ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການນິວເຄລຍ ສະຫະປະຊາຊາດ ຕຳໜິຊີເຣຍ


ຮູບຖ່າຍຈາກດາວທຽມ ກ່ຽວກັບບ່ອນຕັ້ງອາຄານເຕົາແຍກນິວເຄລຍ ຂອງຊີເຣຍ (10 ມິຖຸນາ 2011)
ຮູບຖ່າຍຈາກດາວທຽມ ກ່ຽວກັບບ່ອນຕັ້ງອາຄານເຕົາແຍກນິວເຄລຍ ຂອງຊີເຣຍ (10 ມິຖຸນາ 2011)

ອົງການຄຸ້ມຄອງນິວເຄລຍຂອງສະຫະປະຊາຊາດໄດ້ລົງຄະແນນສຽງທີ່ຈະລາຍງານກ່ຽວກັບ
ການກໍ່ສ້າງເຕົາແຍກນິວເຄລຍແບບລັບໆຂອງຊີເຣຍຕໍ່ສະພາຄວາມໝັ້ນຄົງໃນຄວາມເປັນໄປ ໄດ້ເພື່ອເອົາມາດຕະການລົງໂທດຕໍ່ປະເທດດັ່ງກ່າວ.

ຄະນະກຳມະການ ຂອງອົງການພະລັງງານປະລະມະນູສາກົນ ໄດ້ຕຳໜິຊີເຣຍໃນວັນພະຫັດ
ວານນີ້ ທີ່ໄດ້ຂັດຂວາງຄະນະສືບສວນ ທີ່ພະຍາຍາມຈະເດີນທາງໄປຢ້ຽມ ແລະເກັບກຳຂໍ້ມູນ ກ່ຽວກັບເຕົາແຍກນິວເຄລຍ Dair Alzour ທີ່ຖືກທຳລາຍໂດຍອິສຣາແອລໃນປີ 2007. ລາຍ ງານຂອງໜ່ວຍສືບລັບສະຫະລັດເວົ້າວ່າ ມັນເປັນການກໍ່ສ້າງເຕົາແຍກນິວເຄລຍທີ່ອອກແບບ
ໂດຍເກົາຫຼີເໜືອ ທີ່ຫາກໍເລີ່ມລົງມື ຊຶ່ງມີຈຸດປະສົງແນໃສ່ ເພື່ອຜະລິດທາດປລູໂຕນຽມສຳລັບ
ເຮັດລະເບີດ ນິວເຄລຍ.

ໂຄສົກຂອງທຳນຽບຂາວທ່ານ Jay Carney ໄດ້ກ່າວຊົມເຊີຍການລົງຄະແນນສຽງ 17 ຕໍ່
6 ຂອງອົງການພະລັງງານປະລະມະນູສາກົນ ທີ່ໄດ້ສະເໜີມອບບັນຫາດັ່ງກ່າວ ໃຫ້ສະພາ
ຄວາມໝັ້ນຄົງ ໂດຍເວົ້າວ່າ ມັນເປັນການກະທຳທີ່ສຳຄັນ ເພື່ອຍົກສູງເສັ້ນທາງກ່ຽວກັບລະ
ບຽບການວ່າດ້ວຍການຫ້າມແຜ່ຜາຍອາວຸດແລະທ່ານກ່າວຕື່ມວ່າສະຖານທີ່ດັ່ງກ່າວຂອງຊີ
ເຣຍບໍ່ປາກົດວ່າມີຄວາມຖືກຕ້ອງຊອບທຳເພື່ອຈຸດປະສົງໃນທາງພົນລະເຮືອນ.

ສິ່ງທີ່ຈະເກີດຂຶ້ນໃນຂັ້ນຕໍ່ໄປແມ່ນຍັງບໍ່ທັນຈະແຈ້ງ. ຈີນແລະຣັດເຊຍແມ່ນຮວມຢູ່ໃນບັນດາ
ປະເທດທີ່ໄດ້ລົງຄະແນນສຽງຄັດຄ້ານຕໍ່ການສົ່ງບັນຫາດັ່ງກ່າວໄປໃຫ້ສະພາຄວາມໝັ້ນຄົງ ບ່ອນທີ່ປະເທດທັງສອງຕ່າງກໍມີສິດຢັບຢັ້ງຫຼືວີໂຕ້ໄດ້ນັ້ນ.

ຣັດເຊຍ ຊຶ່ງເປັນພັນທະມິດມາເປັນເວລາດົນນານແລະເປັນຜູ້ຂາຍອາວຸດໃຫ້ແກ່ຊີເຣຍກ່າວ
ວ່າ ຫຼັກຖານກ່ຽວກັບເລື່ອງນີ້ແມ່ນເປັນພຽງການສົມມຸດ ແລະອີງຕາມການກ່າວຫາທີ່ບໍ່ມີ
ຫຼັກຖານພຽງພໍ.

ອົງການສະຫະປະຊາຊາດໄດ້ລົງໂທດທັງອີຣ່ານແລະເກົາຫຼີເໜືອຍ້ອນໂຄງການພັດທະນາ
ອາວຸດນິວເຄລຍ. ແຕ່ພວກນັກການທູດຂອງສະຫະປະຊາຊາດກ່າວວ່ານອກຈາກຈະມີຫຼັກ ຖານໃໝ່ທີ່ສະແດງໃຫ້ເຫັນວ່າຊີເຣຍເລີ່ມໂຄງການສ້າງອາວຸດນິວເຄລຍແລ້ວຈຶ່ງບໍ່ມີທ່າທາງ
ວ່າປະເທດດັ່ງກ່າວຈະຖືກລົງໂທດ.

XS
SM
MD
LG