ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສັນນິບາດອາຣັບ ກ່າວຊົມເຊີຍ ການຈັດຕັ້ງ ແນວໂຮມ ຝ່າຍຄ້ານ ຊີເຣຍ


ທ່ານ Mouaz al-Khatib ຜູ້ນໍາແນວໂຮມພັກຝ່າຍຄ້ານ ທີ່ຫາກໍຕັ້ງຂຶ້ນໃໝ່ ຂອງຊີເຣຍ
ທ່ານ Mouaz al-Khatib ຜູ້ນໍາແນວໂຮມພັກຝ່າຍຄ້ານ ທີ່ຫາກໍຕັ້ງຂຶ້ນໃໝ່ ຂອງຊີເຣຍ
ສັນນິບາດອາຣັບ ໄດ້ສະແດງຄວາມຍິນດີ ກ່ຽວກັບການສ້າງຕັ້ງ
ແນວໂຮມພັກຝ່າຍຄ້ານອັນ ໃໝ່ຂອງຊີເຣຍ ແຕ່ກໍຍັງບໍ່ທັນໃຫ້
ການຮັບຮູ້ໂດຍເຕັມວ່າ ເປັນຕົວແທນຂອງປະຊາຊົນຊາວ ຊີເຣຍນັ້ນ.

ສັນນິບາດອາຣັບ ທີ່ພົບປະກັນຢູ່ອີຈິບ ໄດ້ຮຽກຮ້ອງໃຫ້ຫຼາຍກຸ່ມ
ຈັດຕັ້ງລະດັບຂົງເຂດ ແລະນາໆຊາດ ຮັບຮູ້ກຸ່ມແນວໂຮມທີ່ຕັ້ງ
ຂຶ້ນໃໝ່ນີ້.

ໃນເຊົ້າວັນຈັນວານນີ້ ສະພາການຮ່ວມມືໃນເຂດອ່າວເປີເຊຍ
ທີ່ມີສະມາຊິກ 6 ປະເທດ ໄດ້ເປັນຜູ້ທໍາອິດຮັບຮູ້ຢ່າງເປັນທາງ
ການ ກຸ່ມແນວໂຮມຝ່າຍຄ້ານທີ່ຕັ້ງຂຶ້ນໃໝ່ ເພື່ອຊອກຫາທາງ
ທີ່ຈະໂຄ່ນລົ້ມ ປະທານາທິບໍດີ Bashar al-Assad.

ພວກທີ່ຕໍ່ຕ້ານທ່ານ Assad ທັງຫຼາຍນັ້ນແມ່ນໄດ້ພົບອຸບປະສັກໃນການທີ່ຈະທ້ອນໂຮມເຂົ້າ
ເປັນກຸ່ມກ້ອນອັນດຽວກັນ ພາຍໃຕ້ຄວາມກົດດັນຈາກນັກການທູດຂອງສະຫະລັດ ແລະບັນດາ
ເຈົ້າໜ້າທີ່ຈາກ Qatar.

ໃນວັນຈັນວານນີ້ເຊັ່ນດຽວກັນທີ່ວ່າ ທາງກອງກໍາລັງທະຫານ Israel ນັ້ນໄດ້ກ່າວວ່າ ນຶ່ງໃນ
ຈໍານວນລົດຖັງຫຼາຍໆຄັນຂອງຕົນນັ້ນ ໄດ້ຍິງໃສ່ຊີເຣຍ ແລະໄດ້ຍິງຖືກເປົ້າໝາຍໂດຍກົງທີ່
ເປັນປືນໃຫຍ່ທີ່ເຄື່ອນທີ່ ເພື່ອເປັນການຕອບໂຕ້ຕໍ່ການທີ່ຊີເຣຍໄດ້ຍິງປືນຄົກໃສ່ເຂດ Golan
Heights ຊຶ່ງເປັນເຂດທີ່ທາງອີສຣາແອລຄວບຄຸມຢູ່.

ນີ້ເປັນຄັ້ງທີ 2 ໃນໄລຍະ 2 ມື້ທີ່ທາງອີສຣາແອລ ໄດ້ຕອບໂຕ້ຕໍ່ການໂຈມຕີຂອງທາງຊີເຣຍ ນັ້ນ.
XS
SM
MD
LG