ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດແລະເຢຍລະມັນ ສະເໜີໃຫ້ ສປຊ ເອົາ ມາດຕະການຕອບໂຕ້ຕໍ່ຊີເຣຍ


ທ່ານ Paulo Sergio Pinheiro ຊາວເບຣຊີລຽນ ຊຶ່ງໄດ້ຖືກມອບໝາຍໂດຍ ສະພາວ່າດ້ວຍສິດທິມະນຸດ ໃຫ້ນໍາພາການດໍາເນີນການສືບ ສວນສອບສວນ ການລະເມີດສິດທິມະນຸດ ຕາມທີ່ມີການກ່າວຫາຢູ່ໃນຊີເຣຍ ຖ່າຍຮູບຢູ່ໃນກອງປະຊຸມນັກຂ່າວ ຢູ່ສໍານັກງານສະຫະສະປາຊາຊາດ ຢູ່ກຸງເຊີແນວ ໃນວັນທີ 28 ພະຈິກ, 2011.
ທ່ານ Paulo Sergio Pinheiro ຊາວເບຣຊີລຽນ ຊຶ່ງໄດ້ຖືກມອບໝາຍໂດຍ ສະພາວ່າດ້ວຍສິດທິມະນຸດ ໃຫ້ນໍາພາການດໍາເນີນການສືບ ສວນສອບສວນ ການລະເມີດສິດທິມະນຸດ ຕາມທີ່ມີການກ່າວຫາຢູ່ໃນຊີເຣຍ ຖ່າຍຮູບຢູ່ໃນກອງປະຊຸມນັກຂ່າວ ຢູ່ສໍານັກງານສະຫະສະປາຊາຊາດ ຢູ່ກຸງເຊີແນວ ໃນວັນທີ 28 ພະຈິກ, 2011.

ສະຫະລັດ ​ແລະ​ເຢຍລະ​ມັນເວົ້າວ່າ ສະພາ​ຄວາມໝັ້ນຄົງ​ຂອງ​ສະຫະ​ປະຊາ​ຊາດຈະ​ຕ້ອງ​ທໍາ
ການ​ຕອບ​ໂຕ້​ ຕໍ່ການ​ກວາດ​ລ້າງຢ່າງ​ນອງ​ເລືອດຂອງ​ລັດຖະບານ​ຊີ​ເຣຍ ຕໍ່​ພວກ​ປະ​ທ້ວງ
ລຸນຫລັງ​ທີ່​ພວກນັກສອບ​ສວນ​ຂອງ ສະຫະ​ປະຊາ​ຊາດ ​ໄດ້ໃຫ້​ລາຍລະອຽດກ່ຽວກັບການ
ລ່ວງລະເມີດສິດທິ ມະນຸດ ຢ່າງຮ້າຍ​ແຮງ ທີ່​ມີຄໍາ​ສັ່ງ​ຈາກເຈົ້າໜ້າທີ່ "ລະດັບ​ສູງ​ສຸດ” ​ໃນ
ລັດຖະບານຂອງປະທາ​ນາ​ທິບໍດີ ບາ​ຊາ ອາລ-ອາສສາດ (Bashar al-Assad).

ເອກ​ອັກຄະ​ລັດຖະທູດສະຫະລັດ ປະ​ຈໍາ​ສະຫະ​ປະຊາ​ຊາດ ທ່ານ​ນາງ ຊູ​ແຊນ ​ໄຣສ ​ກ່າວ
ໃນ​ວັນ​ຈັນ​ວານນີ້ວ່າ ​ອີງ​ຕາ​ມການ​ຕັດສິນ​ໃຈ​ເມື່ອໝໍ່ໆມານີ້ ຂອງ​ສັນນິບາ​ດຊາດ​ອາ​ຫຣັບ ​
ໃນ​ການ​ລົງໂທດ​ຕໍ່​ຊີ​ເຣຍ ​ແລະ “ການກໍ່ໂທດກຳ ທີ່​ມີ​ການ​ບັນທຶກໄວ້​ເປັນ​ຢ່າງ​ດີ ​ໃນ​ເວລານີ້”
ທີ່​ໄດ້​ແຈ້ງ ໃຫ້ຊາບ​ຢູ່​ໃນ​ການ​ລາຍ​ງານ​ຂອງ​ສະຫະ​ປະຊາ​ຊາດນັ້ນ ມັນ​ເຖິງ “​ເວລາ​ແລ້ວທີ່​
ຈະ​ມີ​ການ​ທົບ​ທວນຄືນ” ກ່ຽວກັບຄວາມເປັນໄປໄດ້ ໃນການເອົາມາຕະການຂອງ​ສະພາ​
ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ.

ຄະນະ​ກໍາມາທິການ​ຂອງສະຫະ​ປະຊາ​ຊາດຄະນະ​ນຶ່ງ ທີ່​ດໍ​າ​ເນີນ​ການສືບ ສວນ​ສອບ​ສວນ
ການ​ລະ​ເມີດ​ສິດທິມະນຸດ ຕາມທີ່ມີ​ການ​ກ່າວ​ຫາ​ຢູ່ໃນຊີ​ເຣຍ ​ໄດ້​ກ່າວ​ຫາທະຫານ​ຂອງ​ລັດ
ຖະບານ​ວ່າ ​ໄດ້ “ທໍາ​ການ​ສັງຫານແບບ ຮວບຮັດຕັດຕອນ​, ຈັບ​ກຸມ​ຄົນ​ໂດ​ຍພະລາ​ການ,
ທໍ​າ​ໃຫ້​ມີ​ການ​ຫາຍ​ສາບ​ສູນ​ໂດຍ​ຖືກບັງຄັບ, ທໍາ​ການທໍ​ລະ​ມານ ຊຶ່ງ​ລວມທັງ ການລະ​ເມີດ
ທາງ​ເພດ, ພ້ອມ​ທັງ​ການລະ​ເມີດ​ສິດທິຂອງ​ເດັກ."

ລາຍ​ງານ​ດັ່ງກ່າວ ທີ່​ໄດ້​ຖືກ​ນໍາ​ອອກ​ມາ​ເຜີຍ​ແຜ່ໃນ​ວັນ​ຈັນວານນີ້ ​ເວົ້າວ່າ ກໍາລັງ​ທະຫານ​
ຂອງ​ຊີ​ເຣຍ ​ໄດ້​ເຂັ່ນຂ້າ​ເດັກນ້ອຍ 256 ຄົນ ​ໃນ​ນັ້ນລວມມີ ​ເດັກ​ຍິງອາຍຸສອງ​ປີ ຜູ້​ນຶ່ງ ​
ແລະກ່າວ​ອີກ​ວ່າ “ການ​ທໍລະມານ​ຕໍ່​ເດັກນ້ອຍ ​ແລະ​ຜູ້​ໃຫຍ່​ແມ່ນ​ດໍ​າເນີນ​ໄປ​ແບບ​ມີ​ຄວາມ
ໜັກ​ເທົ່າ​ທຽມກັນ.”

ບົດລາຍ​ງານ​ຍັງ​ໄດ້​ກ່າວ​ອ້າງ​ເຖິງ ຄໍາ​ໃຫ້ການ​ຫລາຍໆອັນ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ “​ເດັກ
ນ້ອຍ​ຜູ້ຊາຍ ​ແມ່ນ​ໄດ້​ຖືກ​ທໍລະມານ​ທາງ​ເພດ​ຢູ່ຕໍ່ໜ້າຜູ້​ຊາຍ​ໃຫຍ່ຢູ່​ໃນ​ບ່ອນ​ຄຸມ​ຂັງ​ຕ່າງໆ.”

ການຄົ້ນພົບ​ຂອງ​ກຸ່ມສອບ​ສວນ​ດັ່ງກ່າວ ດຽວນີ້ ຈະ​ຖືກ​ຍື່ນ​ໄປ​ຍັງສະພາ​ວ່າ​ດ້ວຍ​ສິດທິ​ມະນຸດ ​ແລະສະມັດຊາໃຫຍ່ຂອງ​ສະຫະ​ປະຊາ​ຊາດ ຊຶ່ງ​ຈະ​ເປັນ​ຜູ້​ຕັດສິນ​ໃຈ​ວ່າ ຈະ​ເຮັດ​ແນວ​ໃດ​ໃນ​ຂັ້ນ
ຕອນ​ຕໍ່​ໄປ.

XS
SM
MD
LG