ້ຍຸຕິການປາບ
ປາມພວກປະທ້ວງ. ໃນມື້ວານນີ້ລາຍງານຂ່າວໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ສັນນິບາດອາ
ຣັບທີ່ກ່າວວ່າ ບັນດາລັດຖະມົນຕີການຕ່າງປະເທດ ຂອງສັນນິບາດອາຣັບ ຈະຈັດກອງປະ
ຊຸມສຸກເສີນໃນວັນອາທິດນີ້ເພື່ອສົນທະນາຫາລືກ່ຽວກັບສະຖານະການໃນຊີເຣຍ.