ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເສັ້ນຕາຍ ຫຍັບໃກ້ເຂົ້າມາ ສໍາລັບລັດຖະບານຊີເຣຍ


ການໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານຢູ່ຊີເຣຍ (25 ພະຈິກ 2011)
ການໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານຢູ່ຊີເຣຍ (25 ພະຈິກ 2011)

ເວລາກຳລັງຈະໝົດລົງແລ້ວສຳລັບຊີເຣຍ ທີ່ຈະປະຕິບັດຕາມຄຳຮຽກຮ້ອງຕ້ອງການຂອງ
ສັນນິບາດອາຫຣັບແລະຢຸດຕິການປາບປາມຢ່າງຮຸນແຮງຕໍ່ພວກປະທ້ວງຕໍ່ຕ້ານລັດຖະບານ.

ສັນນິບາດອາຣັບໄດ້ໃຫ້ເວລາແກ່ຊີເຣຍ ຈົນຮອດຕອນທ່ຽງຂອງວັນສຸກມື້ນີ້ເພື່ອຫັນປ່ຽນທິດ
ທາງໃໝ່ ແລະອະນຸຍາດໃຫ້ພວກນັກສັງເກດການເຂົ້າໄປໃນຊີເຣຍ ຫຼືບໍ່ດັ່ງນັ້ນແລ້ວກໍຈະປະ
ເຊີນກັບການຖືກລົງໂທດຮອບໃໝ່.

ໃນການຖະແຫຼງຕໍ່ພວກນັກຂ່າວ ທີ່ນະຄອນອິສຕັນບູລ ໃນວັນສຸກມື້ນີ້ ລັດຖະມົນຕີການຕ່າງ
ປະເທດເທີກີທ່ານ Ahmet Davutoglu ເອີ້ນຂໍ້ສະເໜີດັ່ງກ່າວນີ້ວ່າ ເປັນໂອກາດສຸດທ້າຍສຳ
ລັບຊີເຣຍ. ນອກນັ້ນ ອົງການຂ່າວຝຣັ່ງຍັງລາຍງານວ່າ ທ່ານ Davutoglu ໄດ້ຮຽກຮ້ອງໃຫ້ ດາມັສກັສຢຸດເຊົາການກໍ່ຄວາມທຸກຍາກລຳບາກ ໃຫ້ແກ່ປະຊາຊົນຊາວຊີເຣຍ.

ສັນນິບາດອາຫຣັບໄດ້ໂຈະການເປັນສະມາຊິກຂອງຊີເຣຍເມື່ອສອງອາທິດກ່ອນ ຍ້ອນໂກດ
ແຄ້ນທີ່ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ບໍ່ສາມາດປະຕິບັດຕາມຄຳໝັ້ນ
ສັນຍາທີ່ໄດ້ໃຫ້ໄວ້ ກ່ຽວກັບການຍຸຕິຄວາມຮຸນແຮງ ແລະຖອນກຳລັງຮັກສາຄວາມສະຫງົບ ຂອງຊີເຣຍອອກຈາກຫົວເມືອງສຳຄັນໆ.

ພວກຜູ້ຕາງໜ້າຂອງສັນນິບາດອາຫຣັບ ມີກຳນົດທີ່ຈະພົບປະກັນອີກ ໃນວັນເສົາມື້ອື່ນນີ້ເພື່ອ
ສົນທະນາຫາລື ກ່ຽວກັບການລົງໂທດ ຖ້າຊີເຣຍຫາກບໍ່ຍອມລົງນາມໃນຂໍ້ຕົກລົງ. ແຕ່ຣັດ
ເຊຍເຕືອນໃນວັນສຸກມື້ນີ້ວ່າ ການລົງໂທດເຫຼົ່ານີ້ ຈະບໍ່ເປັນຜົນດີຫຍັງເລີຍ.

ໂຄສົກກະຊວງການຕ່າງປະເທດຣັດເຊຍ ທ່ານ Alexander Lukashevich ກ່າວຕໍ່ພວກ
ນັກຂ່າວທີ່ກຸງມົສກູວ່າ ສິ່ງທີ່ຊີເຣຍຕ້ອງການຫຼາຍທີ່ສຸດກໍຄືການຮື້ຟື້ນການສົນທະນາຫາລື ທາງດ້ານການເມືອງພາຍໃນ.

ທ່ານ Lukashevich ກ່າວວ່າ ມົສກູຕ້ອງການຂໍ້ມູນເພີ່ມຕື່ມ ກ່ຽວກັບຂໍ້ສະເໜີຂອງຝຣັ່ງ ທີ່ຈະສ້າງຕັ້ງໃນອັນທີ່ເອີ້ນວ່າ ເສັ້ນທາງມະນຸດສະທຳໃນຊີເຣຍເພື່ອຊ່ອຍນຳເອົາຢາປົວພະ
ຍາດແລະປັດໄຈອື່ນໆໄປໃຫ້ພົນລະເຮືອນທີ່ມີຄວາມຕ້ອງການ.

ລັດຖະມົນຕີການຕ່າງປະເທດຝຣັ່ງທ່ານ Alain Juppe ກ່າວວ່າ ທ່ານຈະຊອກສະແຫວງ
ຫາການສະໜັບສະໜຸນຈາກສັນນິບາດອາຣັບກ່ຽວກັບມາດຕະການດັ່ງກ່າວ ແລະສົນທະນາ
ຫາລືເລື່ອງນີ້ກັບສະຫະລັດແລະພາຄີນາໆຊາດທີ່ອົງການສະຫະປະຊາຊາດ.

XS
SM
MD
LG