ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີ 3 ຄົນເສຍຊີວິດ ກ່ອນການປະທ້ວງຄັ້ງໃຫຍ່ ຢູ່ຊີເຣຍ


ການໂຮມຊຸມນຸມປະທ້ວງຂອງປະຊາຊົນຢູ່ຊີເຣຍ (4 ພະຈິກ 2011)
ການໂຮມຊຸມນຸມປະທ້ວງຂອງປະຊາຊົນຢູ່ຊີເຣຍ (4 ພະຈິກ 2011)

ກຳລັງຮັກສາຄວາມສະຫງົບຂອງຊີເຣຍ ໄດ້ສັງຫານປະຊາຊົນ ຢ່າງນ້ອຍ 3 ຄົນທີ່ແຂວງ
Homs ໃນຕອນເຊົ້າຂອງວັນສຸກມື້ນີ້ ຂະນະທີ່ພວກຜູ້ນຳຝ່າຍຄ້ານ ຮຽກຮ້ອງໃຫ້ທຳການ
ປະທ້ວງຄັ້ງໃຫຍ່ ເພື່ອທົດສອບເບິ່ງຄວາມໝາຍໝັ້ນຕັ້ງໃຈຂອງ ລັດຖະບານຕໍ່ແຜນການ
ສັນຕິພາບສະບັບໃໝ່ນັ້ນ.

ພວກນັກເຄື່ອນໄຫວກ່າວວ່າ ພົນລະເຮືອນ 3 ຄົນໄດ້ເສຍຊີວິດ ຫຼັງຈາກກຳລັງຂອງຊີເຣຍ
ຢູ່ໃນລົດຖັງເລີ່ມຍິງປືນຄືນໃໝ່ເຂົ້າໃສ່ປະຊາຊົນຢູ່ທີ່ເມືອງ Baba Arm ໃນແຂວງ Homs.
ໃນມື້ວານນີ້ ພວກນັກເຄື່ອນໄຫວໄດ້ຖິ້ມໂທດໃສ່ກຳລັງນິຍົມລັດຖະບານກ່ຽວກັບການເສຍ
ຊີວິດຂອງຢ່າງນ້ອຍ 12 ຄົນຢູ່ທີ່ເມືອງດ່ັງກ່າວ.

ຂະນະດຽວກັນ ຄະນະກຳມະການປະສານງານເຂດທ້ອງຖິ່ນ ຂອງພວກຝ່າຍຄ້ານຮຽກ ຮ້ອງໃຫ້ພວກຕໍ່ຕ້ານປະທານາທິບໍດີ Bashar al-Assad ລົງສູ່ຖະໜົນຫົນທາງລຸນຫຼັງ ການສວດມົນພາວະນາໃນວັນສຸກມື້ນີ້ ໂດຍທຳການຮຽກຮ້ອງເທື່ອໃໝ່ ໃຫ້ທ່ານສະລະ
ອຳນາດ.

ໃນມື້ວັນພຸດຜ່ານມານີ້ ສັນນິບາດອາຣັບໄດ້ໄກ່ເກ່ຍ ແຜນການຍຸຕິຄວາມຮຸນແຮງ ແລະ
ເປີດການເຈລະຈາຂຶ້ນລະຫວ່າງລັດຖະບານກັບພວກຝ່າຍຄ້ານ. ແຕ່ແນວໃດກໍຕາມການ
ເສຍຊີວິດ ແລະການເຄື່ອນໄຫວຂອງພວກທະຫານໃນວັນພະຫັດວານນີ້ ໄດ້ພາໃຫ້ເກີດ ມີຄວາມສົງໄສກ່ຽວກັບການຈັດຕັ້ງປະຕິບັດແຜນການດັ່ງກ່າວນີ້ໂດຍໄວ.

ທີ່ກຸງໄຄໂຣໃນມື້ວັນພະຫັດວານນີ້ ບັນດາສະມາຊິກອົງການສະພາແຫ່ງຊາດຊີເຣຍຂອງ
ພວກຝ່າຍຄ້ານ ໄດ້ພົບປະກັບຜູ້ນຳຂອງສັນນິບາດອາຣັບ ເພື່ອປຶກສາຫາລືກ່ຽວກັບຊ່ອງ ທາງໃນການດຳເນີນການຂັ້ນຕໍ່ໄປ.

ທ່ານ Sami al-Nashar ຊຶ່ງເປັນສະມາຊິກຄົນນຶ່ງຂອງອົງການສະພາແຫ່ງຊາດຊີເຣຍ
ກ່າວວ່າ ກຸ່ມຂອງທ່ານບໍ່ໄດ້ໂອ້ລົມກ່ຽວກັບຄວາມເປັນໄປໄດ້ ໃນການທີ່ຈະເປີດເຈລະຈາ
ກັບລັດຖະບານຊີເຣຍແຕ່ໄດ້ຮຽກຮ້ອງໃຫ້ທ່ານ Assad ລາອອກແທນ. ຫຼັງຈາກນັ້ນອົງ
ການສະພາແຫ່ງຊາດຊີເຣຍໄດ້ສະເໜີ ທີ່ຈະພົວພັນໃນການເຈລະຈາ ເພື່ອປ່ຽນແປງຈາກ
ລັດຖະບານຜະເດັດການໄປສູ່ລັດຖະບານປະຊາທິປະໄຕ.

XS
SM
MD
LG